• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳທະເລຕາເວັນອອກກາຍເປັນເຂດທະເລແຫ່ງ ສັນຕິພາບ,ສະຖຽນລະພາບ ແລະ ພັດທະນາ

      ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ຫາກໍ່ສິ້ນສຸດລົງຢູ່ ຟິລີບປິນ ດ້ວຍໝາກຜົນສຳຄັນຫລາຍຢ່າງ. ໝາກຜົນພົ້ນເດັ່ນ ແມ່ນການນຳ 10 ປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ຈີນ ໄດ້ເຫັນດີເລີ່ມຕົ້ນວິວັດການເຈລະຈາສ້າງກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC). ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນທີ່ສຸດຂອງບັນດາປະເທດ ອາຊຽນ ແລະ ຈີນ ໃນຕະຫລອດ 15 ປີ ໃນການຊອກຫາເຄື່ອງມືດ້ານນິຕິກຳເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນຢູ່ທະເລ.
 
ບັນດາການນຳປະເທດສະມາຊິກ ອາຊຽນ
ພາບ:vietnam+
ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລຢູ່ ທະເລຕາເວັນອອກ ຍາມໃດກໍ່ແມ່ນຈຸດສຸມໃນໂຄງການດຳເນີນງານຂອງບັນດາເວທີປາໄສຂັ້ນສູງຂອງພາກພື້ນ, ໃນນັ້ນ ມີອາຊຽນ ແລະ ນີ້ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງອາຊຽນ ໃນຕະຫລອດ 5 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ. ແລະ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ຫາກໍ່ດຳເນີນໄປຢູ່ ມານີລາ, ປະເທດ ຟິລີບປີນ ກໍ່ເຊັ່ນດຽວກັນ.
ນະທີ່ນີ້, ອີກຄັ້ງຫນຶ່ງບັນດາການນຳ ອາຊຽນໄດ້ຢັ້ງຢືນຄືນໃຫມ່ກ່ຽວກັບຄຳໝັ້ນສັນຍາລວມໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບວິວັດການທາງການທູດ ແລະ ນິຕິທຳ, ເຄົາລົບກົດໝາຍສາກົນ, ລວມມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ປະຕິບັດຖະແຫລງການ DOC ຢ່າງຄົບຖ້ວນ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.
ເຂດທະເລຍຸດທະສາດ
ຄວາມຈິງ, ທະເລຕາເວັນອອກຍາມໃດກໍ່ແມ່ນຫົວເລື່ອງໄດ້ຮັບຄວາມສົນໃຈ ແລະ ນຳມາປຶກສາຫາລື ທີ່ບັນດາເວທີປາໄສພາກພື້ນ. ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ຄັ້ງນີ້ກໍ່ເຊັ່ນດຽວກັນ, ການນຳ ອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຂອງ ອາຊຽນ ເມື່ອກ່າວປາໄສທີ່ກອງປະຊຸມ ລ້ວນແຕ່ເຕື້ອງເຖິງບັນຫາທະເລຕາເວັນອອກ, ພິເສດ ແມ່ນວິທີການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມເສລີໃນການເດີນທະເລ, ການບິນ. ຍ້ອນບັນດາຄວາມເຄັ່ງຕຶງ, ຖະແຫລງອະທິປະໄຕຕາມລຳພັງຝ່າຍດຽວ ແລະ ໄຮ້ເຫດຜົນກໍ່ຄືການທຳລາຍສິ່ງແວດລ້ອມຢ່າງຮ້າຍແຮງຢູ່ທະເລຕາເວັນອອກ ພວມແມ່ນບັນດາປັດໄຈກໍ່ຂາດຄວາມສະຖຽນລະພາບໃຫ້ແກ່ເຂດທະເລກວ້າງໃຫຍ່, ມີຄວາມໝາຍສຳຄັນທີ່ສຸດສຳລັບພາກພື້ນ ແລະ ທົ່ວໂລກ.
ຕໍ່ຫນ້າບັນດາຄວາມສ່ຽງນັບມື້ນັບເພີ່ມຂຶ້ນ, ອາດຈະກໍ່ຜົນສະທ້ອນຢ່າງແຮງເຖິງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາກພື້ນ, ບັນດາປະເທດລ້ວນແຕ່ເນັ້ນຫນັກວ່າ ບັນດາປະເທດສະມາຊິກ ຄວນສາມັກຄີ, ເປັນເອກະພາບ ເພື່ອແນໃສ່ປັບປຸງກຳລັງແຮງພາຍໃນ, ເພີ່ມທະວີການປຶກສາຫາລື ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ໃນການຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ, ຮັບປະກັນການຮັກສາສະພາບແວດລ້ອມຢ່າງສະດວກໃຫ້ແກ່ການພັດທະນາເສດຖະກິດ ແລະ ຊີວິດສະຫງົບສຸກໃຫ້ແກ່ປະຊາຊົນ.
ໃນສະພາບການນັ້ນ, ເລື່ອງການນຳ 10 ປະເທດ ອາຊຽນ ແລະຈີນ ຮັບຮອງເອົາຖະແຫລງການກ່ຽວກັບທົດສະວັດປົກປັກຮັກສາຝັ່ງທະເລ ແລະ ບົນທະເລ ຢູ່ ທະເລຕາເວັນອອກໄລຍະ 2017- 2027, ມີຄວາມໝາຍພິເສດ. ຄຽງຄູ່ກັບຖະແຫລງການຮ່ວມລະຫວ່າງ 10 ປະເທດ ສະມາຊິກ ອາຊຽນ ກັບຈີນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຢູ່ທະເລ, ບັນດາສະມາຊິກ ອາຊຽນ ແລະຈີນ ຍັງເຫັນດີ ເລີ່ມຕົ້ນການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
ເຊີດຊູບັນດາຫລັກການພ້ອມກັນຮັກສາສັນຕິພາບ
ອາດຈະຢືນຢັນໄດ້ວ່າ ຜົນສຳເລັດສຳຄັນທີ່ສຸດຂອງ ອາຊຽນ ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງມາຮອດປະຈຸບັນ ແມ່ນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ພາກພື້ນ ຜ່ານການຊຸກຍູ້ການພົວພັນສັນຕິພາບ ລະຫວ່າງບັນດາປະເທດສະມາຊິກ ກໍຄື ກັບບັນດາຄູ່ຮ່ວມມືພາຍນອກ. ອາຊຽນໄດ້ຮັບຖືວ່າແມ່ນກົນໄກບໍລິຫານ, ສະກັດກັ້ນບັນດາຄວາມແຕກຕ່າງສອງຝ່າຍ, ບໍ່ປະໃຫ້ບັນດາຄວາມແຕກຕ່າງນັ້ນກາຍເປັນບັນດາສະຖານທີ່ເກີດການປະທະກັນ.
ໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (ເດືອນສິງຫາປີ 2017), ທ່ານເລເລືອງມີງ ເລຂາທິການໃຫຍ່ ອາຊຽນ ໄດ້ແບ່ງປັນ: ເພື່ອຮັກສາສັນຕິພາບໃຫ້ໄດ້, ອາຊຽນ ໄດ້ເປັນເຈົ້າການໃນການຊຸກຍູ້ສ້າງໂຄງສ້າງພາກພື້ນ ໂດຍອີງໃສ່ກົດໝາຍ. ອາຊຽນ ໄດ້ສ້າງບັນດາເຄື່ອງມືສຳຄັນເພື່ອແນໃສ່ເຊີດຊູບັນດາຫລັກການພ້ອມກັນຮັກສາສັນຕິພາບ ແລະ ແກ້ໄຂຄວາມບໍ່ລົງລອຍກັນ ລະຫວ່າງບັນດາສະມາຊິກກໍ່ຄືບັນດາປະເທດພາຍນອກ. ນັ້ນແມ່ນ ສົນທິສັນຍາໄມຕິຈິດ ແລະ ການຮ່ວມມື (TAC), ຖະແຫລງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC). ນີ້ແມ່ນບັນດາພະພື້ນຖານດ້ານນິຕິກຳສຳຄັນ, ສ້າງຂອບເຂດພື້ນຖານເພື່ອສະກັດກັ້ນການປະທະກັນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ຊື່ງອາດຈະຖືກເຊື່ອມຖອຍຍ້ອນບັນດາການກະທຳຕາມລຳພັງຝ່າຍດຽວຕ້ານຄືນບັນດາຫລັກການສັນຕິພາບ, ສະຖຽນລະພາບ, ການເຈລະຈາ ແລະ ການຮ່ວມມືຢູ່ທະເລຕາເວັນອອກ. ຄຽງຄູ່ກັນນັ້ນ ອາຊຽນ ກໍ່ສ້າງໄດ້ຄວາມຊີນເຄີຍການປຶກສາຫາລື ແລະ ມີຄວາມສາມັກຄີ ຜ່ານການພົບປະເປັນປະຈຳລະຫວ່າງບັນດາການນຳ ແລະ ເຈົ້າຫນ້າທີ່ພາກພື້ນ.
ເລື່ອງ ອາຊຽນ ແລະ ຈີນ ເຫັນດີເລີ່ມຕົ້ນວິວັດການເຈລະຈາ ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້ ອີກຄັ້ງຫນຶ່ງເປັນການຢືນຢັນຄວາມສາມັກຄີໃນອາຊຽນ, ຢືນຢັນ ບັນດາຄວາມມານະພະຍາຍາມບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງການນຳອາຊຽນລຸ້ນຕ່າງໆ ເພື່ອແນໃສ່ເພີ່ມພູນຄູນສ້າງໃຫ້ສັນຕິພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມື, ນຳທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.      
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top