• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈ​ລະ​ຈາ​ທາ​​ງ​ອອນ​ລາຍ ກັບ​ປະ​ທານ​ສະ​ພາ​ນິ​ຕິ​ບັນ​ຍັດ ບ​ຣູ​ໄນ

ຕອນເຊົ້າວັນທີ 09 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ມີການເຈລະຈາທາງອອນລາຍກັບທ່ານ Abdul Rahman Taib ປະທານສະພານິຕິບັນຍັດ ບຣູໄນ Darusssalam, ປະທານສະມັດຊາ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA).
ການເຈລະຈາທາງອອນລາຍ ລະຫວ່າງທ່ານປະທານສະພາແຫ່ງຊາດ ຫວຽດນາມ ກັບທ່ານປະທານສະພານິຕິບັນຍັດ ບຣູໄນ

ກ່ຽວກັບການພົວພັນສອງຝ່າຍ, ການນຳສອງປະເທດ ໄດ້ເຫັນດີເພີ່ມທະວີການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນຕ່າງໆ ຜ່ານບັນດາຊ່ອງທາງ ແລະ ຮູບແບບທີ່ເໝາະສົມ; ກະກຽມບັນດາການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ  ຄົບຮອບ 30 ປີ (29/9/1992 – 29/9/2022) ໃຫ້ເປັນຢ່າງດີ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ມີປະສິດທິຜົນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 500 ລ້ານ USD ໂດຍໄວ. ພ້ອມກັນນັ້ນ, ທ່ານກໍປາດຖະໜາວ່າ ບຣູໄນ ໄດ້ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ກ່ຽວກັບຂັ້ນຕອນການຜະລິດ, ອອກໃບຢັ້ງຢືນໃຫ້ແກ່ປະເພດສິນຄ້າຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ຮັບໃຊ້ຊາວອິດສະລາມ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດອື່ນໆທີ່ສຳຄັນຄື ວັດທະນະທຳ, ການທ່ອງທ່ຽວ ແລະ ພົວພັນແລກປ່ຽນປະຊາຊົນ. ນະທີ່ນີ້, ທ່ານ ເວືອງດິ່ງເຫວ້ ກໍຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສົມທົບກັບສະພານິຕິບັນຂອງ ບຣູໄນ ຢ່າງແໜ້ນແຟ້ນ ກໍຄື ຕັ້ງໜ້າເຂົ້າຮ່ວມບັນດາກອງປະຊຸມຂອງ AIPA ຢ່າງມີຄວາມຮັບຜິດຊອບ.

        ຕີລາຄາສູງຕໍ່ເລື່ອງ ຫວຽດນາມ ປະຕິບັດບົດບາດປະທານ AIPA 41 ຢ່າງສຳເລັດຜົນ, ທ່ານ Abdul Rahman Taib ຢັ້ງຢືນວ່າ ບຣູໄນ ຈະສືບຕໍ່ເສີມຂະຫຍາຍບັນດາວຽກງານເຊິ່ງຫວຽດນາມ ໄດ້ ແລະ ພວມປະຕິບັດ; ພ້ອມທັງໃຫ້ຮູ້ວ່າ, ໃນອາຍຸການເປັນປະທານ ອາຊຽນ ແລະ AIPA, ບຣູໄນ ຈະສຸມໃສ່ເພີ່ມທະວີການພົວພັນຮ່ວມມືພາຍໃນກຸ່ມ, ປັບປຸງຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ເຄົາລົບກົດໝາຍ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ ໃຫ້ແທດຈິງ ແລະ ມີປະສິດທິຜົນ. 

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top