• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາບາດກ້າວຫັນປ່ຽນສຳຄັນໃນການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດຂອງພັກ

      ທີ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພຶດສະພາ.ຕາມແຜນການຄະນະບໍລິຫານງານສູນກາງພັກຈະຮັບຟັງບົດລາຍງານແລະ ປຶກສາຫາລືຮ່າງບົດລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມຂະຫຍາຍຕົວເມື່ອປີ 2011). ຕາມການຕີລາຄາເລື່ອງປະຕິບັດໂຄງການການເມືອງ 2011 ໄດ້ສ້າງບັນຍາກາດແຂ່ງຂັນອັນຟົດຟື້ນເປັນຈິດຫນຶ່ງໃຈດຽວໃນທັງລະບົບການເມືອງແລະປະຊາຊົນທຸກຊັ້ນວັນນະເຂົ້າຮ່ວມການກໍ່ສ້າງພັກກໍ່ສ້າງອຳນາດການປົກຄອງພັດທະນາເສດຖະກິດສັງຄົມແລະສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຊົນ.

ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເປັນເຈົ້າພາບ
ແລະ ກ່າວຄຳເຫັນໄຂກອງປະຊຸມ (ພາບ: ຈິຢູງ/TTXVN )
      ຜົນງານທີ່ເປັນຫນ້າຮັບຮູ້ພາຍຫລັງ 10 ປີແຫ່ງການປະຕິບັດໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວປີ 2011) ນັ້ນແມ່ນການພັດທະນາພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ.
ຄວາມມານະພະຍາຍາມຜັນຂະຫຍາຍມະຕິຂອງພັກເຂົ້າໃນຊີວິດຕົວຈິງ
            ທັດສະນະຂອງໂຄງການການເມືອງປີ 2011 ຊີ້ແຈ້ງວ່າ: “ການພັດທະນາຢ່າງວ່ອງໄວຕິດພັນກັບການພັດທະນາແບບຍືນຍົງ, ພັດທະນາແບບຍືນຍົງແມ່ນຄວາມຮຽກຮ້ອງຕ້ອງການຢ່າງທະລຸລ່ວງໃນຍຸດທະສາດ” ລະອຽດຄື: ລະດັບການເຕີບໂຕເສດຖະກິດມີບາດກ້າວຫັນປ່ຽນຕັ້ງຫນ້າ. GDP ປີ 2018 ເຕີບໂຕຢູ່ໃນລະດັບສູງສຸດນັບແຕ່ປີ 2011 ມານີ້.ບັນດາການດຸ່ນດ່ຽງມະຫາພາກໄດ້ຮັບການຮັກສາໄວ້, ການສ້າງໂຄງປະກອບລັດວິສາຫະກິດຄືນໃຫມ່ມີບາດກ້າວພັດທະນາ, ການແກ້ໄຂບັນດາບັນຫາທະນາຄານ, ຫນີ້ສາທາລະນະ, ຫນີ້ເສຍ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມເປັນປົກກະຕິ, ການຮັບປະກັນຊີວິດສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນກໍ່ໄດ້ສືບຕໍ່ຍູ້ແຮງ. ສະເພາະຂົງເຂດກະສິກຳ, ປີ 2018 ຫວຽດນາມໄດ້ສົ່ງອອກສິນຄ້າລວມມູນຄ່າກວ່າ 40 ຕື້ USD.ປອຮ່າຟຸກມິກ, ປະທານສະຫະສະມາຄົມກະສິກຳອົງຄະທາດຫວຽດນາມຕີລາຄາວ່າ:
            “ໃນໄລຍະ10 ປີແຫ່ງການປະຕິບັດໂຄງການການເມືອງຂອງພັກໃນຂົງເຂດກະສິກຳ - ຊາວກະສິກອນ - ຊົນນະບົດພວກເຮົາມີມະຕິສູນກາງພັກຄັ້ງທີ 7 ໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຂົງເຂດກະສິກຳ - ຊາວກະສິກອນ - ຊົນນະບົດຫວຽດນາມພິເສດມີການປ່ຽນແປງອັນໃຫຍ່ຫລວງໃນຊີວິດຂອງຊາວກະສິກອນຢູ່ທຸກເຂດຊົນນະບົດແຖບຖິ່ນຂອງປະເທດຊາດອັດຕາສ່ວນຄອບຄົວທຸກຍາກຫລຸດລົງຫລາຍພໍສົມຄວນແລະໄດ້ຮັບການຮັບຮູ້ຈາກສປຊ.”
            ໃນ 10 ປີຜ່ານມາ, ພິເສດຈາກກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກມາຮອດປະຈຸບັນ, ລະບອບລະບຽບການ, ນະໂຍບາຍຂອງຫວຽດນາມໄດ້ຮັບການປັບປຸງໃຫ້ສົມບູນແບບ, ລະບົບການເມືອງໄດ້ມີການເຄື່ອນໄຫວຢ່າງຕັ້ງຫນ້າແລະຕິດພັນກັບພາລະບົດບາດ, ຫນ້າທີ່ຂອງແຕ່ລະອົງການໃນກົງຈັກລັດ. ສະພາແຫ່ງຊາດຊຸດທີ 13, 14 ໄດ້ຫັນແຜນນະໂຍບາຍໃນມະຕິກອງປະຊຸມໃຫຍ່ຄັ້ງທີ 11, 12  ຂອງພັກໃຫ້ເປັນບັນດາຫນ້າທີ່ຍຸດທະສາດລະອຽດຄື: ມະຕິກ່ຽວກັບຫນ້າທີ່ພັດທະນາເສດຖະກິດສັງຄົມ, ມະຕິກ່ຽວກັບແຜນການການເງິນ, ແຜນການລົງທຶນສາທາລະນະໄລຍະກາງ; ແຜນການສ້າງໂຄງປະກອບເສດຖະກິດຄືນໃຫມ່. ທ່ານເລແທງເວີນ, ກຳມະການກຳມາທິການການເງິນງົບປະມານຂອງສະພາແຫ່ງຊາດໄດ້ຢືນຢັນວ່າ:
            “ລັດຖະນະໂຍບາຍໃຫຍ່ທັງໝົດນັ້ນ ລ້ວນແຕ່ສະແດງໃຫ້ເຫັນເນື້ອໃນຈິດໃຈນຳມະຕິກອງປະຊຸມໃຫຍ່ຂອງພັກເຂົ້າໃນຊີວິດຕົວຈິງສະແດງໃຫ້ເຫັນການພົວພັນກ່ຽວກັບດ້ານເສດຖະກິດການເມືອງພົນລະເຮືອນວິທະຍາສາດເຕັກນິກຢ່າງຈະແຈ້ງຈາກກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກມາຮອດປະຈຸບັນທັງລະບົບການເມືອງບັນດາອົງການລັດລັດຖະບານອົງການປົກປ້ອງຍຸຕິທຳສູນກາງທັງລະບົບໄດ້ເຂົ້າຮ່ວມແລະພວມນຳເອົາມະຕິຂອງພັກເຂົ້າປະຕິບັດໃນຊີວິດຕົວຈິງ
ປະຊາຊົນຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາຂອງພັກ
        ໂຄງການການເມືອງແຫ່ງການສ້າງສາປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ (ສະບັບເພີ່ມເຕີມ, ຂະຫຍາຍຕົວ ປີ 2011) ເນັ້ນໜັກວ່າ: “ສັງຄົມນິຍົມເຊິ່ງປະຊາຊົນ ຫວຽດນາມ ສ້າງສາແມ່ນສັງຄົມ: ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ໂດຍປະຊາຊົນເປັນເຈົ້າ”. ນີ້ແມ່ນຄວາມປາດຖະໜາຂອງປະຊາຊົນ, ແມ່ນການເລືອກເຟັ້ນຢ່າງຖືກຕ້ອງຂອງພັກ. ປະຊາຊົນຍາມໃດກໍ່ສາມັກຄີ, ດຸໝັ່ນຂະຫຍັນ ໃນການອອກແຮງງານ ແລະ ປະດິດຄິດສ້າງ, ຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມໄວ້ເນື້ອເຊື່ອໃຈຕໍ່ການນຳພາ ຂອງພັກ. ທ່ານ ຫງວຽນດັງຢຸງ ສາດສະດາຈານ, ປະລິນຍາເອກ, ພະແນກກົດໝາຍ, ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ, ຖືວ່າ:
        “ຫຼັງຈາກ 10 ປີ ແຫ່ງການປະຕິບັດໂຄງການການເມືອງຂອງພັກພວກເຮົາຢັ້ງຢືນວ່າມີຄວາມກ້າວໜ້າໃດໜຶ່ງ. ພວກເຮົາໄດ້ປັບປຸງລັດຖະທຳມະນູນ ແລະ ກຳນົດ 2 ຮູບແບບຢ່າງຈະແຈ້ງ ແມ່ນ ປະຊາທິປະໄຕໂດຍກົງ ແລະ ປະຊາທິປາໄຕຕາງໜ້າ. ປະຊາທິປະໄຕໂດຍກົງພວກເຮົາໄດ້ຮັບຮອງເອົາແລ້ວດ້ວຍການ ລົງປະຊາມະຕິ. ປະຊາທິປະໄຕຕາງໜ້າ, ນີ້ແມ່ນຄັ້ງທຳອິດໃນລັດຖະທຳທະນູນ, ກົດໝາຍໄດ້ກຳນົດເປົ້າໝາຍການປົກປ້ອງສິດທິມະນຸດ ແລະ ປົກປ້ອງລະບອບຢ່າງຈະແຈ້ງ. ເລື່ອງຈັດແບ່ງໜ້າທີຄວາມຮັບຜິດຊອບລະຫວ່າງບັນດາອົງການລັດໃຫ້ຈະແຈ້ງກ່ວາ. ນີ້ແມ່ນຈຸດດີເພື່ອຢັ້ງຢືນວ່າ ລັດພວມປະຕິບັດເປົ້າໝາຍ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ
        ອີກບັນຫາໜຶ່ງທີ່ໜ້າສົນໃຈແມ່ນ: ໂຄງການການເມືອງສະບັບເພີ່ມເຕີມ, ຂະຫຍາຍຕົວ ປີ 2011 ໄດ້ເຕື້ອງເຖິງ: “ຕ້ອງການປ້ອງກັນ ແລະ ຕ້ານບັນດາໄພອັນຕະລາຍຢ່າງໃຫຍ່ຫຼວງ: ຂໍ້ຜິດພາດກ່ຽວກັບແນວທາງ, ພະຍາດອາດຍາສິດ ແລະ ການເສື່ອມທາດຂາດຄຸນ ຂອງພະນັກງານ, ສະມາຊິກພັກ”. ເມື່ອຮູ້ໄດ້ໄພອັນຕະລາຍນີ້, ພັກກອມມູນິດ ຫວຽດນາມ ໄດ້ຕັດສິນໃຈປະຕິບັດມະຕິສູນກາງພັກ ຄັ້ງທີ 4 ສະໄໝ 11, ມະຕິສູນກາງພັກຄັ້ງທີ 4 ສະໄໝ 12 ເພື່ອເພີ່ມທະວີການນຳພາຂອງພັກ ແລະ ມາຮອດປັດຈຸບັນບັນລຸໄດ້ໝາກຜົນທີ່ສຳຄັນຢ່າງຫຼວງຫຼາຍ.
        ພາຍຫຼັງ 10 ປີ, ບັນດາທັດສະນະອັນໃຫຍ່ຫຼວງໃນໂຄງການການເມືອງຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ກອມມູນິດ ຫວຽດນາມ ໄດ້ຮັບຮອງເອົາແມ່ນບັນດາຂໍ້ສະຫຼູບທີ່ມີຄວາມໝາຍຢ່າງເລິກເຊິ່ງກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ. ລາຍລະອຽດບັນດາທັດສະນາເຫຼົ່ານັ້ນ, ປະເທດຊາດບັນລຸໄດ້ບັນດາບາດກ້າວສຳຄັນໃນທຸກໆຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ…ບໍ່ພຽງແຕ່ໃນບັນດາໄລຍະທາງເສັ້ນທາງທີ່ຜ່ານມາເທົ່ານັ້ນຫາກຍັງຈະສືບຕໍ່ໄດ້ຮັບຮູ້ ແລະ ພັດທະນາເພື່ອກໍ່ສ້າງສັງຄົມນິຍົມ ໃນປະເທດ ຫວຽດນາມສຳເລັດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top