• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ ສືບຕໍ່ໃຫ້ການສະໜັບສະໜູນແກ່ບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ

      ໃນໄລຍະທີ່ຜ່ານມາ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງ ສູນກາງແນວໂຮມປະເທດຊາດ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ ແລະ ພວມຕັ້ງໜ້າດຳເນີນການອຸປະຖຳຊ່ວຍເຫຼືອເພື່ອແນໃສ່ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ໂລກລະບາດໂຄວິດ - 19. 
ທ່ານ ຫງວຽນດຶກວູ, ຜູ້ອຳນວຍການໃຫຍ່ທະນາຄານ ລາວ - ຫວຽດ ໄດ້ມອບເງິນ 50 ລ້ານກີບໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19
ຂອງ ຫວຽດນາມ (ພາບ: TTXVN)
      ຕອນບ່າຍວັນທີ 21 ມິຖຸນາ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າ ທະນາຄານຮ່ວມທຸລະກິດ ລາວ - ຫວຽດ ໄດ້ມອບເງິນຈຳນວນ 50 ລ້ານ ກີບ ໃຫ້ແກ່ກອງທຶນວັກຊິນກັນໂຄວິດ - 19 ຂອງ ຫວຽດນາມ. ທ່ານ ຫງວຽນດຶກວູ, ຜູ້ອຳນວຍການໃຫຍ່ທະນາຄານ ໃຫ້ຮູ້ວ່າ ໂດຍແມ່ນວິສາຫະກິດຮ່ວມດຳເນີນທຸລະກິດຢູ່ຕ່າງປະເທດ, ທະນາຄານ ລາວ - ຫວຽດ ຍາມໃດກໍ່ມີສະຕິຕໍ່ຄວາມຮັບຜິດຊອບຂອງຕົນຕໍ່ກັບປະເທດຊາດ. ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່ຽວກັບການສ້າງກອງທຶນວັກຊິນກັນໂຄວິດ - 19, ພະນັກງານ, ພາລະກອນທະນາຄານ ໄດ້ປະກອບສ່ວນ, ຮ່ວມແຮງຮ່ວມໃຈພ້ອມກັບ ລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ນີ້.
        ໃນໄລຍະທີ່ຜ່ານມາ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງ ສູນກາງແນວໂຮມປະເທດຊາດ, ທ່ານປະທານປະເທດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ, ປະຊາຄົມ ຊາວຫວຽດນາມ ອາໄສຢູ່ ລາວ ໄດ້ ແລະ ພວມຕັ້ງໜ້າດຳເນີນການອຸປະຖຳຊ່ວຍເຫຼືອເພື່ອແນໃສ່ ຮ່ວມແຮງຮ່ວມໃຈກັບລັດຖະບານ ແລະ ປະຊາຊົນພາຍໃນປະເທດ ໃນບັ້ນຕໍ່ສູ້ໂລກລະບາດໂຄວິດ - 19. ໄລ່ຮອດຕອນບ່າຍວັນທີ 21 ມິຖຸນາ, ສະເພາະນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຮັບຈຳນວນເງິນ 329 ລ້ານ ກີບ ແລະ 1.700 USD ທີ່ສະໜັບສະໜູນໃຫ້ແກ່ກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ກອງທຶນວັກຊິນກັນໂຄວິດ - 19 ຂອງລັດຖະບານ. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top