• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາການນຳໂລກສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden

      ວັນທີ 8 ພະຈິກ, ພາຍຫຼັງບັນດາສື່ມວນຊົນອາເມລິກາພ້ອມກັນລົງຂ່າວທີ່ວ່າ ທ່ານ Joe Biden ຍາດໄດ້ໄຊຊະນະໃນການເລືອກຕັ້ງ ປະທານາທິບໍດີ ອາເມລິກາ, ໄດ້ມີການນປະເທດຕ່າງໆໃນໂລກ ສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden.
      
ທ່ານ Joe Biden ປະທານາທິບໍດີ ອາເມລິກາ ຄົນໃໝ່ (ພາບ: Sky)
      ທ່ານ Miguel Diaz – Canel ປະທານປະເທດກູບາ ໄດ້ຂຽນບົດວິເຄາະໃນສື່ສັງຄົມອອນລາຍ Twitter ກ່ຽວກັບການໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ອາເມລິກາ ດ້ວຍໄຊຊະນະຂອງຜູ້ສະໝັກເລືອກຕັ້ງພັກ ປະຊາທິປະໄຕ Joe Biden, ໃນນັ້ນທ່ານສະແດງຄວາມເຊື່ອໝັ້ນຕໍ່ຄວາມອາດສາມາດສ້າງການພົວພັນສອງຝ່າຍທີ່ມີລັກສະນະສ້າງສັນກັບ ວໍຊິງຕັນ.
            ທ່ານປະທານາທິບໍດີ ອີຣານ Hassan Rouhani ຫວັງວ່າ ອຳນາດການປົກຄອງໃໝ່ຂອງ ອາເມລິກາ ອາດຈະເຊືີ່ອມຕໍ່ການປະຕິບັດຄຳໝັ້ນສັນຍາກັບປະຊາຄົມສາກົນຄືນໃໝ່.
            ທ່ານ ປະທານາທິບໍດີ ອີຣັກ Barham Saleh ກໍ່ໄດ້ສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden  ໃນນັ້ນສະແດງຄວາມຫວັງວ່າ ສອງປະເທດຈະພ້ອມກັນຮ່ວມມືເພື່ອບັນລຸໄດ້ບັນດາເປົ້າໝາຍລວມ ກໍ່ຄືປັບປຸງສັນຕິພາບ ແລະ ສະຖຽນລະພາບໃນທົ່ວພາກພື້ນ ຕາເວັນອອກກາງ.
            ທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas ສະແດງຄວາມຍິນດີກັບທ່ານ Joe Biden, ພ້ອມທັງສະແດງຄວາມປາດຖະໜາຢາກຮ່ວມມືກັບອຳນາດການປົກຄອງ ປະທານາທິບໍດີຄົນໃໝ່ຢູ່ອາເມລິກາ.
            ມີການນຳຫຼາຍທ່ານຢູ່ບັນດາປະເທດອາຟຼິກກາ ໃນນັ້ນມີ ນີເຊເຣຍ, ອາຟຼິກກາໃຕ້ ກໍ່ສົ່ງສານສະແດງຄວາມຍິນດີກັບທ່ານ Joe Biden, ຫວັງວ່າຈະມີການເພີ່ມທະວີການພົວພັນ ແລະ ການຮ່ວມມືກັບ ອາເມລິກາ, ພິເສດແມ່ນໃນຂົງເຂດເສດຖະກິດ, ການທູດ ແລະ ການເມືອງ ກໍ່ຄືການຕໍ່ສູ້ຕ້ານການກໍ່ການຮ້າຍ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top