• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ບິ່ງ​ເຢືອງ

ທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນວ່າ ແຂວງ ບິ່ງເຢືອງ ແມ່ນແຂວງມີພົນລະເມືອງຫຼາຍ, ມີຫຼາຍວິສາຫະກິດ, ໂຮງຈັກ, ໂຮງງານ ແມ່ນສະຖານທີ່ພົວພັນຄ້າຂາຍຂອງເຂດທາງທິດຕາເວັນອອກພາກໃຕ້ ແລະ ນະຄອນໂຮ່ຈີມິນ, ດັ່ງນັ້ນ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ປະສົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ

ໂດຍສຶບຕໍ່ການໄປປະຕິບັດງານຢູ່ ບັນດາແຂວງທາງພາກໃຕ້ ຫວຽດນາມ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຢືອງ ກ່ຽວກັບວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19.

ທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນວ່າ ແຂວງ ບິ່ງເຢືອງ ແມ່ນແຂວງມີພົນລະເມືອງຫຼາຍ, ມີຫຼາຍວິສາຫະກິດ, ໂຮງຈັກ, ໂຮງງານ ແມ່ນສະຖານທີ່ພົວພັນຄ້າຂາຍຂອງເຂດທາງທິດຕາເວັນອອກພາກໃຕ້ ແລະ ນະຄອນໂຮ່ຈີມິນ, ດັ່ງນັ້ນ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ປະສົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນ. ສະພາບຕົວຈິງໄດ້ຮຽກຮ້ອງທາງແຂວງຕ້ອງມີບັນດາມາດຕະການຢ່າງມີປະສິດທິຜົນ, ເໜືອກ່ວາສິ່ງໃດໝົດ ແມ່ນການປົກປ້ອງສຸຂະພາບຂອງປະຊາຊົນ, ຈຳກັດອັດຕາຕິດເຊື້ອ ແລະ ຈຳນວນຜູ້ເສຍຊີວິດ. ທ່ານກໍ່ສະແດງຄວາມຊົມເຊີຍ ເມື່ອແຂວງໄດ້ປະຕິບັດການລອກດາວຢ່າງມີປະສິດທິຜົນ, ທ່ານປະທານປະເທດເນັ້ນວ່າ ເມື່ອປະຕິບັດການລອກດາວ ແລະ ແຍກຫ່າງໃນສັງຄົມ, ທາງແຂວງບໍ່ປະໃຫ້ປະຊາຊົນອຶດຫິວ, ເຈັບປວຍ, ລະດົມບັນດາແຫຼ່ງກຳລັງຈາກລັດທ້ອງຖິ່ນຢ່າງສູງສຸດ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ ເພື່ອຮ່ວມແຮງຮ່ວມໃຈໜູນຊ່ວຍບັນດາເຂດປະສົບເຄາະຮ້າຍ.

ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນທີ 30 ກໍລະກົດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ທ້ວນອານ, ແຂວງບິ່ງເຢືອງ, ຢ້ຽມຢາມໂຮງໝໍກາງສະໜາມແຂວງ ບິ່ງເຢືອງ - ເຂດປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ທ້ວນຮ່ວາ, ລະດົມກຳລັງໃຈບັນດາແພດໝໍພວມປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top