• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດກ້າວໃໝ່ໃນການຄວບຄຸມປືນຢູ່ ອາເມລິກາ

      ອາທິດນີ້, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ລົງນາມໃນບົດບັນທຶກຊ່ວຍຈຳຮຽກຮ້ອງໃຫ້ກະຊວງຍຸຕິທຳຮຽບຮຽງກົດໝາຍວ່າດ້ວຍການເກືອດຫ້າມອຸປະກອນທັງໝົດ ທີ່ຫັນບັນດາປືນເຄິ່ງອັດຕະໂນມັດ ກາຍເປັນປືນອັດຕະໂນມັດ ມີຄວາມສາມາດຍິງໄວ (ທີ່ຍັງເອີ້ນວ່າ bump stock) ຢ່າງວ່ອງໄວ. 

ທ່ານປະທານາທິບໍດີ ອາເມລິກາ Donald Trump
(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານ ຫວຽດນາມ)
      ຄຳຕັດສິນຂອງທ່ານ Trump ໄດ້ເປີດແງ່ຫວັງກ່ຽວກັບການປັບປຸງໃນການຄວບຄຸມປືນ, ເຊິ່ງເປັນບັນຫາໜຶ່ງທີ່ເຄີຍກໍ່ຄວາມແບ່ງແຍກພາຍໃນປະເທດ ອາເມລິກາ ໃນຫຼາຍປີມານີ້.
        ຂໍ້ສະເໜີເກືອດຫ້າມທຸກໆອຸປະກອນທີ່ຫັນບັນດາອາວຸດຖືກຕ້ອງຕາມກົດໝາຍ ກາຍເປັນປືນຈັກ ເຊິ່ງທ່ານ Trump ມອບໝາຍໃຫ້ລັດຖະມົນຕີກະຊວງຍຸຕິທຳ ເມື່ອວັນທີ 20 ກຸມພາ ຢູ່ທຳນຽບຂາວ, ພ້ອມກັນນັ້ນ, ທ່ານ Trump ກໍ່ເນັ້ນໜັກວ່າ: ລັດຖະບານຈະມານະພະຍາຍາມແກ້ໄຂສະພາບການໃຊ້ຄວາມຮຸນແຮງດ້ວຍປືນ. ແລະກໍ່ໃນວັນດຽວກັນ, ທຳນຽບຂາວ ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ພວມຄິດໄລ່ຊັ່ງຊາກ່ຽວກັບຮ່າງກົດໝາຍເພື່ອແນໃສ່ຊຸກຍູ້ການປະຕິບັດຂອງລັດຖະບານສະຫະລັດ ແລະ ອຳນາດການປົກຄອງລັດຕ່າງໆ ດ້ວຍການກວດກາຊີວະປະຫວັດຫຍໍ້ດ້ານອາຍາຂອງຜູ້ຊື້ປືນ. ບັນດາການກະທຳຈາກຜູ້ນຳທຳນຽບຂາວນີ້ໄດ້ຮັບຖືວ່າ ແມ່ນສັນຍານໃໝ່ທີ່ສະແດງໃຫ້ເຫັນນະໂຍບາຍການໃຊ້ຄວາມຮຸນແຮງກ່ຽວກັບປືນພວມຫັນປ່ຽນຢ່າງຕັ້ງໜ້າ.
ການໃຊ້ຄວາມຮຸນແຮງໃນການໃຊ້ປືນພວມເພີ່ມຂຶ້ນ
        ໃນເວລາ 2 ເດືອນຕົ້ນປີນີ້, ປະເທດ ອາເມລິກາ ບໍ່ມີຄວາມສະຫງົບ ເມື່ອໄດ້ເກີດບັນດາເຫດຍິງປືນທີ່ຮ້າຍແຮງ ເຮັດໃຫ້ສາມັນຊົນຜູ້ບໍລິສຸດນັບສິບໆຄົນເສຍຊີວິດ, ໃນນັ້ນບັນດາການໃຊ້ຄວາມຮຸນແຮງດ້ວຍປືນເກີດຂຶ້ນຢ່າງຮ້າຍແຮງຢູ່ໃນໂຮງຮຽນ.
        ວັນທີ 14 ກຸມພາ ຜ່ານມາ, ທົ່ວປະເທດ ອາເມລິກາ ຕ້ອງຕົກຕະລຶງຕໍ່ເຫດຍິງປືນຢູ່ໃນໂຮງຮຽນ Marjory Stoneman Douglas, Parkland, ລັດ Florida ຂອງ ອາເມລິກາ, ເຮັດໃຫ້ຢ່າງໜ້ອຍສຸດມີ 17 ຄົນເສຍຊີວິດ. ຕົວການແມ່ນ Nikolas Cruz, ເຊິ່ງເປັນອະດີດນັກຮຽນຂອງໂຮງຮຽນ. ອາຍຸຍັງໜຸ່ມຢູ່, ພຽງ 19 ປີເທົ່ານັ້ນ, ແຕ່ວ່າ Cruz ຮູ້ຈັກນຳໃຊ້ປືນ ແລະ “ມີຄວາມເມົາມົວ” ກັບປືນ. ກ່ອນໜ້ານັ້ນ, ໃນເດືອນ ມັງກອນ 2018, ມີນັກຮຽນຄົນໜຶ່ງອາຍຸ 15 ປີ ໄດ້ຍິງປືນໃສ່ເພື່ອນຮ່ວມໂຮງຮຽນຢູ່ໂຮງຮຽນມັດທະຍົມຕອນປາຍແຫ່ງໜຶ່ງຢູ່ນະຄອນ Kentucky, ທາງທິດຕາເວັນຕົກຂອງປະເທດ ອາເມລິກາ, ເຮັດໃຫ້ນັກຮຽນ 2 ຄົນເສຍຊີວິດ ແລະ 18 ຄົນຮັບບາດເຈັບ. ຫຼືເຫດການເຍົາວະຊົນຄົນໜຶ່ງຖືກບາດເຈັບໃນເຫດຍິງປືນຢູ່ຮ້ານອາຫານຂອງໂຮງຮຽນແຫ່ງໜຶ່ງຢູ່ລັດ Texas. ຍັງມີຫຼາຍເຫດຍິງປືນທີ່ຄ້າຍຄືກັນ ເຊິ່ງໃນນັ້ນ, ມີເຫດຍິງປືນນອງເລືອດທີ່ສຸດໃນປະຫວັດສາດຂອງປະເທດ ອາເມລິກາ ເມື່ອເດືອນຕຸລາ 2017 ເຊິ່ງປະຊາຊົນຂອງປະເທດນີ້ບໍ່ສາມາດຫຼົງລືມໄດ້ແມ່ນເຫດຍິງປືນເກີດຂຶ້ນຢູ່ Casino Mandalay Bay ຢູ່ນະຄອນ Las Vegas, ເຮັດໃຫ້ສາມັນຊົນຜູ້ບໍລິສຸດ 59 ຄົນເສຍຊີວິດ ແລະ 500 ກ່ວາຄົນຖືກບາດເຈັບ. ລະດັບຮ້າຍແຮງຂອງເຫດການດັ່ງກ່າວໄດ້ເຮັດໃຫ້ ປະເທດ ອາເມລິກາ ສັ່ນສະເທືອນ. ເຫດການນີ້ໄດ້ເຮັດໃຫ້ນຶກເຖິງເຫດບຸກໂຈມຕີຢູ່ເທັກແຫ່ງໜຶ່ງຢູ່ Orlando, ລັດ Florida ໃນເດືອນ ມິຖຸນາ 2016 ເຮັດໃຫ້ 49 ຄົນເສຍຊີວິດ.
        ຕາມຕົວເລກສະຖິຕິແລ້ວ, ແຕ່ປີ 2013 ມາຮອດປະຈຸບັນ, ປະເທດ ອາເມລິກາ ຕ້ອງເຫັນປະຈັກຕາເຫດຍິງປືນເກືອບ 300 ກໍລະນີ, ໃນນັ້ນ ອັດຕາເກີດຂຶ້ນຢູ່ບັນດາໂຮງຮຽນ ແລະ ຕົວການແມ່ນນັກຮຽນ, ນັກສຶກສາແມ່ນຢູ່ໃນລະດັບສູງ. ສິ່ງດັ່ງກ່າວໄດ້ເຮັດໃຫ້ເກີດບັນດາຄວາມວິຕົກວັງວົນກ່ຽວກັບຄວາມປອດໄພຂອງສະພາບແວດລ້ອມແຫ່ງການຮ່ຳຮຽນຢູ່ ອາເມລິກາ, ໄດ້ກໍ່ຄວາມຖົກຖຽງກັນ ແລະ ແບ່ງແຍກພາຍໃນປະເທດ ອາເມລິກາ ກ່ຽວກັບບັນຫາຄວບຄຸມປືນ, ພ້ອມທັງກໍ່ໃຫ້ເກີດຜົນສະທ້ອນເຖິງອິດທິພົນຊື່ສຽງ ແລະ ພາບພົດເຊິ່ງແມ່ນປະເທດທີ່ຍາມໃດກໍ່ເນັ້ນໜັກເລື່ອງຄວາມໝັ້ນຄົງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມແມ່ນແຖວໜ້າ.
ຄວາມຕ້ອງການຮີບດ່ວນຂອງຮ່າງກົດໝາຍຄວບຄຸມປືນ
       ທີ່ການຢັ່ງຫາງສຽງໃນອາທິດກ່ອນໂດຍມະຫາວິທະຍາໄລ Quinnipiac ຂອງອາເມລິກາ ດຳເນີນແລ້ວ, ມີຜູ້ຖືກຖາມ 66% ໄດ້ສະໜັບສະໜູນການຮັດແໜ້ນບັນດາກົດໝາຍວ່າດ້ວຍການຄວບຄຸມປືນ, ໃນນັ້ນ, ຈຳນວນຄົນບໍ່ເຫັນດີກວມເອົາພຽງ 31% ເທົ່ານັ້ນ. ນີ້ແມ່ນອັດຕາການສະໜັບສະໜູນການຄວບຄຸມປືນສູງສຸດນັບແຕ່ປີ 2008 ແລະ ເພີ່ມຂຶ້ນເກືອບ 20% ເມື່ອທຽບໃສ່ຕົວເລກສະຖິຕິ ໃນທ້າຍປີ 2015. ບັນຊີລາຍຊື່ບັນດາອາວຸດບຸກໂຈມຕີທີ່ຖືກເກືອດຫ້າມເຊິ່ງ ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົານັບແຕ່ປີ 1994 ໄດ້ໝົດຜົນສັກສິດນັບແຕ່ປີ 2004 ແລະ ມາຮອດປະຈຸບັນ, ຍັງບໍ່ທັນມີຮ່າງກົດໝາຍສະບັບໃດປ່ຽນແທນ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຊ່ອງຫວ່າງອັນໃຫຍ່ຫຼວງໃນຂັ້ນຕອນການອະນຸຍາດ ກໍ່ຄືຄວບຄຸມການກຳມະສິດປືນຢູ່ ອາເມລິກາ ແລະ ແມ່ນການກ່າວເຕືອນວົງການເຈົ້າໜ້າທີ່ ອາເມລິກາ ຕ້ອງມີມາດຕະການຮັດແໜ້ນປືນ. ພາຍໃຕ້ສະໄໝຂອງທ່ານປະນາທິບໍດີ Barack Obama, ກົດໝາຍສະບັບນີ້ເຄີຍໄດ້ນຳມາພິຈາລະນາເປັນຫຼາຍຄັ້ງ ແລະ ກໍ່ຄວາມຖົກຖຽງກັນລະຫວ່າງ ພັກສາທາລະນະລັດ ແລະ ພັກປະຊາທິປະໄຕ. ຍ້ອນໃນສະພາບຕົວຈິງແລ້ວ, ຮ່າງກົດໝາຍວ່າດ້ວຍການຄວບຄຸມປືນຕ້ອງຜ່ານຜ່າຫຼາຍຮົ້ວກີດຂວາງ, ໃນນັ້ນ ມີວົງການສາທາລະນະລັດຮັກສາເດີມ ແລະ ສະຫະສະມາຄົມປືນ ອາເມລິກາ (NRA).
        ຍ້ອນເຫດນັ້ນ, ດ້ວຍຄວາມຕັດສິນໃຈໃໝ່ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ເຖິງວ່າເປີດຄວາມມຸ່ງຫວັງກ່ຽວກັບການດັດປັບໃນການຄວບຄຸມປືນ, ແຕ່ນີ້ພຽງແຕ່ແມ່ນບາດກ້າວເບື້ອງຕົ້ນເພື່ອຫລຸດຜ່ອນສະພາບການນຳໃຊ້ປືນທີ່ບໍ່ມີການຄວບຄຸມຢູ່ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top