• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະ​ຊາ​ຊົນມີ​ຄວາມເຊື່ອ​ໝັ້ນ ແລະ ຄາດ​ຫວັງ​ຕໍ່​ກອ​ງ​ປະ​ຊ​ຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກກອ​ມ​ມູ​ນິດ ຫວຽດ​ນາມ

ທີ່ກອງປະຊຸມຄັ້ງທີ 14 ຂອງສູນກາງພັກ, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ແຕ່ວັນທີ 25 ມັງກອນ 2020 – 2 ກຸມພາ 2021 ຢູ່ນະຄອນຫຼວງຮ່າໂນ້ຍ.
ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກຈະດຳເນີນ ແຕ່ວັນທີ 25 ມັງກອນ 2020 – 2 ກຸມພາ 2021 ຢູ່ນະຄອນຫຼວງຮ່າໂນ້ຍ (ພາບ: thuonghieucongluan.com.vn)

ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດພວມມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ດ້ວຍຄວາມເຊື່ອໝັ້ນ ແລະ ຄາດຫວັງກ່ຽວກັບບັນດາການກຳນົດທິດ, ລັດຖະນະໂຍບາຍທີ່ຖືກຕ້ອງ ສ້າງບາດກ້າວບຸກທະລຸໃຫ້ການພັດທະນາຂອງປະເທດຊາດໃນອາຍຸການຈະມາເຖິງ, ທ່ານ ນາງຮອງສາດສະດາຈານ, ປ.ອ ດັ້ງກິມວຸຍ, ອະດີດອຳນວຍການ ມະຫາວິທະຍາໄລ ທ໊າຍງວຽນເນັ້ນໜັ້ກວ່າ:

        ເອກະສານໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ໄດ້ຮັບການປະກອບສ່ວນຈາກຫຼາຍພາກສ່ວນ. ການຄັດເລືອກບຸກຄະລາກອນໃນຄັ້ງນີ້ໄດ້ປະຕິບັດ ຕາມມະຕິເລກທີ 35 ຂອງກົມການເມືອງຢ່າງມີແບບມີແຜນກ່ວາ ແລະ ໄດ້ດຳເນີນສ້າງ ແຜນຮ່າງພົນລະເຮືອນຕາມ 5 ຂັ້ນຕອນ ແລະ ປະຊາຊົນ, ມະຫາຊົນກໍ່ມີຄວາມເຊື່ອໝັ້ນຕໍ່ການກະກຽມຢ່າງລະອຽດລະອໍ ແລະ ມີແບບມີແຜນຄືແນວນີ້, ນັ້ນແມ່ນບັນດາປັດໄຈຕັດສິນຊີ້ຂາດຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top