• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ທານ​ປະ​ເທດ ຫງວ​ຽນ​ຊວັນ​ຟຸກ ຢັ້​ງ​ຢືນ​ຄວນ​ສືບ​ຕໍ່​ເສ​ີມ​ຂະ​ຫຍາຍ​ເນື້ອ​ໃນ​ຈິດ​ໃຈ​ສາ​ມັກ​ຄີ​ແຫ່ງ​ຊາດ

ຕອນເຊົ້າວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ.
ທ່ານ ປະທານປະເທດ ຫງວຽນຊວັນຟຸກ ມອບຮູບລຸງໂຮ່ໃຫ້ແກ່ບັນດາຜູ້ແທນ (ພາບ: TTXVN)

ຕີລາຄາໃນໄລຍະທີ່ຜ່ານມາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ແຂວງບັກຢາງແມ່ນໜຶ່ງໃນບັນດາແຂວງມີການເຕີບໂຕສູງທີ່ສຸດໃນທົ່ວປະເທດ, ທ່ານປະທານປະເທດ ກໍ່ຖືວ່າ ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ ຕ້ອງມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ພໍ່ແມ່ປະຊາຊົນບັນດາເຜົ່າ. ທ່ານປະທານປະເທດ ສະເໜີໃຫ້ແຂວງບັກຢາງ ຈັດຕັ້ງປະຕິບັດບັນດາໂຄງການສຳຄັນທີ່ກ່ຽວຂ້ອງເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ເປັນຢ່າງດີຄື: ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຊົນເຜົ່າ ແລະ ເຂດພູດອຍ ເພື່ອປະກອບສ່ວນນຳຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ມີບາດກ້າວພັດທະນາໃໝ່ໃນໄລຍະຈະມາເຖິງ.

ໃນສະພາບທີ່ການບັນດາອິດທິກຳລັງທີ່ເປັນປໍລະປັກສວຍໃຊ້ບັນຫາຊົນເຜົ່າ, ສາສະໜາເປັນຕະຫຼາດ ເພື່ອກໍ່ຄວາມແບ່ງແຍກ, ທຳລາຍແຜນນະໂຍບາຍຂອງພັກ, ລັດ, ທ່ານປະທານປະເທດຢືນຢັນວ່າ  ການຮັກສາ, ເສີມຂະຫຍາຍເນື້ອໃນຈິດໃຈສາມັກຄີແຫ່ງຊາດ ມີຄວາມໝາຍສຳຄັນທີ່ສຸດ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ທາງແຂວງຕ້ອງສືບຕໍ່ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າ, ພິເສດແມ່ນພະນັກງານໜຸ່ມ ຊຶ່ງແມ່ນກຳລັງຫຼັກແຫຼ່ງເພື່ອສ້າງສາເຂດ ປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບພັດທະນາຢ່າງຮອບດ້ານ ແລະ ຍືນຍົງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top