• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງປະທານສານສູງສຸດສິງກະໂປ

      ຕອນບ່າຍວັນທີ 16 ກັນຍາທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານSundareshMenonປະທານສານສູງສຸດສິງກະໂປທີ່ເດີນທາງມາຢ້ຽມຢາມ ສສຫວຽດນາມ. 

ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານSundareshMenonປະທານສານສູງສຸດສິງກະໂປ  (່ພາບ: Quochoi.vn)
      ທີ່ການຕ້ອນຮັບ, ທ່ານນາງຫງວຽນທິກີມເງິນເນັ້ນໜັກວ່າ: ຫວຽດນາມ-ສິງກະໂປໄດ້ມີການແບ່ງປັນຜົນປະໂຫຍດສ່ວນລວມຫຼາຍດ້ານ, ລວມທັງດ້ານຍຸດທະສາດແລະເສດຖະກິດ. ພັກ, ລັດແລະປະຊາຊົນຫວຽດນາມຍາມໃດກໍ່ຖືເປັນສຳຄັນ,ຮັກສາແລະພັດທະນາສາຍພົວພັນຮ່ວມມືລະຫວ່າງຫວຽດນາມແລະສິງກະໂປ. ສອງຝ່າຍຈະຕ້ອງສືບຕໍ່ຮັກສາ, ເພີ່ມທະວີການແລກປ່ຽນຄະນະພົບປະຂັ້ນສູງ, ບັນດາຂັ້ນ ແລະພົບປະແລກປ່ຽນປະຊາຊົນຢ່າງຕໍ່ເນື່ອງ, ຜັນຂະຫຍາຍບັນດາກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນແລະ ເປັນປົກກະຕິ, ໂດຍແນໃສ່ການປັບປຸງສາຍພົວພັນຄູ່ຮ່ວມຍຸດທະສາດຢ່າງບໍ່ຢຸດຢັ້ງ.
        ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ລະບົບກົດໝາຍແລະຕຸລາການຂອງສິງກະໂປທີ່ຈະບັນລຸໄດ້ໃນໄລຍະມໍ່ໆມານີ້. ທ່ານນາງຫງວຽນທິກີມເງິນໄດ້ຖືວ່ານີ້ແມ່ນບັນດາຈຸດພົ້ນເດັ່ນທີ່ບັນດາປະເທດສະມາຊິກອາຊຽນສາມາດຮ່ຳຮຽນເອົາ, ໃນນັ້ນກໍ່ມີຫວຽດນາມ. ຫວຽດນາມໄດ້ໃຫ້ການສະໜັບສະໜູນ ແລະຊົມເຊີຍຕໍ່ກັບສານບັນດາປະເທດອາຊຽນ ທີ່ໄດ້ຮ່ວມກັນສ້າງຕັ້ງສະພາຫົວໜ້າສານອາຊຽນ (CACJ).
        ທ່ານSundareshMenonປະທານສານສູງສຸດສິງກະໂປກໍ່ໄດ້ຢັ້ງຢືນວ່າ: ສາຍພົວພັນຂອງສອງປະເທດພວມພັດທະນາເປັນຢ່າງດີໃນຫຼາຍຂົງເຂດ. ພິເສດ, ແມ່ນຂົງເຂດສານສອງປະເທດຫວຽດນາມ-ສິງກະໂປໄດ້ມີການສົມທົບກັນຢ່າງແໜ້ນແຟ້ນຢ່າງເປັນປະຈຳ.ໃນວັນທີ 17 ກັນຍາສານ ສອງປະເທດຈະໄດ້ມີການລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top