• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ

      ຕອນເຊົ້າວັນທີ 21 ເມສາ ເຊິ່ງກົງກັບວັນທີ 10 ເດືອນສາມ ໄລ່ຕາມຈັນທະປະຕິທິນ, ຢູ່ເຂດປູຊະນີຍະສະຖານວິຫານ ຮຸ່ງ, ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ໄດ້ດຳເນີນພິທີຖະຫວາຍທູບທຽນອາໄລຫາ, ຈາລຶກຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍທູບທຽນ ຢູ່ ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ (ພາບ: vov.vn)
      ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກໍ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ. ວັນບູຊາເຈົ້າຊີວິດຮຸ່ງ ແມ່ນວັນທົ່ວປວງຊົນທັງຊາດພ້ອມກັນຍ້ອງຍໍຊົມເຊີຍຄຸນງາມຄວາມດີຂອງບັນດາເຈົ້າຊີວິດຮຸ່ງ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາປະເທດຊາດ. ປີ 2021 ນີ້, ພິທີບູຊາເຈົ້າຊີວິດຮຸ່ງ ຖືກດຳເນີນເປັນເວລາ 2 ວັນ, ວັນທີ 17 ເມສາ ແລະ ວັນທີ 21 ເມສາ. ຂັ້ນຕອນຈັດພິທີຖືກດຳເນີນແຕ່ວັນທີ 17 ເມສາ. ພາຍຫຼັງທຳພິທີກຳຢູ່ວິຫານເທື້ອງ ສຳເລັດ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະທຳພິທີ ໄດ້ວາງພວງມາລາຢູ່ ສຸສານ ເຈົ້າຊີວິດຮຸ່ງ ແລະ ຖະຫວາຍດອກໄມ້ຢູ່ຕໍ່ໜ້າ ພາບແກະຄວັດສະຫຼັກປະທານໂຮ່ຈີມິນ ພວມໂອ້ລົມກັບບັນດານັກຮົບ ກອງກຳລັງ ຕຽນຟອງ
ທ່ານປະທານປະເທດ ຫງວຽນຊວັນຟຸກ ໄປຢ້ຽມຢາມຕາແສງຊົນນະບົດໃໝ່ ຕື໊ຊ໊າ, ເມືອງ ເລິມທາວ, ແຂວງ ຝູທໍ້ (ພາບ: vov.vn)
      ໃນວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມຕາແສງຊົນນະບົດໃໝ່ ຕື໊ຊ໊າ, ເມືອງ ເລິມທາວ, ແຂວງ ຝູທໍ້. ທ່ານປະທານປະເທດ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ແຂວງ ຝູທໍ້ ຈົ່ງຄົ້ນຄວ້ານຳຕາແສງຊົນນະບົດໃໝ່ທີ່ເປັນແບບຢ່າງກາຍເປັນຕົວເມືອງໃໝ່, ສອດຄອ່ງກັບການວາງແຜນຜັງ, ຮັດກຸມ, ແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຮັກສາວັດທະນະທຳຊົນນະບົດໃຫ້ເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top