• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນໍາການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ

      ຕອນບ່າຍວັນທີ 11 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ເນື່ອງໃນໂອກາດມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ. 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວ
ແສງເພັດ ຮຸ່ງບຸນຍວງ (ພາບ: VGP)
            ນະທີ່ນີ້, ທ່ານນາຍົກລັດຖະມົນຕີ  ຫງວຽນຊວັນຟຸກ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ປະກອບສ່ວນ, ເພີ່ມພູນຄູນສ້າງໃຫ້ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ຫຼາຍກວ່າອີກ ແລະ ນັບມື້ນັບບັນລຸບັນດາຜົນງານໃໝ່.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບົນພື້ນຖານຂໍ້ຕົກລົງຂັ້ນສູງ, ເຊິ່ງສອງປະເທດພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືຮອບດ້ານໃນຫຼາຍຂົງເຂດ, ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ເພື່ອຍົກສູງຄຸນນະພາບຂອງໂຄງການຮ່ວມມືດັ່ງກ່າວ, ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີຖືວ່າ ສອງຝ່າຍ ຈະຍົກສູງປະສິດທິຜົນການຮ່ວມມືຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ກໍຄືຕັ້ງໜ້າສົມທົບທາງດ້ານທັດສະນະ ແລະ ຫຼັກໝັ້ນໃນບັນດາບັນຫາລວມຂອງພາກພື້ນ.
        ສ່ວນທ່ານເອກອັກຄະລັດຖະທູດຄົນໃໝ່ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ, ນໍາການພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກກວ່າອີກ. ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຮັບດໍາລົງຕໍາແໜ່ງເປັຍປະທານ ອາຊຽນ ໃນປີ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ເປັນຢ່າງດີທີ່ສຸດ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top