• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະເທດ ຫວຽດນາມ ໄລຍະເກີດໂລກລະບາດໂຄວິດ - 19 ໃນສາຍຕາຂອງສາວລາວ ເປັນໃພ້ ຫວຽດ

      ໂລກລະບາດໂຄວິດ - 19 ແຜ່ລະບາດໄດ້ສົ່ງຜົນກະທົບຕໍ່ທຸກດ້ານຂອງຊີວິດເສດຖະກິດ - ສັງຄົມ ຂອງບັນດາປະເທດໃນໂລກເກືອບທັງໝົດ ແລະ ຫວຽດນາມ ກໍບໍ່ນອກເໜືອຈາກນັ້ນ. ບັນດາການເຄື່ອນໄຫວໄປມາຫາສູ່, ການດຳເນີນທຸລະກິດ, ການທ່ອງທ່ຽວ ແລະ ນັບທັງຄວາມຊິນເຄີຍຕ່າງໆນາໆໃນຊີວິດປະຈຳວັນກໍຖືກປ່ຽນແປງໄປຕາມ. ຊັ້ນ ຮູບພາບຂອງປະເທດຊາດ ແລະ ຊາວ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19 ໃນສາຍຕາຂອງຊາວຕ່າງປະເທດ ຈະມີການປ່ຽນແປງຫຼືບໍ? 
      ໃນລາຍການຊາຍຄາອາຊຽນພາກນີ້ພວກເຮົາຈະໄດ້ພົບປະກັບເອື້ອຍຈັນສີດາອິນຄະວິໄລມາຈາກປະເທດລາວທີ່ສວຍງາມແລະເອື້ອຍກໍແມ່ນຜູ້ທີ່ຍາດໄດ້ລາງວັນທີ  3 ໃນການເສັງຂຽນ “ຮ່າໂນ້ຍໃນໃຈຂ້ອຍ" ປີ 2020 ເພື່ອລອງເບິ່ງວ່າ ຮູບພາບຂອງ ຫວຽດນາມ ໃນໄລຍະເກີດໂລກລະບາດໂຄວິດ - 19 ໃນສາຍຕາຂອງລາວ ຈະເປັນຄືແນວໃດ.
ເອື້ອຍຈັນສີດາອິນຄະວິໄລ
      ໂດຍກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວທີ່ມີມູນເຊື້ອເຮັດວຽກງານການທູດ, ໂດຍສະເພາະແມ່ນກ່ຽວຂ້ອງເຖິງການພົວພັນລະຫວ່າງ ຫວຽດນາມ ແລະ ລາວ. ຈາກບັນດາເລື່ອງລາວ ແລະ ຂອງຕ້ອນເລັກໆນ້ອຍໆຄື ເຂົ້າໜົມໝາກພ້າວ, ເລືອງໂຄ (ເຂົ້າໜົມທີ່ເຮັດຈາກແປ້ງຫຼາຍຊະນິດ ປະສົມກັບນຳ້ຕານ, ອົບແຫ້ງແລ້ວອັດເປັນກ້ອນ) ພາຍຫຼັງທີ່ພໍ່ເຖົ້າແມ່ເຖົ້າໄປປະຕິບັດງານມາຈາກ ຫວຽດນາມ ແຕ່ລະຄັ້ງ ໄດ້ກາຍເປັນສາຍໃຍຊ່ວຍນຳ ເອື້ອຍ ຈັນສີດາ ອິນຄະວິໄລ ມາ ຮ່າໂນ້ຍ ແລະ ນັ້ນກໍແມ່ນຄວາມຝັນຂອງເອື້ອຍ. ພາຍຫຼັງຮຽນຈົບມັດທະຍົມຕອນປາຍ, ເອື້ອຍກໍໄດ້ຮັບທຶນໄປຮຽນມະຫາວິທະຍາໄລຢູ່ ຮ່າໂນ້ຍ ດັ່ງທີ່ໄດ້ປາດຖະໜາ, ຫຼັງຈາກນັ້ນກໍໄດ້ແຕ່ງງານກັບຄົນຫວຽດ ແລະ ຕິດພັນກັບ ຮ່າໂນ້ຍ ມາຈົນຮອດປັດຈຸບັນນີ້. ເອື້ອຍ ຈັນສີດາ ຕັດສິນໃຈມາຢູ່ນຳຄອບຄົວ ແລະ ດຳລົງຊີວິດຢູ່ຮ່າໂນ້ຍ ເພາະວ່າ ລາວມີຄວາມຮັກທີ່ພິເສດຕໍ່ກັບ ຮ່າໂນ້ຍ. ຍາມໃດເອື້ອຍກໍຮູ້ສຶກໄດ້ເຖິງຄວາມອົບອຸ່ນຈາກຄອບຄົວທາງຜົວ ແລະ ເພື່ອນມິດສະຫາຍ ຫວຽດນາມ ທີ່ມີຕໍ່ ເອື້ອຍ ເໝືອນດັ່ງຢູ່ບ້ານເກີດເມືອງນອນຂອງຕົນ. ນັບທັງເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢ່າງສັບສົນ, ຄອບຄົວຂອງເອື້ອຍກໍປະສົບກັບຄວາມຫຍຸ້ງຍາກສ່ວນໃດໜຶ່ງ ແຕ່ເອື້ອຍຍັງຮູ້ສຶກມີຄວາມອຸ່ນອ່ຽນໃຈເປັນສະເໝີ.
ສະຖານທີ່ຂາຍຜະລິດຕະພັນກະເສດ ຊ່ວຍເຫຼືອຊາວ ຫາຍເຢືອງ ເມື່ອໂລກລະບາດແຜ່ລະບາດຢູ່ແຂວງນີ້
      ເອື້ອຍ ຈັນສີດາ ໄດ້ຕິດຕາມສະພາບການ ແລະ ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງ ຫວຽດນາມ ເປັນປະຈຳ ເພື່ອປະຕິບັດຢ່າງຖືກຕ້ອງ. ເອື້ອຍເຫັນວ່າ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ, ບໍ່ພຽງແຕ່ມີການເຂົ້າຮ່ວມຂອງທັງລະບົບການເມືອງເທົ່ານັ້ນ ຫາກປະຊາຊົນ ຫວຽດນາມ ກໍມີສະຕິສູງໃນການປະຕິບັດ ແລະ ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ທຸກແຫຼ່ງກຳລັງ ລ້ວນແຕ່ໄດ້ເຂົ້າຮ່ວມເພື່ອປະກອບເຫື່ອແຮງຂອງຕົນເຂົ້າໃນວຽກງານງານ ຢ່າງຄວາມສຸດຈິດສຸດໃຈ ແລະ ບໍ່ຮູ້ອິດບໍ່ຮູ້ເມື່ອຍ. ຜູ້ປະກອບເຫື່ອແຮງ, ຜູ້ປະກອບວັດຖຸສິ່ງຂອງ, ຜູ້ປະດິດສ້າງບັນດາວັດຖຸອຸປະກອນເພື່ອຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ແທດເໝາະກັບສະພາບການ.  ສິ່ງທີ່ເຮັດໃຫ້ເອື້ອຍມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນ ຊາວ ຫວຽດນາມ ບໍ່ປະຖີ້ມກັນ.
      ເມື່ອເຫັນຮູບພາບພະຍາບານແພດໝໍຫຼາຍຄົນເປັນໄຂ້ແດດ ຍ້ອນຄວາມຮ້ອນຄວາມອິດເມື່ອຍພາຍຫຼັງເຮັດວຽກເປັນເວລາຫຼາຍຊົ່ວໂມງຢ່າງລຽນຕິດ ຈົນສະຫຼົບສະໄຫຼ ຫຼື ຄຼິບວີດີໂອ ເດັກນ້ອຍຮ້ອງໄຫ້ຫາແມ່ ເມື່ອເຫັນພາບແມ່ຜ່ານໜ້າຈໍໂທລະທັດ ແຕ່ແມ່ພັດບໍ່ໄດ້ອຸ້ມບໍ່ໄດ້ກອດມາດົນຍ້ອນແມ່ໄປປະຕິບັກໜ້າທີ່, ເອື້ອຍ ຈັນສີດາ ກໍກັ້ນນ້ຳຕາໄວ້ບໍ່ໄດ້. 
ພະຍາບານ, ແພດໝໍ ເຮັດວຽກທັງເວັນ ແລະ ຄືນ ໂດຍບໍ່ຮູ້ອິດ ບໍ່ຮູ້ເມື່ອຍ
      ໂດຍເປັນເວລາສອງກວ່າປີແລ້ວ ທີ່ເອື້ອຍພ້ອມດ້ວຍຄອບຄົວ ບໍ່ໄດ້ກັບເມືອຢາມບ້ານເກີດເມືອງນອນຂອງຕົນ. ໃນໄລຍະຜ່ານມາ, ໂລກລະບາດກໍໄດ້ແຜ່ລະບາດຮອບໃໝ່ຢູ່ ລາວ. ການແຜ່ລະບາດຄັ້ງນີ້ ແມ່ນຮ້າຍແຮງກວ່າເທື່ອກ່ອນໜ້ານັ້ນ. ເອື້ອຍມີຄວາມເປັນຫ່ວງນຳຄອບຄົວ, ຍາດຕິພີ່ນ້ອງຂອງຕົນທີ່ສຸດ. ແຕ່ການຊ່ວຍເຫຼືອຢ່າງແທດຈິງ ແລະ ທັນການຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ ໄດ້ຊ່ວຍໃຫ້ເອື້ອຍ ມີຄວາມອຸ່ນອ່ຽນໃຈສ່ວນໃດສ່ວນໜຶ່ງ ແລະ ເວລານັ້ນ ຮູບພາບຂອງປະເທດຊາດ ແລະ ຊາວຫວຽດນາມ ໃນໃຈຂອງເອື້ອຍ ຍິ່ງສວຍງາມກວ່າເວລາໃດໝົດ.
ເຖິງວ່າ ຫວຽດນາມ ພວມປະເຊີນໜ້າກັບການຜັນແປຢ່າງສັບສົນຂອງໂລກລະບາດໂຄວິດ - 19 ກໍຕາມ, ແຕ່ ຫວຽດນາມ ຍັງຊ່ວຍເຫຼືອ ລາວ
ບໍ່ວ່າຈະເປັນດ້ານຊັບພະຍາກອນມະນຸດ, ວັດຖຸອຸປະກອນການແພດ ແລະ ການເງິນອີກດ້ວຍ. 
      ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ເອື້ອຍ ພ້ອມດ້ວຍຄອບຄົວ ຍາມໃດກໍປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຂອງ ລັດຖະບານ ຫວຽດນາມ ຢ່າງເຂັ້ມງວດ. ເອື້ອຍ ຖືວ່າ ມາດຕະການປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ຂອງ ຫວຽດນາມ ແມ່ນໜຶ່ງໃນບັນດາມາດຕະການທີ່ຊ່ວຍໃຫ້ເຮົາຫ່າງໄກຈາກໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມພ້ອມຈິດພ້ອມໃຈ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນ ຫວຽດນາມ ໝົດທຸກຄົນພ້ອມດ້ວຍການເພີ່ມທະວີການສັກວັກຊິນກັນພະຍາດໂຄວິດ - 19, ອີກບໍ່ດົນ ໂລກລະບາດຈະຖືກຍູ້ຖອຍໄປ, ບັນດາສະມາຊິກໃນຄອບຄົວຈະໄດ້ກັບມາເຕົ້າໂຮມຢູ່ຮ່ວມກັນຢ່າງອົບອຸ່ນ ແລະ ທຸກການເຄື່ອນໄຫວຈະໄດ້ກັບມາເຄື່ອນໄຫວເປັນປົກກະຕິ./.
(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top