• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ປະສົບການ ໃນຮູບແບບການສຶກສາ Pandora

ສວນສາທາລະນະ ຮູບແບບການສຶກສາ Pandora ພວມເປັນ ສະຖານທີ່ “ຮຽນຄືຫຼິ້ນ, ຫຼິ້ນຄືຮຽນ” ຊ່ວຍເຮັດໃຫ້ບັນດາເດັກ ນ້ອຍ ຫຼາຍຄົນ ຮູ້ສຶກເປັນອິດສະຫຼະ ໃນຈິດຕະນາການ ຂອງ ພວກເຂົາ ແລະ ມີທັກສະ ໃນການດໍາລົງຊີວິດ. 
ທ່ານ ຟ້າມເຖ໋ຝຸກ - ຜູ້ອໍານວຍການ ສວນສາທາລະນະຮູບແບບ ການສຶກສາ Pandora ໃຫ້ຮູ້ວ່າ: “ບັນດາເດັກນ້ອຍ ຢູ່ໃນເມືອງ ຈະມີບ່ອນຫຼິ້ນ ຈໍາກັດຫຼາຍ, ຂາດສະພາບແວດ ລ້ອມພາຍນອກ ເພື່ອມີປະສົບການຫຼາຍຂຶ້ນ. ດັ່ງນັ້ນ, ໂຮງງານ ຫົວຄິດປະດິດ ສ້າງ Creative Gara ສົມທົບກັບ ຮູບແບບການ ສຶກສາ ທັກ ສະໃນການດໍາລົງຊີວິດ Cara ແລະ ສວນສາທາລະ ນະ ຮູບ ແບບການສຶກສາ Pandora ໄດ້ຮ່ວມກັນ ເພື່ອສ້າງສະພາບ ແວດລ້ອມ, ຊ່ວຍໃຫ້ບັນດາເດັກນ້ອຍ ໄດ້ເຈືອຈານ ເຂົ້າກັບທຳ ມະຊາດ, ມີສະຕິປົກປັກຮັກ ສາສິ່ງແວດລ້ອມ, ສົ່ງເສີມຄວາມ ສາມາດ ແນວຄິດສ້າງສັນ ແລະ ຝຶກຝົນ ຄວາມອົດທົນ ໃນຊີວິດ ການເປັນຢູ່”. 

ມາຍັງສວນສາທາລະນະ ຮູບແບບການສຶກສາ Pandora, ບັນ ດານ້ອງ ນ້ອຍຈະໄດ້ຜ່ານພຶດຕິກຳຕົວຈິງ ໃນດ້ານກະສິກຳ ຄື: ໄປຢ້ຽມ ຢາມສວນປູກຜັກອິນຊີ ແລະ ເຂົ້າຮ່ວມ ໃນການເກັບ ກ່ຽວ ພາຍ ໃຕ້ການແນະນຳຂອງຄູຝຶກ. ນອກຈາກນັ້ນ, ບັນດາ ນ້ອງນ້ອຍ ຍັງໄດ້ຊອກຮູ້ກ່ຽວກັບ ປະຫວັດສາດ ຜ່ານບັນດາ ຮູບ ຈຳລອງ ທີ່ ຕັ້ງຢູ່ຂົງເຂດ Atlantic, ຕົ້ນໄມ້ Avatar...


ສວນສາທາລະນະຮູບແບບ ການສຶກສາ Pandora ເປັນຕົວແບບຜ່ານພຶດຕິກຳຕົວຈິງ, ເປັນສະຖານທີ່ຝຶກແອບແບບແຜນວິຖີຊີວິດໃຫ້ແກ່ບັນດານ້ອງນ້ອຍ.


ບັນດານ້ອງນ້ອຍທັງຊອກຮູ້ວິທີການຜະລິດຂອງ ໝູ່ບ້ານອາ ຊີບຜະລິດເຄື່ອງປັ້ນດິນເຜົາມູນເຊື້ອ.


ທັງເຮັດບັນດາຜະລິດຕະ ພັນຕາມໃຈມັກ ໂດຍຕົນເອງ.


ການຍິງໜ້າ ກໍ່ເປັນເກມ ທີ່ດຶງດູດການເຂົ້າຮ່ວມ ຂອງ ເດັກ  ນ້ອຍ ເປັນຈວນນວນຫຼວງຫຼາຍ. 


ນ້ອງນ້ອຍຫຼາຍຄົນ ຫຼັງຈາກມາຍັງ Pandora ສາມາດຝືກ ຝົນ ໄດ້ຄວາມໝັ້ນໃຈ ໃນຊີວິດ. 


ພ້ອມກັນໄປຊອກຫາເຄື່ອງບູຮານທີ່ໄດ້ເຊື່ອງໄວ້ຢູ່ໃຕ້ຂີ້ຊາຍ ກໍ່ແມ່ນການຫຼິ້ນທີ່ກະຕຸກຊຸກຍູ້ຄວາມສະຫຼອກກອກ
ແລະ ຝືກຝົນ ຄວາມຕັ້ງໃຈ ຂອງ ບັນດານ້ອງນ້ອຍ.




ບັນດານ້ອງນ້ອຍຮຽນວິທີການປະກອບເຮືອນດ້ວຍໄມ້.


ບັນດານ້ອງນ້ອຍໄດ້ຊອກຮູ້ກ່ຽວກັບຕົ້ນໄມ້ຫຼາຍ ຊະນິດ ແລະ ຂັ້ນຕອນການເກັບກ່ຽວ.


ຫາກໍ່ໄດ້ເປີດຢ່າງເປັນທາງການ, ແຕ່ສວນສາທາລະນະຮູບແບບ ການສຶກສາ Pandora ດຶງດູດນ້ອງນ້ອຍມາຢ້ຽມຢາມດ້ວຍຈຳນວນຫຼາຍ.

ພິເສດ, ການເຄື່ອນໄຫວ ປະສົບສ້າງສັນ ທາງສວນສາທາລະນະ ຮູບແບບການສຶກສາ Pandora ໃຫ້ຄວາມສໍາຄັນ ແລະ ຖືວ່າ ນີ້ເປັນຈຸດ ແຕກຕ່າງ ຂອງ Pandora ເມື່ອ ທຽບກັບບັນດາ ຕົວ ແບບປະສົບ ດ້ານການສຶກສາຕ່າງໆ. ພາຍໃຕ້ການແນະນຳຂອງ ບັນດາຄູຝຶກ ທີ່ໄດ້ຮັບການຝຶກ ອົບຮົມມາເປັນຢ່າງດີ ຈາກ ໂຮງ ງານ ຫົວຄິດ ປະດິດສ້າງ ສິລະປະ Creative Gara, ບັນດາ ເດັກນ້ອຍຈະ ໄດ້ຊອກຫາ ວັດຖຸອຸປະກອນ ເພື່ອຜະລິດອອກ ຜະລິດຕະພັນ ຫຼາຍຢ່າງ, ປັ້ນຮູບ ດ້ວຍດິນເຜົາ, ເຮັດເຮືອ ດ້ວຍ ຂີ້ເຫຍື້ອ ຜະລິດຄືນໃໝ່ ແລະ ຊອກຮູ້ກ່ຽວກັບກົດເກນAcsimet ຊ່ວຍເຮັດ ໃຫ້ ວັດຖຸ ສາມາດຟູເທິງໜ້ານຳ້ໄດ້, ຮຽນ ຮູ້ກ່ຽວກັບ ວິທະຍາສາດ ແລະ ເຕັກໂນໂລຊີ ຜ່ານ ເຕັກໂນໂລຊີ ສໍາພັດ ແລະ ຮັບຮູ້ສຽງ ເວົ້າໃນບໍລິເວນຕົ້ນໄມ້ Avatar... ບັນດາການ ເຄື່ອນໄຫວ ດັ່ງ ກ່າວ ລ້ວນແຕ່ເພື່ອສ້າງແຮງບັນດານໃຈ ແລະ ຝຶກຝົນທັກສະ ການໃຊ້ຊີວິດ, ນໍາເອົາແນວຄວາມຄິດສ້າງສັນ ແລະ ການສັງ ເກດເບິ່ງ ສໍາລັບນ້ອງນ້ອຍ ເມື່ອມາສໍາພັດ ກັບ ຮູບແບບສຶກສາ ຢູ່ Pandora. 

ຄູຝຶກ 12 ຄົນທີ່ເຮັດວຽກ ປະຈໍາ ຢູ່ສວນສາທາລະນະ ຮູບແບບ ການສຶກ ສາ Pandora ລ້ວນແຕ່ເປັນຜູ້ທີ່ມີ ປະສົບການ ມາ ເປັນເວລາ ຫຼາຍປີ ແລະ ໄດ້ແບ່ງວຽກ ໃຫ້ເໝາະ ສົມກັບຄວາມ ສາມາດ ເພື່ອຊ່ວຍເຫຼືອ ບັນດາເດັກນ້ອຍ ສາມາດຜະລິດອອກ ໄດ້ ຜະລິດຕະພັນຕົວຈິງ. ຈາກນັ້ນ ຈະເຮັດໃຫ້ບັນດາເດັກນ້ອຍ ເຂົ້າໃຈ ເຖິງຄວາມຮັກ ແລະ ຄຸນຄ່າ ຂອງ ການອອກແຮງງານ. 

ມາຮອດປັດຈຸບັນ, ດ້ວຍເນື້ອທີ່ກວ້າງກວ່າ 3 ເຮັກຕາ ຢູ່ເຮືອນ ເລກ 1, ຖະໜົນ ດ່າວຢຸຍຕຸ່ງ, ເມືອງ ດົງແອ໋ງ, ນະຄອນ ຮ່າ ໂນ້ຍ, ສວນສາທາລະນະ ຮູບແບບການສຶກສາ Pandora ໄດ້ ຕ້ອນຮັບ ບັນດາເດັກນ້ອຍ ຂອງ ໂຮງຮຽນຫຼາຍແຫ່ງຢູ່ ຮ່າໂນ້ຍ ແລະ ແຂວງ ໃກ້ຄຽງ ຈຳນວນໜຶ່ງ ມາຢ້ຽມຢາມ ແລະ ຜ່ານພຶດ ຕິ ກຳຕົວຈິງການສຶກສາ ແຕ່ວັນອັງຄານ ເຖິງວັນອາທິດ ຂອງ ທຸກໆ ອາທິດ. ນອກຈາກນັ້ນ, Pandora ຍັງເປັນສະຖານທີ່  ທີ່ ພໍ່ແມ່ ຫຼາຍຄົນ ພາລູກຫຼານຂອງຕົນມາຫຼິ້ນໃນທ້າຍອາທິດ. 

ທ່ານນາງ ເລທິຊາວ ໃຫ້ຮູ້ວ່າ: “ປະສົບການ ຢູ່ທີ່ນີ້ ຂ້ອນຂ້າງ ເປັນມິດ ແລະ ລູກຂ້າພະເຈົ້າ ສຸດທ່ີມັກຜະລິດ ເຮືອ ຈາກວັດຖຸ ຜະລິດຄືນໃໝ່ ແລະ ສິ່ງຂອງຕ່າງໆ ດ້ວຍໄມ້ ອີກດ້ວຍ”. 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top