• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ການຕ້ອນຮັບ ຄະນະກຳມະການສູນກາງ ແນວລາວສ້າງຊາດ

      ຂະແໜງກະສິກຳ ຂອງ ຫວຽດນາມ ເວົ້າລວມ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນເກິ່ນເທີເວົ້າສະເພາະ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບລາວບົດຮຽນອັນລ້ຳຄ່າໃນການພັດທະນາກະສິກຳ.

ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ມອບຮູບແຕ້ມໃຫ້ແກ່ທ່ານ ໄຊສົມພອນ ພົມວິຫານ ປະທານຄະນະກຳມະການສູນກາງແນວລາວສ້າງຊາດ (ພາບ: TTXVN)
      ວັນທີ 22 ມິຖຸນາ, ຢູ່ນະຄອນ ເກິ່ນເທີ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເປັນຫົວໜ້າຄະນະ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນເກິ່ນເທີ ເພື່ອ ແນໃສ່ຊອກຮູ້ບົດຮຽນການພັດທະນາກະສິກຳຂອງນະຄອນ ເກິ່ນເທີ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
        ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຫວຽດນາມ ພວມໜູນຊ່ວຍ ລາວ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ. ຖ່າຍທອດບັນດາຄວາມກ້າວໜ້າດ້ານວິທະຍາສາດ ເຕັກນິກໃນການປູກຝັງ, ລ້ຽງສັດ, ລ້ຽງປູກສິນໃນນ້ຳ. ຂະແໜງກະສິກຳ ຂອງ ຫວຽດນາມ ເວົ້າລວມ, ແນວໂຮມປະເທດຊາດ ຫວຽດນາມ ແລະ ນະຄອນເກິ່ນເທີເວົ້າສະເພາະ ຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນກັບລາວບົດຮຽນອັນລ້ຳຄ່າໃນການພັດທະນາກະສິກຳ.
        ສ່ວນທ່ານ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າ ລາວຢາກເຊື້ອເຊີນບັນດານັກຊ່ຽວຊານ ຂອງ ເກິ່ນເທີ ໄປສຳຫຼວດຢູ່ລາວ ໃນບັນດາຂົງເຂດຜະລິດເຂົ້າ, ປູກຕົ້ນໄມ້ກິນໝາກ ແລະ ລ້ຽງປູກສິນໃນນ້ຳ. ຫຼັງຈາກນັ້ນ, ສອງຝ່າຍຈະປຶກສາຫາລືເຫັນດີເປັນເອກະພາບ ແລະ ພ້ອມກັນດຳເນີນການຜັນຂະຫຍາຍບັນດາໂຄງການຮ່ວມມືຕໍ່ໄປ, ເລືອກເອົາບັນດາມາດຕະການທີີ່ເໝາະສົມທີ່ສຸດເພື່ອປະຕິບັດບັນດາໂຄງການຮ່ວມມືກັບລາວ. ທ່ານ ໄຊສົມພອນ ພົມວິຫານ ມີຄວາມປາດຖະໜາຢາກໃຫ້ ຫວຽດນາມຖ່າຍທອດ ບັນດາທັກສະ, ເຕັກນິກສູງໃຫ້ແກ່ຝ່າຍລາວ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top