• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ບັນດາ ຖ້ຽວກຳປັ່ນ ເດີນທາງ ໄປອວຍພອນ ບຸນເຕັດ ຢູ່ເມືອງເກາະ ເຈື່ອງຊາ

ໃນຊຸມມື້ໃກ້ຈະຮອດບຸນເຕັດ ປີຊວດ, ກຳປັ່ນສາມລຳຄື HQ 561, KN 490 và KN 491 ຂອງກອງທັບເຮືອ ໄດ້ອອກຈາກ ທ່າກໍາປັ່ນ ກາມແຣງ ເພື່ອນຳ ຄະນະປະຕິບັດງານ ໄປຢ້ຽມຢາມ, ໃຫ້ກຳລັງ ໃຈນັກຮົບ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາ (ແຂວງ ແຄ໋ງ ຮ່ວາ). ການເດີນທາງຢ້ຽມຢາມຄັ້ງນ້ີ ບໍ່ພຽງແຕ່ ລຳລຽງອາຫານ ໃຫ້ ນັກຮົບ ແລະ ປະຊາຊົນ ຢູ່ເມືອງເກາະ ເຈື່ອງຊາ ຕ້ອນຮັບປີໃໝ່ ເທົ່ານັ້ນ, ແຕ່ຍັງນໍາເອົານຳ້ໃຈ ຊຶ່ງ ສະແດງ ໃຫ້ເຫັນ ຄວາມ ເອົາໃຈ ໃສ່ ເປັນພິເສດ ຂອງ ພັກ, ລັດ ແລະ ປະຊາຊົນ ຢູ່ດິນຕໍ່ແຜ່ນ ເຖິງ ນັກຮົບ ແລະ ປະຊາຊົນຢູ່ ເມືອງເກາະເຈື່ອງຊາ ທີ່ຫ່າງໄກນີ້. 
ພິທີສົ່ງ ຄ ະນະປະຕິບັດງານອອກເດີນທາງ, ພົນເຮືອຕີ ຫງວຽນດຶກ ເວື້ອງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງທັບເຮືອ ເຂດ 4 ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ອົງຄະນະພັກ, ອຳນາດການ ປົກຄອງ, ປະຊາຊົນ ແຂວງ ແຄ໋ງຮ່ວາ ເວົ້າສະເພາະ ແລະ ປະຊາ ຊົນ ທັງຊາດເວົ້າລວມ, ຕໍ່ພະນັກງານ, ນັກຮົບ, ທະຫານ ແລະ ປະ ຊາຊົນ ຢູ່ໝູ່ເກາະ ເຈື່ອງຊາ. ສະຫາຍ ຫງວຽນດຶກເວື້ອງ ໄດ້ຢືນຢັນ ວ່າ ນັກຮົບ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາ ຍາມໃດກໍ ມີ ຄວາມມານະພະຍາຍາມ ຜ່ານຜ່າ ຄວາມຫຍຸ້ງຍາກນາໆ ປະການ, ສຳເລັດໜ້າທ່ີໆ ໄດ້ຮັບມອບໝາຍໃຫ້ດີທີ່ສຸດ.

ທີ່ເມືອງເກາະ ເຈື່ອງຊາ, ຄະນະປະຕິບັດງານ ໄດ້ຂົນສົ່ງ ຂອງຂວັນ ປີໃໝ່ ນັບຫຼາຍສິບໂຕນ ຈາກກະຊວງປ້ອງກັນປະເທດ, ບັນດາ ແຂວງ, ນະຄອນ ແລະ ປະຊາຊົນ ໃນທົ່ວປະເທດ ໄປມອບ ໃຫ້ນັກ ຮົບ ແລະ ປະຊາຊົນຢູ່ເມືອງເກາະ. ບັນດາວັດຖຸສິ່ງຂອງ ຝາກໄປ ຍັງ ເມືອງເກາະ  ຕ່າງກໍມີລົດຊາດ ຂອງ ບຸນເຕັດ ມູນເຊື້ອ ຂອງ ປະ ເທດເຊ່ັນ: ເຂົ້າໜຽວ, ໃບຕອງ, ໝາກກ້ວຍຂຽວ, ໝາກຟຸກ, ໝູ, ໄກ່, ດອກໄມ້ສົດ, ຕົ້ນໝາກແປ້ນປະດັບເອ້, ເຂົ້າໜົມ ແລະ ອື່ນໆ.



ກຳປັ່ນສາມລຳຄື HQ 561, KN 490 và KN 491 ນໍາ ເອົານຳ້ໃຈ ຈາກດິນຕໍ່ແຜ່ນ ໄປຍັງນັກຮົບ ແລະ ປະຊາຊົນ ຢູ່ເມືອງເກາະ ເຈື່ອງ ຊາ. 


ບັນດາເຄື່ອງຂອງ ໄດ້ຫຸ້ມຫໍ່ຢ່າງຮອບຄອບແລ້ວຂົນຂຶ້ນກຳປັ່ນ. 


ນຳບັນຍາກາດ ຂອງບຸນເຕັດ ມາຍັງນັກຮົບ ແລະ ປະຊາຊົນ ຢູ່ ເມືອງເກາະ ເຈື່ອງຊາ. 


ບັນດາປະເພດຜັກ ແລະ ໝາກໄມ້ ທ່ີສົ່ງຈາກດິນຕໍ່ແຜ່ນ ໄປຍັງ ເມືອງເກາະ ເຈື່ອງຊາ. 


ພິທີປ່ຽນ, ຖອນທະຫານກັບຄືນ ໄດ້ຈັດຂຶ້ນ ຢູ່ ເທິງຂົວທ່າກຳປັ່ນ ເລກ 4, ທ່າກໍາປັ່ນ ກາມແຣງ. 


ບັນດາການນຳແຂວງ ແຄ໋ງຮ່ວາ ມາໃຫ້ກຳລັງໃຈ ແລະ ອວຍພອນ ປີໃໝ່ ບັນດານັກຮົບ ທ່ີໄປຮັບໜ້າທີ່ໃໝ່ ຢູ່ເມືອງເກາະ ເຈື່ອງຊາ. 


ພະນັກງານ, ນັກຮົບກອງທັບເຮືອ ຂຶ້ນກຳປັ່ນ ອອກໄປຍັງເກາະ ເຈື່ອງຊາ ເພື່ອປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ. 


ບັນດານັກຮຽນຍິງສະແດງ ນຳ້ໃຈ ໂດຍຜ່ານການຈັບມື. 


ຊ່ວງເວລາ ອໍາລາ ກ່ອນຈາກກັນ ທີ່ເຕັມໄປດ້ວຍ ນໍ້າໃຈ ສາມັກຄີ ຮັກແພງ ລະຫວ່າງທະຫານ ກັບ ປະຊາຊົນ ທີ່ທ່າກໍາປັ່ນກາມແຣງ.


ບັນດາບົດເພງ ໄດ້ດັງຂຶ້ນ ກ່ອນເວລາກຳປັ່ນ ອອກຈາກທ່າ. 


ບັນດາ ຄອບຄົວ ນັກຮົບ ທ່ີມີໜ້າ ຢູ່ທ່າກໍາປັ່ນ ກາມແຣງ ເພື່ອການ ອໍາລາ ຄົນສະໜິດ ອອກເດີນທາງປະຕິບັດໜ້າທີ່. 


ຮອຍຍິ້ມ ຂອງບັນດາ ນັກຮົບ ໃນວັນອອກເດີນທາງ. 


ບັນດາຊາວໜຸ່ມ ອອກເດີນທາງ ໄປຍັງທະເລໝູ່ເກາະ ທີ່ຫ່າງໄກ ດ້ວຍນໍ້າໃຈທີ່ເຂັ້ມແຂງ. 


ກຳປັ່ນ ອອກຈາກ ທ່າກໍາປັ່ນ ກາມແຣງ, ແຂວງ ແຄ໋ງຮ່ວາ. 


ບັນດາຫໍ່ຂອງຂວັນໄດ້ສົ່ງຂຶ້ນເກາະ ຕົກຕານອາ. 


ຂອງຂວັນບຸນເຕັດ ໄດ້ມອບໃຫ້ວັດ ຊິງໂຕ່ນ. 


ສຳເລັດໜ້າທີ່ ຢູ່ເກາະ, ບັນດານັກຮົບ ຈະກັບມາ ຮັບໜ້າທີ່ໃໝ່ ຢູ່ ກອງທັບເຮືອ ເຂດ 4. 

ຢ້ຽມຢາມບັນດາເກາະ, ຄະນະປະຕິບັດງານ ໄດ້ ທຳພິທີໄຕ້ທູບ ທຽນ ຖະຫວາຍດອກໄມ້ ບັນດາວິລະຊົນ ຜູ້ທ່ີເສຍ ສະຫຼະຊີວິດ ເພື່ອປະເທດຊາດ, ໃນນັ້ນ ມີຄະນະປະຕິບັດງານ ເລກ 2 ໄດ້ຈັດພິ ທີໄຕ້ທູບທຽນ ຖະຫວາຍດອກໄມ້ ຕໍ່ ບັນດາພະນັກງານ, ນັກຮົບ ທ່ີ ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ ທີ່ເກາະ ກາກມາ; ຢ້ຽມ ຢາມຖາມຂ່າວ, ອວຍພອນປີໃໝ່, ມອບຂອງຂວັນ ໃຫ້ແກ່ ພະນັກ ງານ, ນັກຮົບ ແລະ ປະຊາຊົນ ທີ່ກຳລັງໃຊ້ຊີວິດຢູ່ເທິງບັນດາເກາະ ... ຄະນະປະຕິບັດງານ ກໍຍັງປະສານສົມທົບ ກັບພະນັກງານ, ນັກ ຮົບ ຈັດຕັ້ງລາຍການສະແດງ ສິລະປະ ວັດທະນະທຳ ແລະ ກິລາ ຊຶ່ງສ້າງບັນຍາກາດ ເບີກບານມ່ວນຊື່ນ ແລະ ໃຫ້ກຳລັງໃຈນັກຮົບ ແລະ ປະຊາຊົນ ຢູ່ເທິງເກາະ ອຸ່ນອຽນໃຈເຮັດວຽກ ແລະ ດໍາລົງຊີວິດ ຢ່າງສະຫງົບສຸກ, ສຳເລັດໜ້າທີ່ ປົກປັກຮັກສາ ສິດອຳນາດ ອະທິປະໄຕ ເໜືອໝູ່ເກາະ ທະເລອັນສັກສິດ ຂອງ ປະເທດຊາດຢ່າງ ໝັ້ນຄົງ.

ໃນຊຸມມື້ຢ້ຽມຢາມ ເມືອງເກາະເຈື່ອງຊາ, ຄະນະປະຕິບັດງານ ເຫັນ ໄດ້ ຊີວິດການເປັນຢູ່ ຂອງ ນັກຮົບ ແລະ ປະຊາຊົນ ຢູ່ເມືອງເກາະ ເຈື່ອງຊາ ນັບມື້ນັບໄດ້ດີຂຶ້ນ ຊຶ່ງສະແດງໃຫ້ເຫັນ ຄວາມເອົາໃຈໃສ່ ຂອງ ພັກ, ລັດ, ກອງທັບ ຕໍ່ເຈື່ອງຊາ. ຜ່ານຜ່າ ຄວາມຫຍຸ້ງຍາກ ນາໆ ປະການ, ຕັ້ງຢູ່ຈຸດທີ່ຖືວ່າ ແຖວໜ້າ ຄື້ນລົມ, ນັກຮົບ ແລະ ປະຊາຊົນ ເມືອງເກາະ ໄດ້ອຸ່ນອຽນໃຈ ດໍາລົງຊີວິດ ແລະ ອອກແຮງ ງານໃນການຜະລິດ. ນັກຮົບ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາ ໄດ້ສະແດງຄວາມປິຕິຍິນດີ ຕໍ່ບັນດາ ຜົນສຳເລັດ ທີ່ປະເທດຊາດ ບັນລຸໄດ້ໃນການພັດທະນາເສດຖະກິດ ສັງຄົມໃນປີ 2019.

ບັນດານຳ້ໃຈ ດັ່ງກ່າວໄດ້ປະກອບສ່ວນ ເສີມກຳລັງໃຈ ແລະ ມານະ ຈິດໃຫ້ແກ່ນັກຮົບ ແລະ ປະຊາຊົນ ເມືອງເກາະ ເຈື່ອງຊາດມີຄວາມ ເຊື່ອໝັ້ນ, ຢືນຄຽງບ່່າຄຽງໄຫຼ່, ຢຶດໝັ້ນໃນການປົກປັກຮັກສາ ເຂດ ທະເລໝູ່ເກາະ ອັນສັກສິດຂອງປະເທດຊາດ ຢ່າງໝັ້ນຄົງ, ສຳເລັດ ໜ້າທີ່ ທີ່ພັກ ແລະ ປະຊາຊົນ ມອບໝາຍໃຫ້ເປັນຢ່າງດີ.
ບົດ ແລະ ພາບ: ທົງຫາຍ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top