• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ບຸ່ຍຮົ່ງດຶກ ແລະ ຜົນງານ 3 ຫຼຽນຄຳ ໂອລິມປິກ ວິຊາຄອມພິວເຕີ ສາກົນ

ຄວ້າໄດ້ 3 ຫຼຽນຄຳ ໂອລິມປິກ ກ່ຽວກັບ ວິຊາຄອມພິວເຕີ ສາກົນ ສອງປີຊ້ອນ ຄື 2019, 2020, ທ້າວ ບຸ່ຍຮົ່ງດຶກ, ນັກຮຽນ ມໍ7, ໂຮງ ຮຽນ ມັດທະຍົມຕອນປາຍ ສະເພາະຂະແໜງວິທະຍາສາດ ທຳມະ ຊາດ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ ໄດ້ສ້າງຜົນງານ ທ່ີ ມະ ຫັດສະຈັນ ໃຫ້ ຫວຽດນາມ ຢູ່ເທິງເວທີສາກົນ. 
ສຳລັບວິຊາ ຄອມພິວເຕີ, ບຸ່ຍຮົ່ງດຶກ ເລີ່ມທຳຄວາມຮູ້ຈັກ ເມື່ອ ກຳ ລັງຮຽນຢູ່ ມໍ3. ນີ້ແມ່ນວິຊາຮຽນໃໝ່ ແຕ່ມີຄວາມດຶງດູດໃຈ ເປັນພິ ເສດຕໍ່ນ້ອງ. ຈາກຄອມພິວເຕີເກົ່າ ຂອງ ພໍ່, ດຶກ ຍິ່ງມີໂອກາດເພື່ອ ຊອກຮູ້ ກ່ຽວກັບ ວິຊາຮຽນນີ້. ຍ້ອນຄອມພິວເຕີ ເກົ່າໂພດ, ເພາະສະ ນັ້ນ ບາງຄັ້ງຄອມພິວເຕີ ເພ, ດຶກ ໄດ້ແປງດ້ວຍຕົນເອງ ເພື່ອມີ ອຸປະ ກອນຮຽນຕໍ່.


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມອບຊໍ່ດອກໄມ້ ອວຍພອນ ແລະ ຖ່າຍຮູບເປັນທີ່ລະນຶກ ພ້ອມກັບ ຊາວໜຸ່ມ ຫວຽດນາມ ດີເດັ່ນ 10 ຄົນ ປີ 2019 ໃນນັ້ນມີທ້າວ ບຸ່ຍຮົ່ງດຶກ. ພາບ: ເອກະສານ


ບຸ່ຍຮົ່ງດຶກ ຮັບຫຼຽນຄຳ ຢູ່ IOI 2019 ທີ່ ບາກູ, ອາແຊກໄບຊານ. ພາບ: ເອກະຊານ


ບຸ່ຍຮົ່ງດຶກ ແລະ ບັນດາສະມາຊິກທີມຊາດ ຫວຽດນາມ ໂອລິມປິກ ຄອມພິວເຕີ ສາກົນ ປີ 2019. ນີ້ແມ່ນການສອບເສັງ ທີ່ທີມຊາດ ຫວຽດນາມ
ຍາດໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ. ພາບ: ເອກະສານ



ບຸ່ຍຮົ່ງດຶກ ໃນພິທີມອບທຶນການສຶກສາ Vallet 2020. 


ບຸ່ຍຮົ່ງດຶກ ຄອງອັນດັບໜຶ່ງ ໃນຕາຕະລາງຈັດອັນດັບ ດ້ວຍຄະແນນ ເຕັມ, ຄວ້າຫຼຽນຄຳ ໃນການສອບເສັງ ໂອລິມປິກ ຄອມພິວເຕີ ສາ ກົນ ຄັ້ງທີ 32, ປີ 2020... ພາບ: ເອກະສານ


... ແລະ ນີ້ເປັນຫຼຽນ ທີ່ມີຄຸນຄ່າ ຍ້ອນບໍ່ພຽງແຕ່ຮັບຮູ້ ຜົນງານດ້ານ ການສຶກສາ ທີ່ດີເດັ່ນເທົ່ານັ້ນ, ແຕ່ ບຸ່ຍຮົ່ງດຶກ ຍັງນໍາກຽດຕິຍົດ ມາ ໃຫ້ໂຮງຮຽນ ທີ່ນ້ອງກຳລັງສຶກສາ ກໍຄືປະເທດຊາດອີກດ້ວຍ. 

“ດຶກ ຖື ວິຊາຄອມພິວເຕີ ເປັນການຫຼິ້ນ”, ທ່ານ ບຸ່ຍຮົ່ງເກື່ອງ, ພໍ່ຂອງ ທ້າວ ບຸ່ຍຮົ່ງດຶກ ເວົ້າໃຫ້ພວກຂ້າພະເຈົ້າຟັງ ກ່ຽວກັບ ຄວາມຫຼົງໄຫຼ ໃນວິຊາ ຄອມພິວເຕີ ຂອງລູກ. ເຂົ້າຮຽນ ມໍ 5 ທີ່ໂຮງຮຽນມັດທະ ຍົມຕອນປາຍ ສະເພາະຂະແໜງ ວິທະຍາສາດທຳມະຊາດ ໄດ້ ສອງສາມເດືອນ, ດຶກ ໄດ້ຮັບເລືອກ ເຂົ້າທີມ ນັກຮຽນເກ່ັງ ແຫ່ງຊາດ ວິຊາຄອມພິວເຕີ ພ້ອມກັບບັນດາ ອ້າຍເອື້ອຍຮຽນ ຊຸດກ່ອນ. ພິ ເສດ, ອາຈານ ໂຮ່ດັກເຟືອງ ເປັນຜູ້ພົບເຫັນ ຄວາມສາມາດ ພິເສດ ຂອງ ດຶກ ກ່ອນໜ້ານັ້ນ ເປັນຜູ້ສິດສອນໂດຍກົງ.

ບໍ່ເຮັດໃຫ້ອາຈານຜິດຫວັງ, ບຸ່ຍຮົ່ງດຶກ ຄວ້າລາງວັນທີໜ່ຶງ ວິຊາ ຄອມພິວເຕີ ໃນການສອບເສັງ ຄັດເລືອກນັກຮຽນເກ່ັງ ແຫ່ງຊາດ ຊັ້ນ ມັດທະຍົມຕອນປາຍ ສົກຮຽນ 2017-2018. ຕໍ່ຈາກນັ້ນ, ດຶກ ຄວ້າ ຫຼຽນຄຳ ໃນການສອບເສັງ ໂອລິມປິກ ວິຊາຄອມພິວເຕີ ແຫ່ງຊາດ ສິງກະໂປ ຄັ້ງທີ 21 ໂດຍມະຫາວິທະຍາໄລແຫ່ງຊາດ ສິງກະໂປ ເປັນຜູ້ຈັດ ໃນເດືອນ ມີນາ 2018. ເລື່ອງນີ້ຖືວ່າ ເປັນຜົນງານ ທີ່ຫາ ຍາກ ຂອງ ນັກຮຽນຄົນໜຶ່ງ ທີ່ຫາກໍຮຽນມໍ 4.

ໃນສົກຮຽນ (ມໍ 6 ແລະ ມໍ 7), ບຸ່ຍຮົ່ງດຶກ ບໍ່ພຽງແຕ່ນຳ ກຽດຕິຍົດ ມາ ໃຫ້ໂຮງຮຽນທີ່ ນ້ອງກຳລັງສຶກສາເທົ່ານັ້ນ, ແຕ່ຍັງໃຫ້ທັງ ຊາດ ຫວຽດນາມ ອີກດ້ວຍ. ຮູບພາບ ທ້າວ ລູກສິດ ທີ່ມີຄີງບາງ ຮ່າງນ້ອຍ ຫົ່ມຜືນທຸງແດງດາວຄຳ ຂຶ້ນເວທີ ຮັບຫຼຽນຄຳ ໃນການສອບເສັງໂອ ລິມປິກ ຄອມພິວເຕີສາກົນ ຄັ້ງທີ 31 ແລະ 32 ໄດ້ສ້າງ ຄວາມຕື້ນ ຕັນໃຈ ໃຫ້ກັບຊາວ ຫວຽດນາມ ຫຼາຍໆ ຄົນ.

ປີ 2019, ຫຼຽນຄຳ ຂອງ ບຸ່ຍຮົ່ງດຶກ ໄດ້ປະກອບເຂົ້າໃນຜົນງານ ລວມ ຂອງ ທີມຊາດ, ຊ່ວຍໃຫ້ ຫວຽດນາມ ຢູ່ອັນດັບທີ 4 ຂອງ ໂລກ ຮອງຈາກ ສ ລັດເຊຍ, ສ ອາມລິກາ ແລະ ສປ ຈີນ. ນີ້ແມ່ນປີທີ່ ກຸ່ມ ນັກສຶກສາ ຫວຽດນາມ ປະສົບຄວາມສໍາເລັດສູງສຸດ ໃນການແຂ່ງຂັນ ໂອລິມປິກ ຄອມພິວເຕີ ສາກົນ ນັບຕັ້ງແຕ່ປີ 2000.



ບຸ່ຍຮົ່ງດຶກ ແລະ ມູມສຳລັບການຮຽນຂອງຕົນ ຢູ່ຄອບຄົວ. 


ບຸ່ຍຮົ່ງດຶກ ເວລາເປັນນັກຮຽນຊັ້ນມັດທະຍົມຕອນຕົ້ນ ສະເພາະ ວິ ຊາ ຮ່າໂນ້ຍ-ອາມສແຕັກດາມ ໄດ້ຮັບຫຼາຍລາງວັນ ກ່ຽວກັບວິຊາ ຄະນິດສາດ ຢູ່ພາຍໃນ ແລະ ຕ່າງປະເທດ. ພາບ: ເອກະສານ 


ບຸ່ຍຮົ່ງດຶກ ພ້ອມກັບ ພໍ່-ແມ່ ແລະ ນ້ອງຊາຍ ໃນພິທີປະກາດຜົນ ການສອບເສັງໂອລິມປິກ ວິຊາຄອມພິວເຕີ ສາກົນ 2020. ພາບ: ເອກະສານ

ປັດຈຸບັນ, ບຸ່ຍຮົ່ງດຶກ ກຳລັງສຶກສາປີທີໜຶ່ງ, ມະຫາວິທະຍາໄລ ເຕັກ ໂນໂລຊີ (ມະຫາວິທີຍາໄລແຫ່ງຊາດ ຮ່າໂນ້ຍ) ຕາມການເລືອກ ແລະ ປາດຖະໜາ ຂອງ ນ້ອງ. ເອກະສານ ພິຈາລະນາ ແລະ ກວດ ຜ່ານ ຫຼຽນກາແຮງງານ ຊັ້ນໜຶ່ງ ຂອງ ຮົ່ງດຶກ ກຳລັງຈະສຳເລັດ ແລະ ຄາດວ່າ ໃນເດືອນ ພະຈິກ ນ້ອງຈະເປັນນັກຮຽນຜູ້ທຳອິດທີ່ໄດ້ຮັບ ຍ້ອງຍໍ ຕາມດຳລັດ 110/2020/NĐ-CP ທີ່ ນາຍົກ ລັດຖະມົນຕີ ຫາກໍປະກາດໃຊ້ ໃນວັນທີ 15 ກັນຍາ 2020. 

ທ້າວ ບຸ່ຍຮົ່ງດຶກ ໄດ້ຫຼຽນຄຳ ໃນການສອບເສັງ ໂອລິມປິກ ຄອມພິວ ເຕີ ສາກົນ ຄັ້ງທີ 32, ປີ 2020, ຢູ່ອັນດັບທີ 11 ຈາກຈຳນວນ ຜູ້ເຂົ້າ ແຂ່ງຂັນ 343 ຄົນ ທ່ີມາຈາກ 87 ປະເທດ ແລະ ເຂດແຄວ້ນ.  
ບົດ: ຖາວວີ - ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top