• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີຖືກຈັດຂຶ້ນຢູ່ແຂວງເງະອານ

ວັນທີ 2 ທັນວາ, ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນ ເງະອານ, ພິທີຊຸມນຸມມິດຕິງສະເຫຼີມສະຫຼອງວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ ໄດ້ຖືກຈັດຂຶ້ນຢ່າງສົມກຽດ ຊຶ່ງມີການເຂົ້າຮ່ວມຂອງອະດີດນັກອາສາສະໝັກ, ຜູ້ຊ່ຽວຊານການທະຫານຫວຽດນາມໄປຊ່ວຍເຫຼືອລາວ, ບັນດານັກຮົບຕຳຫຼວດ, ທະຫານ, ຊາວໜຸ່ມ, ນັກຮຽນ, ນັກສຶກສາເປັນຈຳນວນຫຼວງຫຼາຍ.

ພິທີສະເຫຼີມສະຫຼອງວັນຊາດລາວຄົບຮອບ 44 ປີຖືກຈັດຂຶ້ນຢູ່ແຂວງເງະອານ
ທ່ານພັນເອກ ວີໂຕ້ດີ້ງ ຮອງປະທານສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງ ເງະອານແບ່ງປັນວ່າ : 

     “ຜ່ານພິທີຊຸມນຸມມິດຕິງສະເຫຼີມສະຫຼອງຖືກຈັດຂຶ້ນໃນແຕ່ລະປີ ເພື່ອສືບຕໍ່ໂຄສະນາ ສຶກສາໃຫ້ຄົນລຸ່ນໜຸ່ມ, ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຊຶ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້, ທັງນີ້ກໍເພື່ອໃຫ້ພວກເຮົາເສີມສ້າງນ້ຳໃຈສາມັກຄີ ມິດຕະພາບ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ”

    ຕອນບ່າຍວັນດຽວກັນ, ຢູ່ໂຮງຮຽນຕ່າງໆໃນບໍລິເວນນະຄອນວີງ ກໍລ້ວນແຕ່ຈັດຕັ້ງລາຍການພົບປະແລກປ່ຽນ ສະແດງສິລະປະ ເພື່ອຂ່ຳນັບຊົມເຊີຍວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີ. ນ້ອງ ພອນທອງ ທອງມະນີ ສັງກັດມະຫາວິທະຍາໄລສ້າງຄູເຕັກນິກວີງ ເວົ້າວ່າ :

    “ ມື້ນີ້ນ້ອງຕື້ນຕັນໃຈຫຼາຍ ເພາະວ່າໄດ້ຕ້ອນຮັບວັນຊາດຂອງ ສ.ປ.ປ.ລາວຄົບຮອບ 44 ປີຢູ່ດິນແດນນະຄອນວີງ, ນ້ອງຮູ້ສຶກປຽບເໝືອນຢູ່ບ້ານເກີດເມືອງນອນຂອງຕົນ. ນ້ອງໝັ້ນໝາຍ ຈະພະຍາຍາມຮຽນໃຫ້ເກັ່ງ ເພື່ອໃນພາຍພາກໜ້າຈະສ້າງສາປະເທດລາວໃຫ້ຮັ່ງມີ ສວຍງາມ, ກໍ່ສ້າງສາຍພົວພັນລາວ-ຫວຽດ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ”  .

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top