• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ຫວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືເປີດຂັ້ນສຸດຍອດທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍພາລະບົດເປັນແຖວໜ້າແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄວນສຸມຄວາມມານະພະຍາຍາມຂອງທັງປະຊາຄົມສາກົນ ພ້ອມກັນກະທຳຢ່າງຂ້ຽວຂາດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ. (ພາບ: mofa.gov.vn)

ວັນທີ 23 ກຸມພາ, ໂດຍຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີອັງກິດ Boris Johnson, ປະທານໝູນວຽນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນເດືອນກຸມພາ 2021, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືເປີດຂັ້ນສຸດຍອດທາງອອນລາຍຂອງສະມັດຊາໃຫຍ່ສະຫະປະຊາຊາດ ດ້ວຍຫົວຂໍ້ “ແກ້ໄຂບັນດາໄພນາບຂູ່ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ”.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ, ດ້ວຍພາລະບົດເປັນແຖວໜ້າແມ່ນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຄວນສຸມຄວາມມານະພະຍາຍາມຂອງທັງປະຊາຄົມສາກົນ ພ້ອມກັນກະທຳຢ່າງຂ້ຽວຂາດ ດ້ວຍບັນດາມາດຕະການແກ້ໄຂທີ່ເປັນພື້ນຖານເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມນັ້ນແລ້ວ, ຕ້ອງມີວິທີສຳຜັດຢ່າງຮອບດ້ານ, ດຸ່ນດ່ຽງເມື່ອແກ້ໄຂບັນດາການພົວພັນລະຫວ່າງບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບໃໝ່ ແລະ ແບບເກົ່າໃນທົ່ວໂລກ… ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນຢ່າງເຂັ້ມງວດ ຕ້ອງກາຍເປັນມາດຕະຖານການປະພຶດຂອງບັນດາປະເທດໃນການພົວພັນສາກົນ.

        “ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະຊາຄົມສາກົນຄວນສະຫງວນແຫຼ່ງກຳລັງຕື່ມອີກ ເພື່ອໜູນຊ່ວຍບັນດາປະເທດພັດທະນາ, ດ້ອຍພັດທະນາ ພວມຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງໜັກໜ່ວງ. ຫວັງວ່າ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ເພີ່ມທະວີກຳລັງຄວາມສາມາດກ່າວເຕືອນ, ເປັນຄົນກາງໄກ່ເກ່ຍ, ສະກັດກັ້ນ ແລະ ແກ້ໄຂການປະທະກັນຢູ່ເຂດຕ່າງໆ, ໃນນັ້ນມີວິທີຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງພາກພື້ນ. ເພື່ອແກ້ໄຂສາຍພົວພັນລະຫວ່າງດິນຟ້າອາກາດ ແລະ ຄວາມໝັ້ນຄົງໃຫ້ມີຄວາມກົມກຽວນັ້ນ, ຄວນສືບຕໍ່ຮັບປະກັນບັນດາຫຼັກການເຄົາລົບອະທິປະໄຕ, ສິດເປັນເຈົ້າຕົນເອງ ແລະ ໜ້າທີ່ຄວາມຮັບຜິດຊອບເປັນແກ່ນສານຂອງຊາດ”.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top