• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ໄທ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ, ປະຊາຄົມຊາວຫວຽດນາມ ອາຢູ່ໄທ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບປະຊາຄົມຊາວຫວຽດນາມອາໄສຢູ່ໄທ)
      ແລະກໍ່ໃນວັນທີ 23 ມິຖຸນາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34, ຢູ່ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບພັນລະຍາ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ, ປະຊາຄົມຊາວຫວຽດນາມ ອາຢູ່ໄທ.
        ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ໄທ ຈະສືບຕໍ່ຮັກສາສີສັນວັດທະນະທຳຫວຽດນາມ, ພ້ອມກັນນັ້ນ, ກໍ່ສ້າງເງື່ອນໄຂໃຫ້ໄວໜຸ່ມໃນປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ມີເງື່ອນໄຂຮ່ຳຮຽນ, ກາຍເປັນບັນດານັກຄົ້ນຄວ້າ, ນັກວິທະຍາສາດ, ສ້າງວົງການໄວໜຸ່ນຍຸກໃໝ່ໃນສັງຄົມພັດທະນາ.
        ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ, ພໍ່ແມ່ພີນ້ອງຊາວຫວຽດນາມ ແຕ່ລະຄົນຈະແມ່ນຂົວເຊື່ອມຕໍ່ສຳຄັນເພື່ອຊຸກຍູ້ການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ໄທ ໃນຫຼາຍຂົງເຂດ, ໃນນັ້ນປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ພັດທະນາການທ່ອງທ່ຽວລະຫວ່າງ 2 ປະເທດ ແລະ ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊຸກຍູ້ວົງເງິນການຄ້າ 2 ສົ້ນຫວຽດນາມ - ໄທ ໃຫ້ບັນລຸຄາດໝາຍ 20 ຕື້ USD ໃນປີ 2020.
        ແລະເນື່ອງໃນໂອກາດນີ້, ກ່ອນທີ່ຈະເດີນທາງກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34, ຕອນບ່າຍວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງໄທ ລວມມີ: ໄທເບບ, ອາມະຕະ ແລະ ກຸ່ມບໍລິສັດຊີມັງໄທ.
        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ບັນດາກຸ່ມບໍລິສັດດັ່ງກ່າວລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຊີສູງ ແລະ ເປັນມິດກັບສິ່ງແວດລ້ອມ; ພ້ອມທັງຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດດັ່ງກ່າວປະສົບຜົນສຳເລັດໃນການດຳເນີນທຸລະກິດຢູ່ຫວຽດນາມ, ໂດຍສະເພາະຢູ່ບັນດາຂົງເຂດເຊິ່ງລັດຖະບານຫວຽດນາມ ພວມໃຫ້ບຸລິມະສິດສູງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ຫວຽດນາມ ຈະບໍ່ຮັບການລົງທຶນຈາກຕ່າງປະເທດບໍ່ວ່າດ້ວຍວິທີໃດໆ, ຫາກພຽງແຕ່ຊົມເຊີຍບັນດາໂຄງການທີ່ມີເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ ແລະ ປະຢັດພະລັງງານເທົ່ານັ້ນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top