• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິດີອາເມລິກາ ກ່າວປາໄສຕໍ່ບັນດາຜູ້ສະໜັບສະໜູນນັບແຕ່ເມື່ອຕິດເຊື້ອພະຍາດໂຄວິດ-19 ເປັນຄັ້ງທຳອິດ

      ເຫດການນີ້ໄດ້ສຸມໃສ່ຫົວຂໍ້ “ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍ”.

ທ່ານປະທານາທິບໍດີອາເມລິກາ Donald Trump ກ່າວປາໄສຕໍ່ໜ້າບັນດາຜູ້ສະໜັບສະໜູນທ່ານ
(ພາບ: Reuter)
      ວັນທີ 10 ຕຸລາ, ທ່ານປະທານາທິບໍດີອາເມລິກາ Donald Trump ກ່າວປາໄສຕໍ່ໜ້າບັນດາຜູ້ສະໜັບສະໜູນທ່ານຢູ່ທຳນຽບຂາວ, ໃນນັ້ນສ່ວນຫຼາຍແມ່ນຊາວອາເມລິກາ ເຊື້ອຊາດອາຟະລິກາ ແລະ ເຊື້ອຊາດລາຕິງ. ນີ້ການເຫດການເປີດເຜີຍເປັນຄັ້ງທຳອິດ ເຊິ່ງທ່ານປະທານາທິບໍດີ Donald Trump ຈັດຕັ້ງນັບແຕ່ເມື່ອທ່ານຕິດເຊື້ອພະຍາດໂຄວິດ-19 ແລະ ຕ້ອງໄດ້ຮັບການປິ່ນປົວເປັນເວລາ 3 ວັນ.
ໃນເຫດການນີ້ໄດ້ສຸມໃສ່ຫົວຂໍ້ “ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍ”. ທ່ານປະທານາທິບໍດີ Donald Trump ໄດ້ຢ້ຳຄືນທັດສະນະເຊິ່ງທ່ານເຄີຍກ່າວປາໄສຫວ່າງມໍ່ໆນີ້ເປັນຫຼາຍຄັ້ງ, ໃນນັ້ນເນັ້ນໜັກເຖິງການສະໜັບສະໜູນທ່ານ ສຳລັບບັນຫາປະຕິບັດກົດໝາຍ. ກ່ຽວຂ້ອງເຖິງການຕໍ່ສູ້ກັບໂລກລະບາດໂຄວິດ-19, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ, ຈະມີວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ກອງທັບຈະຈາກຢ່າຍວັກຊິນນີ້ໂດຍໄວ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top