• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາປະເທດ MLC ສະໜັບສະໜູນເສດຖະກິດໂລກເປີດແລະລະບົບການຄ້າຫຼາຍຝ່າຍ

ວັນທີ 17 ທັນວາ, ລັດຖະມົນຕີການຕ່າງປະເທດຂອງ 6 ປະເທດສັງກັດອົງການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້າງຊ້າງ (MLC) ເຊິ່ງລວມມີ: ຈີນ, ລາວ, ມຽນມາ, ໄທ ແລະ ຫວຽດນາມ, ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງພື້ນຖານເສດຖະກິດເປີດ ແລະ ຮັກສາລະບົບການຄ້າຫຼາຍຝ່າຍ ໂດຍອີງໃສ່ບັນດາຫຼັກການກັບອົງການການຄ້າໂລກ (WTO) ເປັນຈຸດສຸມ.


ບັນດາປະເທດ MLC ສະໜັບສະໜູນເສດຖະກິດໂລກເປີດແລະລະບົບການຄ້າຫຼາຍຝ່າຍ

(ພາບ: Vietnam+) 

ຕາມແຈ້ງການຊື່ມວນຊົນທີ່ໄດ້ຍົກອອກມາພາຍຫຼັງກອງປະຊຸມ MLC ຄັ້ງທີ 4 ເຊິ່ງດຳເນີນຢູ່ນະຄອນຫຼວງພະບາງ, ປະເທດລາວ ແລ້ວ, ບັນດາລັດຖະມົນຕີໄດ້ຢືນຢັນຄືນໃໝ່ເລື່ອງ MLC ຈະອີງໃສ່ບັນດາຫຼັກການເຫັນດີເຫັນພ້ອມ, ຍຸຕິທຳ, ທາບທາມຄວາມເຫັນເຊິ່ງກັນແລະກັນ, ສົມທົບກັນ, ສະໝັກໃຈ, ແບ່ງປັນຜົນປະໂຫຍດ ແລະ ການປະກອບສ່ວນລວມ. ບັນດາຝ່າຍກໍ່ຢືນຢັນຄືນໃໝ່ການເຄົາລົບກົດບັດຂອງສະຫະປະຊາຊາດ, ກົດໝາຍສາກົນບົນຈິດໃຈມິດຕະພາບ, ເປີດອົກເປີດໃຈ ແລະ ກວມລວມ. ຄຽງຂ້າງນັ້ນ, ບັນດາລັດຖະມົນຕີກໍ່ເຫັນດີຮ່ວມມືໃນການຜະລິດທີ່ມີຄຸນນະພາບສູງ, ຍູ້ແຮງການສ້າງຕັ້ງແຜນການຮ່ວມມືກ່ຽວກັບການຮ່ວມສຳພັນລະຫວ່າງບັນດາປະເທດ MLC, ກໍຄືບັນດາແຜນການພັດທະນາຂອງການຮ່ວມມືໃນການຜະລິດ ແລະ ເສດຖະກິດຂ້າມຊາຍແດນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top