• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາແນວຄວາມຄິດທີ່ເປັນປະໂຫຍດ ແລະ ແທດຈິງ ໃນໄລຍະເກີດໂລກລະບາດ

      ໂລກລະບາດໂຄວິດ 19 ເກີດຂຶ້ນເໝືອນດັ່ງລົມພາຍຸທີ່ພັດຖະຫຼົ່ມລົງມາ ທົດສອບກຳລັງການຮັບມື ແລະ ຄວາມສາມາດໃນການຜ່ານຜ່າຄວາມຫຍຸ້ງຍາກຂອງມວນມະນຸດຢູ່ ຫວຽດນາມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດການປະດິດຄິດສ້າງລັກສະນະປະຈັນບານ ແລະ ຄວາມຈູບຈ້າວຫ້າວຫັນຂອງໄວໜຸ່ມ ກໍ່ໄດ້ຮັບການຜັນຂະຫຍາຍ ແລະ ປະກອບສ່ວນເຂົ້າໃນວຽກງານປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນມີເລື່ອງລາວທີ່ໜ້າຕື້ນຕັນໃຈຫຼາຍເລື່ອງກ່ຽວກັບຮູບພາບນັກຮົບຢູ່ແນວໜ້າຕ້ານໂລກລະບາດທີ່ຕ້ອງກິນຟ້າວນອນຟັ່ງຢູ່ກາງດິນ ຫຼື ມີພະຍາບານແພດໝໍຫຼາຍຄົນເປັນໄຂ້ແດດ ເມື່ອຕ້ອງເຮັດວຽກໃນຫຼາຍຊົ່ວໂມງຢ່າງລຽນຕິດພາຍໃຕ້ອາກາດທີ່ແດດກ້າຂອງລະດູຮ້ອນແຕ່ໃນຄວາມຫຍຸ້ງຍາກນາໆ
 
      ໃນຊຸມວັນຜ່ານມາ, ຢູ່ພາກເໜືອ ຫວຽດນາມ ຕ້ອງສູ້ກັບແດດຮ້ອນແຜດເຜົາຜິວໜັງ ແລະ ນີ້ກໍແມ່ນຈຸດເວລາທີ່ສະພາບການໂລກລະບາດຢູ່ແຂວງ ບັກຢາງ - ຈຸດໃຈກາງຂອງໂລກລະບາດ ຮ້າຍແຮງກວ່າເວລາໃດໝົດ. ເມື່ອປະກົດມີບ່ອນແຜ່ເຊື້ອໃນບັນດາເຂດອຸດສາຫະກຳໃຫຍ່ ໄດ້ເຮັດໃຫ້ລະບົບສາທາລະນະສຸກທ້ອງຖິ່ນເກີນຄວາມສາມາດ. ຫຼາຍຫົວໜ່ວຍ, ທ້ອງຖິ່ນ ແລະ ນັກສຶກສາແພດສາດຫຼາຍໂຮງຮຽນໃນທົ່ວປະເທດໄດ້ມາຊ່ວຍເຫຼືອ ແຂວງ ບັກຢາງ. ເຖິງຢ່າງໃດກໍຕາມ, ວຽກກໍ່ຕ້ອງເຮັດ ແລະ ຕ້ອງຢືນຢູ່ກາງແດດເປັນຫຼາຍຊົ່ວໂມງໃນຊຸດປ້ອງກັນພະຍາດທີ່ປິດແຕ່ຫົວຮອດຕີນ ອຸນຫະພູມແຕ່ 39 ຫາ 40 ອົງສາ C ເພື່ອເກັບຕົວຢ່າງເອົາໄປວິໄຈ ນັ້ນ ໄດ້ມີພະຍາບານ, ແພດໝໍຫຼາຍຄົນເປັນໄຂ້ແດດ, ໝົດເຫື່ອໝົດແຮງ. ເຖິງວ່າ, ທາງແຂວງ ບັກຢາງ ໄດ້ປ່ຽນມາເກັບຕົວຢ່າງໃນຕອນຄ່ຳ ເພື່ອຫຼຸດຜ່ອນຄວາມຮ້ອນ ແລະ ຄວາມອິດເມື່ອຍໃຫ້ແກ່ພະຍາບານ, ແພດໝໍກໍຕາມ, ແຕ່ພາຍຫຼັງນຸ່ງຊຸດປ້ອງກັນພະຍາດປະມານ 2 – 3 ຊົ່ວໂມງ ເຫື່ອໄຫຼໄຄຍ້ອຍກໍ່ເຮັດໃຫ້ປຽກໝົດ. ຕໍ່ໜ້າສະພາບການດັ່ງກ່າວ, ຮ້ອຍໂທ ເລທິຮວ່າ, ພະນັກງານການແພດພະແນກ ຄວມຄຸມການຕິດເຊື້ອ, ໂຮງໝໍຢາພື້ນເມືອງ, ສັງກັດກະຊວງຕຳຫຼວດ ຫວຽດນາມ ກໍຄິດໄປຄິດມາວ່າຈະເຮັດແນວໃດເພື່ອຊ່ວຍບັນດາເພື່ອນຮ່ວມງານຂອງຕົນໃຫ້ຜ່ານຜ່າຄວາມຫຍຸ້ງຍາກນີ້ ແລະ ນີ້ກໍ່ເປັນແຫຼ່ງບັນດານໃຈໃຫ້ເອື້ອຍອອກແບບເສື້ອກັນໄຂ້ແດດອອກມາ (ເຊິ່ງໃຊ້ນຸ່ງຢູ່ໃນຊຸດເຄື່ອງນຸ່ງປ້ອງກັນພະຍາດ). ຫຼັງຈາກນັ້ນພຽງແຕ່ສອງວັນ, ຕອນເຊົ້າວັນທີ 3 ມິຖຸນາ, ຜະລິດຕະພັນດັ່ງກ່າວ ໄດ້ຮັບການເປີດຕົວ ແລະ ເອົາໄປນຳໃຊ້.
     “ເສື້ອກັນໄຂ້ແດດນີ້ສາມາດເຮັດໄດ້ງ່າຍໆຜູ້ໃດກໍສາມາດເຮັດໄດ້. ນີ້ແມ່ນເສື້ອກ້າມເປັນຕາໜ່າງ, ຊ່ວຍໃຫ້ອຸນຫະພຸມໃນຮ່າງກາຍ ລະບາຍໄດ້ຢ່າງງ່າຍດາຍ ແລະ ຊ່ວຍໃຫ້ຮ່າງກາຍໄດ້ຮັບອາຍເຢັນຈາກນ້ຳກ້ອນແຫ້ງໄດ້ດີກວ່າ, ຊ່ວຍສ້າງຄວາມດຸ່ນດ່ຽງລະຫວ່າງອຸນຫະພູມຂອງຮ່າງກາຍກັບອາກາດພາຍນອກ”.
ເສື້ອກັນໄຂ້ແດດນີ້ ຈະນຸ່ງໃສ່ທາງໃນກ່ອນທີ່ຈະນຸ່ງຊຸດປ້ອງກັນພະຍາດ 3D,
ເຊິ່ງຊ່ວຍເຮັດໃຫ້ຮ່າງກາຍມີຄວາມເຢັນສະບາຍ ແຕ່ 6 ຫາ 8 ຊົ່ວໂມງ.
      ເສື້ອກັນໄຂ້ແດດ ໂດຍ ຮ້ອຍໂທ ເລທິຮວ່າ ອອກແບບ ແມ່ນເສື້ອກ້າມເປັນຕາໜ່າງ. ຢູ່ສ່ວນຜືນຂອງເສື້ອ ມີ ຖົງຢູ່ດ້ານໜ້າ 2 ຖົງ ແລະ ຖົງຢູ່ດ້ານຫຼັງ 2 ຖົງ. 4 ຖົງນີ້ ແມ່ນບ່ອນບັນຈຸນ້ຳກ້ອນແຫ້ງໄດ້ປະມານ 500 gr ເພື່ອຊ່ວຍສ້າງຄວາມດຸ່ນດ່ຽງລະຫວ່າງອຸນຫະພູມຂອງຮ່າງກາຍຂອງບັນດາພະຍາບານ, ແພດໝໍ ກັບອາກາດຢູ່ພາຍນອກ. ຮ້ອນໂທ ເລທິຮວ່າ ພ້ອມດ້ວຍເພື່ອນຮ່ວມງານຂອງຕົນ ກໍນັ່ງຕັດໂຟມກັນຄວາມເຢັນເພື່ອບັນຈຸຖົງນ້ຳກ້ອນແຫ້ງຢ່າງລະມັດລະວັງ ແລ້ວເອົາໃສ່ຖົງຮູດຊິບໃຫ້ແຈບກ່ອນທີ່ຈະເອົາໃສ່ຖົງເສື້ອກ້າມນັ້ນ ເພື່ອຫຼີກລ້ຽງກໍລະນີຜິວໜັງຂອງຜູ້ທີ່ນຸ່ງຖືກນ້ຳກ້ອນດາດ ແລະ ມີອາການເຈັບແສບ. ເສື້ອກັນໄຂ້ແດດນີ້ ຈະນຸ່ງໃສ່ທາງໃນກ່ອນທີ່ຈະນຸ່ງຊຸດປ້ອງກັນພະຍາດ 3D, ເຊິ່ງຊ່ວຍເຮັດໃຫ້ຮ່າງກາຍມີຄວາມເຢັນສະບາຍ ແຕ່ 6 ຫາ 8 ຊົ່ວໂມງ. ທ່ານພົນຈັດຕະວາ ຟ້າມບ໊າຕວ່ຽນ, ຜູ້ອຳນວຍການໂຮງໝໍຢາພື້ນເມືອງ, ກະຊວງຕຳຫຼວດ ຫວຽດນາມ ໄດ້ນຸ່ງທົດລອງເສື້ອກັນໄຂ້ແດດໂດຍກົງ ກ່ອນທີ່ສົ່ງໄປຍັງແນວໜ້າໃຫ້ແກ່ເພື່ອນຮ່ວມງານຂອງຕົນ ໄດ້ແບ່ງປັນວ່າ:
      “ພາຍຫຼັງທີ່ເຂົາເຈົ້າສະເໜີແນວຄວາມຄິດ, ຄະນະຜູ້ອຳນວຍການໂຮງໝໍ ໄດ້ຊີ້ນຳໃຫ້ຜັນຂະຫຍາຍ ແລະ ກວດກາຢັ້ງຢືນໝາກຜົນຢ່າງຮີບດ່ວນ ເພື່ອນຳເຂົ້າຜະລິດ. ກ່ອນອື່ນໝົດແມ່ນແຈກຢາຍໃຫ້ແກ່ບັນດາພະນັກງານການແພດທີ່ພວມປະຕິບັດໜ້າທີ່ຕ້ານໂລກລະບາດຢູ່ແຂວງ ບັກຢາງ ແລະ ບັກນິງ. ໃນເບື້ອງຕົ້ນເຫັນວ່າ ເສື້ອກັນໄຂ້ແດດນີ້ ມີຄວາມໝາຍ ແລະ ມີປະສິດທິຜົນທີ່ສຸດ. ຂ້າພະເຈົ້າຫວັງວ່າ, ດ້ວຍແນວຄວາມຄິດທີ່ເລັກໆນ້ອຍໆນີ້ ຈະປະກອບສ່ວນຊ່ວຍໃຫ້ບັນດາພະນັກງານການແພດຢູ່ແນວໜ້າຕ້ານໂລກລະບາດ ໄດ້ຮັບການຮັກສາສຸຂະພາບ ແລະ ຫຼຸດຜ່ອນຄວາມອິດເມື່ອຍໃນອາກາດທີ່ຮ້ອນເອົ້າຄືໃນປັດຈຸບັນ”.
     ໂດຍກໍມີແນວຄິດຄືກັນກັບແພດໝໍຢູ່ໂຮງໝໍຢາພື້ນເມືອງ, ກະຊວງຕຳຫຼວດ, ບັນດາອ້າຍບ່າວສັງກັດບັນດາບໍລິສັດເຕັກໂນໂລຢີຄື Nam Việt Design, PAM Air ແລະ Signify ພ້ອມດ້ວຍບັນດານັກວິສະວະກອນກົນຈັກ ກໍໄດ້ຮ່ວມສຳພັນ, ສົມທົບກັນເຮັດວຽກໃນເວລາເກືອບ 4 ວັນໂດຍບໍ່ພັກບໍ່ເຊົາ ເພື່ອຄົ້ນຄວ້າ ແລະ ປະດິດສໍາເລັດ ຕູ້ເກັບຕົວຢ່າງເຄື່ອນທີ່ປ້ອງກັນຄວາມຮ້ອນ ແລະ ຫຼຸດຜ່ອນຄວາມສ່ຽງຕິດເຊື້ອ ໂຄວິດ - 19 ທີ່ປະກອບມີເຄື່ອງປັບອາກາດ, ຂ້າເຊື້ອດ້ວຍແສງລັງສີ UV, ຕັ່ງນັ່ງ… ເພື່ອນຳໄປໃຊ້ທົດລອງຢູ່ຈຸດໃຈກາງຂອງໂລກລະບາດໂຄວິດ - 19 ແຂວງ ບັກຢາງ. ອ້າຍ ຄ໊ຽວຮຶວເຫງັຍ - ຜູ້ຕາງໜ້າຂອງກຸ່ມປະດິດຕູ້ດັ່ງກ່າວ ໃຫ້ຮູ້ວ່າ:
      “ຂອບນອກຂອງຕູ້ເກັບຕົວຢ່າງປ້ອງກັນຄວາມຮ້ອນນີ້ ມີ 5 ຊັ້ນ, ແຕ່ລະຊັ້ນລ້ວນແຕ່ໄດ້ໃສ່ປະເກັນ ແລະ ກາວ ຢ່າງແໜ້ນໜາ ບໍ່ໃຫ້ອາກາດເຂົ້າໄປ ຫຼື ລອດເຂົ້າມາໄດ້. ໂດຍຈະມີລະບົບລະບາຍອາກາດສະເພາະດູດເອົາອາກາດຈາກພາຍນອກ ແລ້ວນຳໄປກັນຕອງຜ່ານຫຼາຍຊັ້ນ ແລະ ໄດ້ຂ້າເຊື້ອດ້ວຍແສງລັງສີ UVC ແລະ ເຄື່ອງປັບອາກາດ. ເວລານັ້ນ ຈະຮັບປະກັນວ່າອາກາດໄດ້ຮັບການຂ້າເຊື້ອແລ້ວ ແລະ ບັນດາແພດໝໍກໍຈະໄດ້ເຮັດວຽກໃນອາກາດທີ່ເຢັນສະບາຍກວ່າ”.
ຕູ້ເກັບຕົວຢ່າງ ມີຮູບຊົງຄ້າຍຄືກັນກັບຕູ້ ATM ແລະ ລະບົບທັງໝົດຈະໄດ້ບັງຄັບຜ່ານໂທລະສັບມືຖື. ຕູ້ເກັບຕົວຢ່າງດັ່ງກ່າວສາມາດບັນຈຸພະນັກງານການແພດເຮັດວຽກພ້ອມກັນໄດ້ 4 ຄົນ ໃນອາກາດທີ່ເຢັນສະບາຍ ແລະ ບໍ່ຕ້ອງສຳຜັດໂດຍກົງກັບຜູ້ຖືກເກັບຕົວຢ່າງ, ຊ່ວຍຮັບປະກັນສຸຂະພາບ ແລະ ຫຼຸດຜ່ອນຄວາມສ່ຽງຕິດເຊື້ອໃຫ້ແກ່ບັນດາພະນັກງານການແພດ, ຮັກສາກຳລັງແຮງສືບຕໍ່ຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃຫ້ຖອຍໄປ./.

(ແຫຼ່ງຄັດຈາກ VOV)
 

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top