• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດໃຫ້ຄຳໝັ້ນສັນຍາແຈກຢາຍວັກຊີນກັນພະຍາດ ໂຄວິດ - 19 ຢ່າງສະເໝີພາບຢ

      ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງຈັດກອງປະຊຸມມາເປັນ 2 ມື້, G20 ຢັ້ງຢືນຈະລະດົມບັນດາແຫຼ່ງກຳລັງເພື່ອແກ້ໄຂບັນດາຄວາມຕ້ອງການດ້ານການເງິນໃນຂະນະທີ່ ພື້ນຖານສາທາລະນະສຸກທົ່ວໂລກມີຄວາມຕ້ອງການ ເພື່ອໜູນຊ່ວຍວິວັດທະນາການຄົ້ນຄ້ວາ, ພັດທະນາ, ຜະລິດ ແລະ ແຈກຢາຍຢ່າງປອດໄພ. 

ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G20 ທາງອອນລາຍໃນວັນທີ 21 ພະຈິກ 2020 (ພາບ: AFP/TTXVN)
      ວັນທີ 22 ພະຈິກ ການນຳ G20  - ກຸ່ມບັນດາປະເທດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນວິວັດທະນາການແຈກຢາຍຊັກຊີນກັນພະຍາດ ໂຄວິດ - 19 ຊະນິດຕ່າງໆ ຢ່າງສະເໝີພາບໃນທົ່ວໂລກ, ກໍ່ຄືໜູນຊ່ວຍພື້ນຖານເສດຖະກິດຂອງບັນດາປະເທດທຸກຍາກ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ ໂຄວິດ - 19.
        ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາພາຍຫຼັງຈັດກອງປະຊຸມມາເປັນ 2 ມື້, G20 ຢັ້ງຢືນຈະລະດົມບັນດາແຫຼ່ງກຳລັງເພື່ອແກ້ໄຂບັນດາຄວາມຕ້ອງການດ້ານການເງິນໃນຂະນະທີ່ ພື້ນຖານສາທາລະນະສຸກທົ່ວໂລກມີຄວາມຕ້ອງການ ເພື່ອໜູນຊ່ວຍວິວັດທະນາການຄົ້ນຄ້ວາ, ພັດທະນາ, ຜະລິດ ແລະ ແຈກຢາຍຢ່າງປອດໄພ. G20 ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນວິວັດການສຳຜັດຢ່າງສະເໝີພາບ ແລະ ເໝາະສົມ ໃຫ້ແກ່ທຸກຄົນ. ກໍ່ໃນຖະແຫຼງການຮ່ວມນີ້, G20 ໄດ້ປະກາດວ່າ ຈະສະໜັບສະໜູນກົນໄກຮ່ວມມືຫຼາຍຝ່າຍ, ຖືນິ້ີ້ແມ່ນວິທີການຮ່ວມມືສຳຄັນທີ່ສຸດໃນປັດຈຸບັນ.
        ໃນຂະນະນັ້ນ, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ພະຈິກ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 58.968.875 ຄົນ ໃນນັ້ນມີຜູ້ເສຍຊີວິດ 1.393.193 ຄົນ. ປະເທດທີ່ໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 12.587.627 ຄົນ ໃນນັ້ນ ມີ ຜູ້ເສຍຊີວິດ 262.694 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ຝລັ່ງ, ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ກຸ່ມ​ອາ​ຊີ - ປາ​ຊີ​ຟິກ ຢູ່ ສ​ປ​ຊ

ຫວຽດ​ນາມ ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ກຸ່ມ​ອາ​ຊີ - ປາ​ຊີ​ຟິກ ຢູ່ ສ​ປ​ຊ

ທ່ານ ດັ່ງຮ່ວາງຢາງ ຢັ້ງຢືນວ່າ ຫວຽດນາມ ຈະຮ່ວມມືກັບສະມາຊິກຕ່າງໆຢ່າງແໜ້ນແຟ້ນ ແລະ ມານະພະຍາຍາມເພື່ອປະຕິບັດສຳເລັດວຽກງານຂອງ ປະທານ.

Top