• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍລິສັດການບິນVietjet Air ເປີດສາຍການບິນສາກົນຕື່ມອີກ 2 ສາຍ

ວັນທີ 22 ມິຖຸນາ ຢູ່ ທ່າອາກາດສະຍານສາກົນ ໂນ້ຍບາຍ, ບໍລິສັດການບິນ Vietjet Air ໄດ້ຕ້ອນຮັບບັນດາຜູ້ໂດຍສານໃນຖ້ຽວບິນທຳອິດຂອງສາຍການບິນສາຍໃຫມ່ ຮ່າໂນ້ຍ - ໄທຈົງ   (ໄຕ້ຫວັນ) ປະເທດຈີນ. 


ບໍລິສັດການບິນ Vietjet Air ໄດ້ຕ້ອນຮັບບັນດາຜູ້ໂດຍສານທຳອິດຂອງສາຍການບິນສາຍໃຫມ່ ຮ່າໂນ້ຍ - ໄທຈົງ

ພາບ:Vietjet Air

ສາຍການບິນ ຮ່າໂນ້ຍ - ໄທຈົງ ເປີດ 5 ຖ້ຽວບິນ/ອາທິດ ໃນວັນຈັນ, ວັດພຸດ, ວັນສຸກ, ວັນເສົາ ແລະ ວັນອາທິດ ດ້ວຍເວລາບິນປະມານ 2 ຊົ່ວໂມງ 30 ນາທີ. ຖ້ຽວບິນອອກຈາກຮ່າໂນ້ຍເວລາ 13 ໂມງ ແລະ ຮອດ ໄທຈົງ ເວລາ 16 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ. ກົງກັນຂ້າມ ຖ້ຽວບິນ ອອກຈາກໄທຈົງ ແຕ່ເວລາ 17 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ ແລະ ຮອດຮ່າໂນ້ຍ ເວລາ 19 ໂມງ 20 ນາທີ.

ນອກນັ້ນ ວັນທີ 19 ກໍລະກົດປີ 2018 ນີ້,  Vietjet Air ຈະເປີດສາຍການບິນ ຈາກ ດາຫນັງ (ຫວຽດນາມ) ເຖິງ Daegu ສເກົາຫລີ ດ້ວຍເວລາບິນແມ່ນ 4 ຊົ່ວໂມງ 15 ນາທີ. ແລະ ຖ້ຽວບິນອອກຈາກ ດາຫນັງແມ່ນໃນເວລາ 00ໂມງ 15 ນາທີ ແລະ ຮອດ Daegu ເວລາ 06 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ, ກົງກັນຂ້າມ ຈາກ Daegu  ແມ່ນ ເວລາ 7ໂມງ 30 ນາທີ ຕາມເວລາທອ້ງຖິ່ນ ແລະ ຮອດດາຫນັງ ແມ່ນເວລາ 10 ໂມງ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top