• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຍາກາດ ASIAD 2018 – Palembang, ອິນໂດເນເຊຍ ຢູ່ ຮ່າໂນ້ຍ

      ຄະນະນັກກິລາ ຫວຽດນາມ ລວມມີສະມາຊິກຈຳນວນ 352 ຄົນໄດ້ເດີນທາງໄປຮອດປະເທດ ອິນໂດເນເຊຍ, ເຂົ້າຮ່ວມງານມະຫາກຳກິລາ ອາຊີ - ASIAD 2018. ດ້ວຍຫົວເລື່ອງວ່າ “The energy of Asia”,
 ປະເທດ ອິນໂດເນເຊຍ ໄດ້ພ້ອມແລ້ວທີ່ຈະຕ້ອນຮັບນັກກິລາດີເດັ່ນແຖວໜ້າຂອງທະວີບກ່ວາ 11.000 ຄົນມາແຂ່ງຂັນ. ກ່ອນນີ້ກ່ວາໜຶ່ງອາທິດ, ສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາ, ລະດົມກຳລັງໃຈຢ່າງລຽນຕິດໃຫ້ເຫດການກິລາຄັ້ງນີ້.

 “ວັນບຸນໂຄສະນາ ASIAD 2018” ຢູ່ຖະໜົນທາງຍ່າງ ຮ່າໂນ້ຍ
      ເຫດການກິລາ ASIAD 2018 ຈະໄດ້ຈັດຕັ້ງຢູ່ 2 ນະຄອນໃຫຍ່ຂອງ ອິນໂດເນເຊຍ ນັ້ນແມ່ນນະຄອນ Jakarta ແລະ Palembang ໃນລະຫວ່າງວັນທີ 18 ສິງຫາ - ວັນທີ 2 ກັນຍາ. ນີ້ເປັນຄັ້ງທີ 2 ອິນໂດເນເຊຍ ຈັດຕັ້ງເຫດການກິລາໃຫຍ່ທີ່ສຸດ ອາຊີ ນີ້. ເຂົ້າຮ່ວມເຫດການດັ່ງກ່າວ ມີບັນດາປະເທດສະມາຊິກອາຊີທັງໝົດ, ໃນນັ້ນມີ ຫວຽດນາມ. ຖ້າຫາກມີເວລາ, ຂໍເຊີນພວກເພື່ອນໄປ ອິນໂດເນເຊຍ ປະເທດທີ່ສວຍສົດງົດງາມເພື່ອລະດົມກຳລັງໃຈໃຫ້ຄະນະນັກກິລາ ຫວຽດນາມ.
ນັ້ນແມ່ນຄຳເຫັນທີ່ພິທີໄຂ “ວັນບຸນໂຄສະນາ ASIAD 2018” ຂອງທ່ານເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ Ibnu Hadi ເມື່ອວັນທີ 12 ສິງຫາ ຢູ່ເຂດອະນຸສາວະລີ ຫຼີທ໋າຍໂຕ, ຮ່າໂນ້ຍ. ໃນທ່າມກາງບັນຍາກາດຟົດຟື້ນຢູ່ຖະໜົນທາງຍ່າງ, ຊາວ ອິນໂດເນເຊຍ ໄດ້ເຕົ້າໂຮມເປັນຈຳນວນຫລວງຫລາຍ ເຊິ່ງແມ່ນບັນດານັກຮຽນ, ພະນັກງານ, ພາລະກອນສະຖານທູດ ໄດ້ນຸ່ງເສື້ອຄໍມົນສີຂາວທີ່ພິມ logo ASIAD 2018 ພວມສ້າງບັນຍາກາດຢ່າງຟົດຟື້ນມ່ວນຊື່ນການເຕັ້ນ 9 ບາດທີ່ເປັນມູນເຊື້ອຂອງຊາວ ອິນໂດເນເຊຍ.
ພ້ອມກັນກັບບັນດາບົດເພງທີ່ຟົດຟື້ນ, ວາດເຕັ້ນທີ່ເປັນເອກະລັກສະເພາະນັ້ນ, ຊາວນະຄອນຫລວງ ແລະ ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການລະຫຼິ້ນຖາມຕອບໄດ້ລາງວັນ, ຊອກຮູ້ກ່ຽວກັບ ASIAD 2018, ຖ່າຍຮູບເປັນທີ່ລະນຶກກັບ Backdrop ແລະ ລົງຕົວຈິງແຕ້ມສັນຍາລັກ ASIAD 2018. ອ້າຍ ວັນເຟືອງ ຜູ້ທີ່ໄດ້ຮັບລາງວັນເຊິ່ງແມ່ນຄັນຮົ່ມທີ່ພິມຕົວໜັງສືປຸກລະດົມກຳລັງໃຈ ASIAD 2018 ຂອງສະຖານທູດ ອິນໂດເນເຊຍ ແບ່ງປັນວ່າ:
ການເຄື່ອນໄຫວຢູ່ຖະໜົນທາງຍ່າງໃນມື້ນີ້, ຂ້າພະເຈົ້າຮູ້ສຶກວ່າ ມ່ວນຊື່ນຫລາຍ ແລະ ບັນຍາກາດຂອງ ASIAD 2018 ໄດ້ມາຢູ່ໃກ້ໆນີ້ແລ້ວ. ຂ້າພະເຈົ້າຫວັງວ່າ ຈະໄດ້ຊົມການແຂ່ງຂັນຂອງບັນດານັກກິລາແຖວໜ້າໂລກ ແລະ ຂ້າພະເຈົ້າກໍ່ຫວັງວ່າ ຄະນະນັກກິລາ ຫວຽດນາມ ຈະຄວ້າໄດ້ຫຼຽນຄຳຫລາຍຫຼຽນ, ນຳມາເຊິ່ງຄວາມສະຫງ່າລາສີໃຫ້ປະເທດຊາດ.
ນາງ Misa, ນັກສຶກສາທີ່ມາຈາກ ອິນໂດເນເຊຍ ພວມຮຽນຂະແໜງກະສິກຳຢູ່ ຫວຽດນາມ, ນຸ່ງເຄື່ອງລະດົມກຳລັງໃຈ ASIAD 2018, ເທິງຫົວຄຽນຜ້າຄຳຂວັນສີຂາວແດງ, ສີຂອງທຸງຊາດ ອິນໂດເນເຊຍ
ຂ້າພະເຈົ້າເຫັນວ່າ ບັນຍາກາດຢູ່ແຫ່ງນີ້ ມັນຟົດຟື້ນບໍ່ຕ່າງກັບງານມະຫາກຳກິລາຢູ່ ອິນໂດເນເຊຍ. ປະເທດ ອິນໂດເນເຊຍ ທີ່ສວຍສົດງົດງາມໄດ້ກຽມພ້ອມໃຫ້ ASIAD 2018 ແລ້ວ, ກຽມພ້ອມຕ້ອນຮັບປະຊາຊົນ ຫວຽດນາມ ແລະ ເພື່ອມິດໃນທະວີບ. ຫວຽດນາມ ສູ້ໆ, ອິນໂດເນເຊຍ ສູ້ໆ.
“ວັນບຸນໂຄສະນາ ASIAD 2018” ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ດຶງດູດຄວາມສົນໃຈຂອງປະຊາຊົນນະຄອນຫລວງ ຮ່າໂນ້ຍ ກັບ ASIAD 2018, ສົ່ງສານລະດົມຈິດໃຈຫຼິ້ນແບບຍຸຕິທຳ ແລະ ລະດົມກຳລັງໃຈບັນດາຄະນະນັກກິລາເຂົ້າຮ່ວມ ASIAD 2018. ກ່ອນໜ້ານັ້ນ, ສະຖານທູດ ອິນໂດເນເຊຍ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາສຳລັບເຫດການນີ້. ທ່ານເອກອັກຄະລັດຖະທູດ Ibnu Hadi ແບ່ງປັນວ່າ:
ທຳອິດ, ພວກຂ້າພະເຈົ້າໄດ້ໂຄສະນາຂໍ້ມູນຂ່າວສານກ່ຽວກັບ ASIAD 2018 ຢ່າງກ້ວາງຂວາງລຽນຕິດ ຜ່ານເວັບໄຊຂອງສະຖານທູດ ອິນໂດເນເຊຍ, ບັນດາສື່ສັງຄົມຄື: Facebook, Twitter, Instagram. ທີ່ 2 ແມ່ນພວກເຮົາຈັດຕັ້ງການຖີບລົດຖີບ roadshow ໂຄສະນາເຜີຍແຜ່ຮູບພາບກ່ຽວກັບ ASIAD 2018. ແລະ ການເຄື່ອນໄຫວທີ 3 ແມ່ນການເຄື່ອນໄຫວຢູ່ຖະໜົນທາງຍ່າງ ຮ່າໂນ້ຍ ນີ້ ເພື່ອດຶງດູດຄວາມສົນໃຈຂອງປະຊາຊົນ ຫວຽດນາມ ດ້ວຍບັນດາບົດເພງ ອິນໂດເນເຊຍ, ບັນດາການລະຫຼິ້ນ ເພື່ອເພີ່ມທະວີຄວາມເຂົ້າໃຈຂອງປະຊາຊົນກ່ຽວກັບເຫດການຄັ້ງນີ້. ບາງເທື່ອ ເຂົາເຈົ້າຈະນິຍົມ ແລະ ຈະໄປ ອິນໂດເນເຊຍ ເພື່ອເບິ່ງ ASIAD 2018.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ປະເທດເຈົ້າພາບ ອິນໂດເນເຊຍ ໄດ້ລົງທຶນເຂົ້າ 2 ນະຄອນ Jakarta ແລະ Palembang ປະມານ 1,8 ຕື້ USD ເພື່ອສ້ອມແປງ ແລະ ກໍ່ສ້າງບັນດາສະໜາມກິລາ ແລະ ບ້ານພັກນັກກິລາ Kemayoran ຢູ່ນະຄອນຫລວງ Jakarta ສາມາດບັນຈຸໄດ້ກ່ວາ 22.000 ຄົນ.
ທີ່ ASIAD 2018, ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນກິລາ 32 ປະເພດ ແລະ ວາງຄາດໝາຍຄວ້າໄດ້ຢ່າງໜ້ອຍສຸດຫຼຽນຄຳ 3 ຫຼຽນ. ພວກເຮົາຈົ່ງພ້ອມກັນອວຍພອນໃຫ້ຄະນະນັກກິລາ ຫວຽດນາມ ຍາດໄດ້ຜົນງານຄືດັ່ງຄວາມຫວັງ ແລະ  ອິນໂດເນເຊຍ ຈະປະສົບຜົນສຳເລັດໃນການຈັດຕັ້ງ ASIAD 2018 ຢ່າງຈົບງາມ ./.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top