• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຄະນະ ບັນດາສຳນັກຂ່າວສານ ເຂົ້າຮ່ວມກອງປະຊຸມຄະນະ ບໍລິຫານງານ OANA ຄັ້ງທີ 44

ພາບໃນການຕ້ອນຮັບ. ພາບ: ຖົ໋ງເຍິດ/VNA

ຕອນບ່າຍວັນທີ 19 ເມສາ, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ມີການຕ້ອນຮັບ ຄະນະ ບັນດາສຳນັກຂ່າວສານ ທີ່ມາເຖິງ ນະຄອນຫຼວງ ຮ່າໂນ້ຍ ເຂົ້າຮ່ວມກອງປະຊຸມຄະນະ ບໍລິຫານງານ ອົງການຈັດຕັ້ງ ບັນດາ ສຳນັກຂ່າວສານ ພາກພື້ນ ອາຊີ-ປາຊີຟິກ (OANA) ຄັ້ງທີ 44. ເຂົ້າຮ່ວມການຕ້ອນຮັບ ມີທ່ານ ຫງວຽນດຶກເລີ້ຍ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ (VNA) ຊຶ່ງເປັນສຳນັກຂ່າວສານ ປະເທດເຈົ້າພາບ ຂອງ ກອງປະຊຸມຄະນະ ບໍລິຫານງານ OANA ຄັ້ງທີ 44 ແລະ ທ່ານ Aslan Aslanov ປະທານ OANA, ຜູ້ອຳນວຍການສຳນັກຂ່າວສານ Azertac ແຫ່ງ ສ ອາແຊກໄບຊານ.

ທີ່ການຕ້ອນຮັບ, ຕາງໜ້າລັດຖະບານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍ ຕໍ່ ບັນດາ ທ່ານຜູ້ນຳ ບັນດາສຳນັກຂ່າວສານ ພາກພື້ນ ອາຊີ-ປາຊີຟິກ ຫາກໍສຳເລັດອັນດີງາມ ກອງປະຊຸມຄະນະ ບໍລິຫານງານ OANA ຄັ້ງທີ 44 ໂດຍ VNA ເປັນເຈົ້າພາບຈັດຕັ້ງ.

ນາຍົກລັດຖະມົນຕີ ໄດ້ຕີລາຄາຫົວຂໍ້ທີ່ກອງປະຊຸມໄດ້ເລືອກ: “ເພື່ອພື້ນຖານສື່ມວນຊົນເປັນມືອາຊີບ ແລະ ປະດິດຄິດສ້າງ” ແລະ ບັນດາສະເພາະຫົວເລື່ອງ ໃນຂອບເຂດກອງປະຊຸມ; ໃຫ້ວ່າ ນີ້ແມ່ນບັນດາເນື້ອໃນທີ່ມີລັກສະນະ ສະຖານະການສູງ ໃນສະພາບແວດລ້ອມ ສື່ສານສາກົນ ມີການຜັນແປຢ່າງສັບສົນຄືປັດຈຸບັນ.

ຕາງໜ້າຄະນະ, ທ່ານ Aslan Aslanov ໄດ້ ສະແດງ ຄວາມຂອບໃຈ ຢ່າງສູງ ຕໍ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ໄດ້ສະຫຼະເວລາ ໃຫ້ການ ຕ້ອນຮັບ ຄະນະ. ທ່ານ Aslan Aslanov ກໍໄດ້ສະແດງສະແດງ ຄວາມຂອບອົກຂອບໃຈມາຍັງລັດຖະບານ ແລະ ບັນດາ ອົງການ ທີ່ກ່ຽວຂ້ອງ ຂອງ ຫວຽດນາມ ໄດ້ສ້າງ ອຳນວຍ ຄວາມສະດວກ ໃຫ້ແກ່ກອງປະຊຸມ; ພ້ອມກັນນັ້ນ ກໍສະແດງ ຄວາມຂອບໃຈ ແລະ ຄວາມຊົມເຊີຍ VNA ໄດ້ຈັດຕັ້ງ ຢ່າງຮອບຄອບ, ປະສົບຜົນສຳເລັດ ເຫດການ ອັນສຳຄັນນີ້; ສ້າງເວທີປາໄສ, ກາລາໂອກາດທີ່ສະດວກ ໃຫ້ແກ່ບັນດາ ສຳນັກຂ່າວສານ ໃນພາກພື້ນ ໄດ້ແລກປ່ຽນຂໍ້ມູນຂ່າວສານ, ວິຊາອາຊີບ ແລະ ເພີ່ມທະວີການຮ່ວມມືອີກດ້ວຍ.

ເນື່ອງໃນໂອກາດນີ້, ທ່ານ ປະທານ OANA Aslan Aslanov ກໍສະແດງຄວາມຂອບອົກຂອບໃຈ ຕໍ່ຄວາມເອົາໃຈໃສ່, ຊ່ວຍໜູນ ແລະ ສ້າງເງື່ອນໄຂທີ່ດີ ຈາກ ບັນດາອົງການທີ່ມີບົດບາດໜ້າທີ່ການ, ບັນດາອົງການຈັດຕັ້ງ ທີ່ກ່ຽວຂ້ອງ ຂອງ ຫວຽດນາມ ຕໍ່ບັນດາສຳນັກຂ່າວສານ ທີ່ເຂົ້າຮ່ວມກອງປະຊຸມ. ທ່ານ OANA Aslan Aslanov ກໍໃຫ້ຮູ້ ໃນຊຸມປີຜ່ານມາ, ສຳນັກຂ່າວສານ ອາແຊກໄບຊານ ໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງ ກັບ VNA. ກອງປະຊຸມຄັ້ງນີ້ ກໍເປັນກາລະໂອກາດທີ່ດີ ເພື່ອໃຫ້ ສອງຝ່າຍ ຜັນຂະຫຍາຍ ບັນດາເນື້ອໃນ ເພື່ອນຳການພົວພັນ ຮ່ວມມື ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນ ແລະ ເປັນຈິງຍິ່ງຂຶ້ນ.

VNA/VNP

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top