• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ທ້ອງ​ຖິ່ນ​ຊັ່ງ​ຊາ​ການ ວິ​ໄຈ​ຫາ​ເຊື້ອ​ໃນ​ວົງ​ກ້​ວາງ ຢູ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ຢຶດໝັ້ນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງໄດ້ຮັບການຜັນຂະຫຍາຍ ພິເສດແມ່ນການກວດພົບ ແລະ ຊອກຄົ້ນຫາຜູ້ຕິດເຊື້ອ.
ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. (ພາບ: TTXVN)

ຕອນເຊົ້າວັນທີ 23 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ການນຳແຂວງຫ໋າຍເຢືອງ ໃຫ້ຮູ້ວ່າ ພາຍຫຼັງການປະຕິບັດແຍກຫ່າງສັງຄົມ ແລະ ສຸມກຳລັງເພື່ອດັບມອດໂລກລະບາດ ມາເປັນເວລາ 7 ວັນ, ມາຮອດປັດຈຸບັນ, ສະພາບການໂລກລະບາດໂຄວິດ - 19 ໃນບໍລິເວນແຂວງ ໄດ້ຄ່ອຍໆ ຖືກຄວບຄຸມ ແລະ ຍູ້ໂລກລະບາດໃຫ້ຖອຍໄປ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຫຼຸດລົງໃນຊຸມວັນນີ້. ມາຮອດປັດຈຸບັນ, ແຫຼ່ງແຜ່ເຊື້ອໂຄວິດ - 19 ໃຫຍ່ 2 ແຫ່ງ ນັ້ນແມ່ນ ນະຄອນ ຈີລິງ ແລະ ເກິມຢາງໄດ້ຮັບການໂດຍພື້ນຖານແລ້ວ, ຄາດວ່າ ຮອດວັນທີ 1 ມີນາ, ແຂວງ ຫ໋າຍເຢືອງຈະສຳເລັດການວິໄຈຫາເຊື້ອໃນວົງກ້ວາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ຢຶດໝັ້ນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ເຊິ່ງໄດ້ຮັບການຜັນຂະຫຍາຍ ພິເສດແມ່ນການກວດພົບ ແລະ ຊອກຄົ້ນຫາຜູ້ຕິດເຊື້ອ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ການວິໄຈຢູ່ເຂດເກີດໂລກລະບາດ ຕ້ອງໄດ້ຜ່ານສູນຄວບຄຸມໂລກລະລາດ ຂັ້ນແຂວງ, ເພື່ອຕິດຕໍ່ພົວພັນກັບສູນຄວບຄຸມໂລກພະຍາດຂັ້ນສູນກາງ ປະສານງານບັນດາໜ່ວຍງານວິໄຈ.

ແລະໃນເຫດການທີ່ກ່ຽວຂ້ອງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໃຫ້ຮູ້ວ່າ: ປີ 2021, ກະຊວງສືບຕໍ່ຍູ້ແຮງການປະຕິບັດບັນດາໜ້າທີ່ຄົ້ນຄ້ວາ ຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພິເສດແມ່ນບັນດາໜ້າທີ່ຄົ້ນຄ້ວາການຜະລິດວັນຊິນ, ສົມທົບກັບບັນດາຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບສະໜອງຂໍ້ມູນດ້ານວິທະຍາສາດ ແລະ ເຕັກໂນໂລຢີທີ່ກ່ຽວຂ້ອງເຖິງສະພາບການໂລກລະບາດ, ມາດຕະຖານເຕັກນິກ ເພື່ອຮັບໃຊ້ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top