• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ, ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງ

ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ).
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ຮ໊ອກມົນ .(ພາບ: TTXVN)

ໂດຍປະຕິບັດລາຍການຂົນຂວາຍຜູ້ມີສິດເລືອກຕັ້ງກ່ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຫວຽດນາມ ຊຸດທີ XV ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2016 – 2021, ໃນລະຫວ່າງວັນທີ 09 – 10 ພຶດສະພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ກຸຈີ ແລະ ຮ໊ອກມົນ (ນະຄອນໂຮ່ຈີມິນ). ສະເໜີໂຄງການກະທຳຕໍ່ບັນດາຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ຊີ້ແຈ້ງວ່າ:

        “ຕ້ອງພັດທະນານະຄອນໂຮ່ຈີມິນ ໃຫ້ກາຍເປັນສູນກາງໃຫຍ່, ບໍ່ພຽງແຕ່ແມ່ນແກ້ວປະເສີດເຂດຕາເວັນອອກໄກເທົ່ານັ້ນ ຫາກຍັງແມ່ນແກ້ວປະເສີດເຍືອງແສງເຂດຕາເວັນອອກໄກອີກດ້ວຍ. ພິເສດແມ່ນເອົາໃຈໃສ່ເຖິງບັນດາເຂດດິນແດນປະຕິວັດແມ່ນ ກຸຈີ ແລະ ຮ໊ອກມົນ ໃຫ້ຫຼາຍກວ່າອີກ. ຕ້ອງນຳເຂດດິນແດນດັ່ງກ່າວໃຫ້ທຽບເທົ່າກັບບັນດາເຂດດິນແດນແຫ່ງອື່ນໆຂອງນະຄອນໂຮ່ຈີມິນ. ຍ້ອນເຫດນັ້ນ, ບັນດາບັນຫາທີ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ແມ່ນຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫຼຸດຜ່ອນລະບຽບການບໍລິຫານ; ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ; ເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ… ພ້ອມທັງມີໂຄງການພິເສດກວ່າອີກເພື່ອໃຫ້ບັນດາຄອບຄົວນະໂຍບາຍມີຊີວິດການເປັນຢູ່ໃຫ້ທຽບເທົ່າ ຫຼື  ສູງກວ່າເມື່ອທຽບໃສ່ປະຊາຊົນທ້ອງຖິ່ນ”.

        ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ປະຊາຊົນ ກຸຈີ, ຮ໊ອກມົນ ເວົ້າສະເພາະ, ນະຄອນ ໂຮ່ຈີມິນ ເວົ້າລວມ ແລະ ປະຊາຊົນໃນທົ່ວປະເທດ, ຈົ່ງຍົກສູງສະຕິໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ເຄົາລົບບັນດາຂໍ້ກຳນົດຂອງທ້ອງຖິ່ນ ແລະ ອົງການສາທາລະນະສຸກ. ພາຍຫຼັງການພົບປະກັບຜູ້ມີສິດເລືອກຕັ້ງຢູ່ 2 ເມືອງດັ່ງກ່າວ, ທ່ານປະທານປະເທດ ຫວຽນຊວັນຟຸກ ໄດ້ພົບປະກັບບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາ, ນັກບວດ ທີ່ຕາງໜ້າໃຫ້ບາງສາສະໜາໃນບໍລິເວນເມືອງ.

        ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 7.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງ ຕຽນລາງ, ນະຄອນ ຫາຍຟ່ອງ. (ພາບ: haiphong.gov.vn)

ແລະກໍ່ໃນວັນດຽວກັນ, ຢູ່ເມືອງ ຕຽນລາງ, ນະຄອນ ຫາຍຟ່ອງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ພ້ອມກັບຜູ້ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV 4 ທ່ານຂຶ້ນກັບຫົວໜ່ວຍເລືອກຕັ້ງທີ 3, ນະຄອນ ຫາຍຟ່ອງ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ, ຂົນຂວາຍການເລືອກຕັ້ງກັບຜູ້ມີສິດເລືອກຕັ້ງເມືອງ ຕຽນລາງ.

        ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ, ຖ້າຫາກໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV, ທ່ານຈະພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປ່ຽນແປງໃໝ່, ປັບປຸງ, ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຮັບປະກັນໃຫ້ສະພາແຫ່ງຊາດກາຍເປັນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການມີສິດອຳນາດສູງສຸດຂອງລັດຫວຽດນາມ ຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top