• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍລິສັດຮ່ວມທຸລະກິດຂອງ Viettel ໄດ້ປະກອບສ່ວນເຂົ້າໃນການຫັນກອງທັບ ລາວ ເປັນທັນສະໄໝ

      ບໍລິສັດ Star Telecom (Unitel) ເຊິ່ງເປັນບໍລິສັດຮ່ວມທຸລະກິດຂອງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຢູ່ປະເທດນີ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ກະຊວງປ້ອງກັນປະເທດ ລາວ ທີ່ມີມູນຄ່າ 3 ລ້ານ USD.
ພິທີສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນ ລາວ ຄົບຮອບ 70 ປີ (ພາບ:TTXVN)
      ວັນທີ 22 ກໍລະກົດ, ສື່ມວນຊົນ ລາວ ໄດ້ໃຫ້ຂ່າວວ່າ: ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງກອງທັບປະຊາຊົນ ລາວ, ຫວ່າງມໍ່ໆມານີ້, ບໍລິສັດ Star Telecom (Unitel) ເຊິ່ງເປັນບໍລິສັດຮ່ວມທຸລະກິດຂອງກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຢູ່ປະເທດນີ້ ໄດ້ມອບເງິນໜູນຊ່ວຍໃຫ້ແກ່ກະຊວງປ້ອງກັນປະເທດ ລາວ ທີ່ມີມູນຄ່າ 3 ລ້ານ USD.
        ພິທີມອບ - ຮັບຈຳນວນເງິນດັ່ງກ່າວ ຖືກຈັດຂຶ້ນຢູ່ສຳນັກງານກະຊວງປ້ອງກັນປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ ລະຫວ່າງທ່ານ ລຶວແມ້ງຮ່າ - ຜູ້ອຳນວຍການໃຫຍ່ບໍລິສັດ Star Telecom (Unitel) ແລະ ທ່ານພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ. ກ່າວຄຳເຫັນພາຍຫຼັງເຂົ້າຮ່ວມພິທີ ແລະ ເປັນສັກຂີພິຍານ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ພົນເອກ ຈັນສະໝອນ ຈັນຍະລາດ ຢັ້ງຢືນວ່າ ຈຳນວນເງິນດັ່ງກ່າວ ຈະປະກອບສ່ວນສຳຄັນເຂົ້າໃນການຫັນກອງທັບ ລາວ ເປັນທັນສະໄໝ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top