• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ບຸນ​ແທນ​ຄຸນ ເນື່ອງ​ໃນ​ໂອ​ກາດ​ວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 27/7

ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 74 ປີ (27/7/1947 – 27/7/2021), ວັນທີ 25 ກໍລະກົດ, ຄະນະຊາວໜຸ່ມ ແຂວງ ກວ໋າງຈິ ໄດ້ຈັດຕັ້ງຫຼາຍກິດຈະກຳ ພ້ອມໆກັນ ເພື່ອຕອບບຸນແທນຄຸນອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່. 
ພິທີລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນ ທີ່ປະສົບກັບຄວາມຫຍຸ້ງຍາກ (ພາບ: TTXVN)

ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 74 ປີ (27/7/1947 – 27/7/2021), ວັນທີ 25 ກໍລະກົດ, ຄະນະຊາວໜຸ່ມ ແຂວງ ກວ໋າງຈິ ໄດ້ຈັດຕັ້ງຫຼາຍກິດຈະກຳ ພ້ອມໆກັນ ເພື່ອຕອບບຸນແທນຄຸນອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່  ເປັນຕົ້ນແມ່ນ ການລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ອະດີດຊາວໜຸ່ມຕະລຸມບອນ ທີ່ປະສົບກັບຄວາມຫຍຸ້ງຍາກ; ມອບຂອງຂວັນຈຳນວນ 20 ພູດ, ແຕ່ລະພູດມີມູນຄ່າ 500.000 ດົ່ງ ໃຫ້ແກ່ລູກຫຼານຂອງຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນຕາແສງ ຫວິງເລິມ, ເມືອງຫວິງລິງ; ມອບຄ່າໃຊ້ຈ່າຍເພື່ອກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 6 ຫຼັງ ດ້ວຍມູນຄ່າ 70 ລ້ານດົ່ງຕໍ່ຫຼັງ…

ເນືື່ອງໃນໂອກາດນີ້, ຄະນະຊາວໜຸ່ມແຂວງກວ໋າງຈິ ໄດ້ຈັດຕັ້ງພິທີຈູດທູບໃຕ້ທຽນເພື່ອອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ເຂດສຸສານນັກຮົບເສຍສະຫຼະຊີວິດ ແຫ່ງຊາດ ເຈື່ອງເຊີນ, ວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດ ແຫ່ງຊາດທາງຫຼວງ ເລກທີ 9 ແລະ ບັນດາເຂດສຸສານແຫ່ງອື່ນໆໃນບໍລິເວນແຂວງ.

ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ ເຂດປູຊະນີຍະສະຖານປະຫວັດສາດ ທາງສາມແຍກ ກໍ່ນ່ອຍ, ຕາແສງ ກໍ່ນ່ອຍ, ເມືອງ ມາຍເຊິນ, ຄະນະຊາວໜຸ່ມແຂວງ ເຊີນລາ ກໍໄດ້ສົມທົບກັບສະພາກາແດງແຂວງ ຈັດຕັ້ງພິທີຈູດທູບໃຕ້ທຽນ, ວາງພວງມາລາ ເພື່ອອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຊາວໜຸ່ມຕະລຸມບອນທີ່ເສຍສະຫຼະຊີວິດເພື່ອເອກະສານ, ເສລີພາບຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top