• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມຊາວຫວຽດນາມ ອາໄສຢູ່ກຳປູເຈຍ ເອກອ້າງທະນົງໃຈ ແລະ ເຊື່ອໝັ້ນຕໍ່ຜົນສຳເລັດຂອງ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ເຊິ່ງຈະດຳເນີນຢູ່ຮ່າໂນ້ຍ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ກຳປູເຈຍລ້ວນແຕ່ຢັ້ງຢືນ ແລະ ເຊື່ອໝັ້ນຕໍ່ບົດບາດນຳພາຂອງພັກໃນກິດຈະການສ້າງສາ ແລະ ພັດທະນາປະເທດຊາດ.
ທ່ານ ຫງວຽນແທັງຢຸງ, ປະທານສະໂມສອນວິສາຫະກິດຫວຽດນາມ ປະຈຳ ກຳປູເຈຍ, ຜູ້ອຳນວຍການ ທະນາຄານ Aribank ສາຂາປະຈຳຢູ່ ກຳປູເຈຍ
      ທ່ານ ຫງວຽນແທັງຢຸງ, ປະທານສະໂມສອນວິສາຫະກິດຫວຽດນາມ ປະຈຳ ກຳປູເຈຍ, ຜູ້ອຳນວຍການ ທະນາຄານ Aribank ສາຂາປະຈຳຢູ່ ກຳປູເຈຍ ໄດ້ແບ່ງປັນວ່າ ບັນດາວິສາຫະກິດຫວຽດນາມ ປະຈຳ ກຳປູເຈຍ ຍາມໃດກໍ່ຕິດຕາມແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດ, ເພື່ອປະຕິບັດບັນດາໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ. ພິເສດແມ່ນໃນປີ 2020, ຫວຽດນາມແມ່ນໜຶ່ງໃນຈຳນວນໜ້ອຍປະເທດໃນໂລກທີ່ບັນລຸການເຕີບໂຕເປັນບວກ ຍ້ອນຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ທ່ານ ກ່າວວ່າ:
        ເຖິງວ່າບັນດາວິສາຫະກິດ ຫວຽດນາມ ພວມເຄື່ອນໄຫວຢູ່ພາຍໃນປະເທດ ຫຼືຢູ່ ຕ່າງປະເທດ ກໍ່ລ້ວນແຕ່ຮູ້ສຶກດີໃຈ  ກັບຜົນງານເຊິ່ງປະເທດເຮົາບັນລຸໄດ້ໃນ 5 ປີຜ່ານມາ, ພິເສດແມ່ນໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງປີ 2020 ພວກເຮົາຍັງຮັກສາໄດ້ການເຕີບໂຕ ແລະ ບັນລຸໄດ້ຜົນງານທີ່ຍິ່ງໃຫຍ່. ສິ່ງພິເສດ ເຊິ່ງພວກຂ້າພະເຈົ້າເຫັນໄດ້ນັ້ນ ແມ່ນພາຍໃຕ້ການ ນຳພາອັນສະຫຼາດສ່ອງໃສຂອງພັກ, ການບໍລິຫານທີ່ມີຫົວຄິດປະດິດສ້າງທີ່ສຸດ ຂອງລັດຖະບານ ໄດ້ພາໃຫ້ປະເທດຊາດ ຫວຽດນາມພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ນັບມື້ນັບອີ່ມໜຳສຳລານກ່ວາເກົ່າ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top