• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດອາເມລິກາພາຍໃຕ້ການນຳພາຂອງ ທ່ານປະທານາທິບໍດີ Joe Biden

      ວັນທີ 20 ມັງກອນ (ຕາມເວລາ ອາເມລິກາ)  ໄດ້ດຳເນີນເຫດການສຳຄັນຍິ່ງ ແລະ ຫາງສຽງ ອາເມລິກາ ກໍ່ຄືໂລກພວມລໍຄອຍ ນັ້ນແມ່ນພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ Joe Biden. 
            ເຫດການນີ້ ບໍ່ພຽງແຕ່ສ້າງຂີດໝາຍແຫ່ງການປ່ຽນແປງທີ່ສຳຄັນກ່ຽວກັບດ້ານບຸກຄະລາກອນໃນກົງຈັກອຳນາດການປົກຄອງອາເມລິກາເທົ່ານັ້ນ ຫາກຍັງໄດ້ຮັບການສັງເກດວ່າ ແມ່ນການເລີ່ມຕົ້ນຂອງການປ່ຽນແປງອັນໃຫຍ່ຫລວງທີ່ກ່ຽວຂ້ອງເຖິງນະໂຍບາຍການການພົວພັນພາຍໃນ ແລະ ຕ່າງປະເທດ ຂອງປະເທດມະຫາອຳນາດອັນດັບໜຶ່ງໃນໂລກອີກດ້ວຍ.
ທ່ານ Joe Biden (ພາບ: AP)
      ພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ Joe Biden, ປະທານາທິບໍດີຄົນທີ 46 ຂອງປະເທດ ອາເມລິກາ ໄດ້ດຳເນີນໃນວັນທີ 20 ມັງກອນ, ເຊິ່ງບໍ່ມີການເຂົ້າຮ່ວມຂອງ ທ່ານປະທານາທິບໍດີທີ່ໝົດອາຍຸການ Doanld Trump. ນີ້ໄດ້ຖືວ່າແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ ໃນປະຫວັດສາດຂອງປະເທດອາເມລິກາ ທັນສະໄໝ, ສ່ອງແສງໃຫ້ເຫັນການຂັດແຍ້ງ ແລະ ຄວາມແຕກຕ່າງກັນຢ່າງເລິກເຊິ່ງກ່ຽວກັບທັດສະນະນຳພາຂອງການນຳສອງທ່ານ. ເພາະສະນັ້ນ, ຄວາມສົນໃຈແຖວໜ້າຂອງຫາງສຽງໃນເວລານີ້ແມ່ນ ບາດກ້າວເດີນທຳອິດຂອງທ່ານປະທານາທິບໍດີຄົນໃໝ່ Joe Biden  ຈະມີຄວາມແຕກຕ່າງກັນແນວໃດ ເມື່ອທຽບໃສ່ກັບທ່ານປະທານາທິບໍດີອາຍຸການກ່ອນ.
    ຕ່າວປີ້ນຫຼາຍນະໂຍບາຍຂອງອຳນາດການປົກຄອງອາຍຸການກ່ອນ
    2 – 3 ວັນກ່ອນທີ່ຈະຈັດພິທີສາບານຕົວເຂົ້າດຳລົງຕຳແໜ່ງເປັນປະທານາທິບໍດີຂອງທ່ານ Joe Biden, ວັນທີ 16 ມັງກອນ, ທ່ານ Ron Klain ຫົວໜ້າຫ້ອງວ່າການປະທານາທິບໍດີອາເມລິກາ ຄົນໃໝ ໄດ້ສົ່ງບົດບັນທຶກຊ່ວຍຈຳໄປຍັງວົງການນັກຂ່າວ, ໃນນັ້ນໃຫ້ຮູ້ວ່າ: ໃນວັນເຂົ້າດຳລົງຕຳແໜ່ງ (ວັນທີ 20 ມັງກອນ), ຄາດວ່າ ທ່ານປະທານາທິບໍດີ Joe Biden ຈະລົງນາມລັດຖະດຳລັດບໍລິຫານນັບສິບສະບັບ, ໃນນັ້ນຫຼາຍສະບັບມີລັກສະນະຕ່າວປີ້ນຫລາຍນະໂຍບາຍຂອງອຳນາດການປົກຄອງ ຊຸດກ່ອນຄື ເຂົ້າຮ່ວມສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP21) ຄືນໃໝ່ ແລະ ຍົກເລີກຄຳສັ່ງຫ້າມການໄປມາກັບບັນດາປະເທດອິດສະລາມ.
    ຕໍ່ຈາກນັ້ນ, ຕາມແຫຼ່ງຂ່າວຈຳນວນໜຶ່ງ, ທ່ານປະທານາທິບໍດີອາເມລິກາຄົນໃໝ່ ຈະປະກາດຮ່າງກົດໝາຍວ່າດ້ວຍຄົນເຂົ້າເມືອງທີ່ມີຊື່ວ່າ Dreamers, ໂດຍວາງອອກວິໄລຍະທາງ 8 ປີ ເພື່ອໃຫ້ປະຊາຊົນພວມດຳລົງຊີວິດຢູ່ອາເມລິກາ ປະມານ 11 ລ້ານຄົນ ກາຍເປັນພົນລະເມືອງ ອາເມລິກາ. ຮ່າງກົດໝາຍສະບັບດັ່ງກ່າວ ແມ່ນບາດກ້າວເດີນ ເພື່ອໃຫ້ທ່ານປະທານາທິບໍດີຄົນໃໝ່ປະຕິບັດຄຳໝັ້ນສັນຍາສຳຄັນໃນບັ້ນຫາສຽງເລືອກຕັ້ງຕໍ່ຜູ້ມີສິດເລືອກຕັ້ງຊາວລາຕິນ ແລະ ຜູ້ເຂົ້າເມືອງທີ່ເປັນຊຸມຊົນອື່ນ ພາຍຫຼັງ 4 ປີທີ່ທ່ານປະທານາທິບໍດີ Donald Trump ນຳໃຊ້ນະໂຍບາຍຈຳກັດຄົນເຂົ້າເມືອງ ແລະ ເນລະເທດຊາວອົບພະຍົບແບບຜິດກົດໝາຍເປັນຈຳນວນຫຼາຍອອກຈາກປະເທດ. ໃນບັ້ນຫາສຽງເລືອກຕັ້ງຂອງຕົນ, ທ່ານ Biden ເອີ້ນການກະທຳຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບບັນຫາຄົນເຂົ້າເມືອງວ່າແມ່ນ “ການບຸກໂຈມຕີຢ່າງບໍ່ຢຸດຢັ້ງ” ໃສ່ຄຸນຄ່າຂອງອາເມລິກາ ແລະ ຢັ້ງຢືນວ່າຈະ “ແກ້ໄຂຜົນເສຍຫາຍ”.
        ວັນທີ 18 ມັງກອນ, ທ່ານ Jen Psaki ເລຂາດ້ານການຂ່າວຂອງທ່ານປະທານາທິບໍດີໄດ້ຮັບໄຊຊະນະໃນການເລືອກຕັ້ງ Joe Biden ໃຫ້ຮູ້ວ່າ ອຳນາດການປົກຄອງຊຸດໃໝ່ຄາດວ່າ ຈະບໍ່ຍົກເລີກຂໍ້ຈຳກັດການເຂົ້າເມືອງໃນວັນທີ 26 ມັງກອນ ຈະມາເຖິງ, ເຊິ່ງກົງກັນຂ້າມແມ່ນຈະເພີ່ມທະວີບັນດາມາດຕະການທາງການແພດສາທາລະນະສຸກສາທາລະນະທີ່ກ່ຽວຂ້ອງເຖິງການ ໄປມາລະຫວ່າງບັນດາປະເທດ, ເພື່ອແນໃສ່ຈຳກັດການແຜ່ລະບາດໂຄວິດ - 19. ຖະແຫຼງການໄດ້ຍົກອອກມາພາຍຫຼັງທຳນຽບຂາວ ໄດ້ຢັ້ງຢືນວ່າ ຄຳສັ່ງຫ້າມເຂົ້າເມືອງອາເມລິກາ ສຳລັບແຂກທີ່ມາຈາກອັງກິດ ພ້ອມດ້ວຍ 26 ປະເທດໃນກຸ່ມ Schengen ແລະ ບຣາຊິນ, ຈະໝົດຜົນສັກສິດນັບແຕ່ວັນທີ 26 ມັງກອນເປັນຕົ້ນໄປ.
    ຕາມການຕີລາຄາຂອງນັກຊ່ຽວຊານຫລາຍທ່ານແລ້ວ, ບັນດາມາດຕະການຕ່າວປີ້ນນະໂຍບາຍເກືອບທັງໝົດ ຂອງທ່ານປະທານາທິບໍດີອາເມລິກາຄົນໃໝ່ ໄດ້ສຸມໃສ່ບັນຫາ ເຊິ່ງທ່ານປະທານາທິບໍດີຊຸດກ່ອນພວມປະຕິບັດ ແລະ ບໍ່ຕ້ອງການການຮັບການຮັບຮອງເອົາຈາກສະພາແຫ່ງຊາດ.
    ສິ່ງທ້າທາຍ
   ເມື່ອເຂົ້າດຳລົງຕຳແໜ່ງເປັນປະທານາທໍບໍດີອາເມລິກາ ໃນສະພາບການຢູ່ພາຍໃນປະເທດ ແລະ ສາກົນ ມີການຜັນແປສັບສົນຫຼາຍຢ່າງ, ມີຫລາຍບັນຫາທີ່ກ່ຽວຂ້ອງ ໃນນັ້ນ ໄດ້ຮັບການຕີລາຄາວ່າ ແມ່ນຊົ່ວຮ້າຍເປັນພິເສດ ເປັນຕົ້ນແມ່ນຄວາມວຸ້ນວາຍທີ່ກ່ຽວຂ້ອງເຖິງຂັ້ນຕອນການເລືອກຕັ້ງປະທານາທິບໍດີປີ 2020, ຜົນກະທົບຈາກໂລກລະບາດໂຄວິດ - 19, ການພົວພັນລະຫວ່າງ ອາເມລິກາ - ຈີນ ຢູ່ໃນລະດັບຊົ່ວຮ້າຍທີ່ສຸດໃນຫຼາຍທົດສະວັດທີ່ຜ່ານມາ... ດັ່ງນັ້ນ, ທ່ານປະທານາທິບໍດີຄົນໃໝ່ຂອງອາເມລິກາ ຕ້ອງປະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫລວງຫຼາຍຢ່າງ.
    ໃນຂະນະນັ້ນ, ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ, ການແກ້ໄຂຄວາມແບ່ງແຍກຢູ່ພາຍໃນປະເທດອາເມລິກາ ພາຍຫລັງເຫດການທີ່ເກີດຂຶ້ນໃນໄລຍະຜ່ານມາ ແມ່ນສິ່ງທ້າທາຍທີ່ສຸດຕໍ່ທ່ານ Joe Biden. ຕາມນັ້ນແລ້ວ, ກ່ອນອື່ນໝົດ, ທ່ານປະທານາທິບໍດີ Joe Biden ຕ້ອງໄດ້ຮັບໄຊຊະນະໂດຍທັນທີ ໃນການກ່າວສູນທອນບົດສາບານຕົນເຂົ້າດຳລົງຕຳແໜ່ງໃນວັນທີ 20 ມັງກອນ, ໃນສະພາບທີ່ຍັງບໍ່ເຄີຍມີມາກ່ອນແມ່ນບໍ່ມີການເຂົ້າຮ່ວມຂອງປະທານາທິບໍດີຊຸດກ່ອນ ເພື່ອສະແດງຄວາມຂອບໃຈ ແລະ ໄດ້ຮັບຄຳອວຍພອນ, ໃນສະພາບການຮັກສາຄວາມສະຫງົບທີ່ຄັ່ງຕຶງ ພາຍຫຼັງເກີດເຫດຈະລາຈົນຢູ່ສຳນັກງານສະພາແຫ່ງຊາດຢູ່ໂນນ Capitol ເມື່ອວັນທີ 6 ມັງກອນ ແລະ ໂດຍສະເພາະແມ່ນມີສະມາຊິກພັກສາທາລະນະຫລາຍທ່ານ ມີຄວາມສົງໄສຕໍ່ໝາກຜົນການເລືອກຕັ້ງປະທານາທິບໍດີຜ່ານມາ ຕໍ່ໄຊຊະນະຂອງທ່ານ Joe Biden.
        ຕໍ່ຈາກນັ້ນແມ່ນບັນຫາຮັບມືກັບຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19 ແລະ ການຟື້ນຟູພື້ນຖານເສດຖະກິດທີ່ຖືກຊຸດໂຊມຢ່າງຮ້າຍແຮງ, ກໍ່ລ້ວນແຕ່ແມ່ນສິ່ງທ້າທາຍຢ່າງໜັກໜ່ວງສຳລັບທ່ານປະທານາທິບໍດີຄົນໃໝ່. ກ່ຽວກັບການພົວພັນຕ່າງປະເທດ, ການແກ້ໄຂການພົວພັນລະຫວ່າງອາເມລິກາ ແລະ ຈີນ ເຊິ່ງພວມຕົກຢູ່ໃນສະພາບເຄັ່ງຕຶງທີ່ສຸດ, ການປັບປຸງການພົວພັນສອງຝັ່ງມະຫາສະໝຸດອັດລັງຕິກ ຫຼື ປ່ຽນແປງວິທີການສຳຜັດກັບບັນຫານິວເຄຼຍອີຣານ, ການປອດນິວເຄຼຍຢູ່ແຫຼມເກົາຫຼີ… ກໍ່ລ້ວນແຕ່ໄດ້ຮັບຖືວ່າ ແມ່ນສິ່ງທ້າຍທາຍທີ່ໃຫຍ່ຫຼວງຕໍ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Biden.
    ເຖິງຢ່າງໃດກໍ່ຕາມ, ຕາມນັກໄຈ້ແຍກຫລາຍທ່ານແລ້ວ, ທ່ານປະທານາທິບໍດີອາເມລິກາ ຄົນໃໝ່ ຍັງມີຄວາມສະດວກໃດໜຶ່ງໃນການນຳພາປະເທດຊາດ. ໃນນັ້ນ, ຕ້ອງເວົ້າເຖິງ ເລື່ອງ ພັກປະຊາທິປະໄຕກວມເອົາທີ່ນັ່ງສ່ວນຫລາຍ ແລະ ພວມຄວບຄຸມສະພາຕ່ຳ, ພ້ອມທັງມີທ່າໄດ້ປຽບຢູ່ສະພາສູງ ເມື່ອມີທີ່ນັ່ງ 50 ທີ່ນັ່ງຢູ່ສະພາສູງ ຄືກັນກັບພັກສາທາລະນະ, ແຕ່ມີທັດສະນະຕັດສິນຊີ້ຂາດຈາກຕຳແໜ່ງປະທານສະພາສູງ ໂດຍທ່ານນາງ Kamala Harris ຮອງປະທານາທິບໍດີ ອາເມລິກາ ຂອງພັກປະຊາທິປະໄຕເປັນຜູ້ຮັກສາຕຳແໜ່ງດັ່ງກ່າວ./.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top