• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນໂຮ່ຈິມິນ

ໂດຍສືບຕໍ່ລາຍການປະຕິບັດງານຢູ່ນະຄອນໂຮ່ຈິມິນ, ຕອນບ່າຍວັນທີ 12 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເປັນປະທານພ້ອມກັບການນຳບາງກະຊວງ, ຂະແໜງການເຮັດວຽກກັບການນຳຫຼັກແຫຼ່ງນະຄອນໂຮ່ຈິມິນ ກ່ຽວກັບສະພາບການປະຕິບັດການພັດທະນາເສດຖະກິດ, ສັງຄົມ.

(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຮັດວຽກກັບການນຳນະຄອນໂຮ່ຈິມິນ)
ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງ ນະຄອນໂຮ່ຈິມິນ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງໃນໄຕມາດທີ 1; ຕີລາຄາສູງການນຳນະຄອນໂຮ່ຈິມິນ ທີ່ມີຈິດໃຈປະຈັນບານ, ນຳໜ້າທົ່ວປະເທດໃນຫຼາຍຂົງເຂດ, ໃນນັ້ນມີການພັດທະນາແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນຂົງເຂດທ່ອງທ່ຽວ, ດຶງດູດຜູ້ມີຄວາມເກັ່ງກ້າສາມາດທັງຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ຊີ້ອອກບາງບັນຫາທີ່ຍັງຄົງຄ້າງຂອງນະຄອນຄື: ການບໍລິການດ້ານການທ່ອງທ່ຽວຍັງບໍ່ທັນບັນລຸໝາກຜົນສູງ; ການດຶງດູດ FDI ສູງແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ, ການລົງທຶນເຂົ້າຂົງເຂດອຸດສາຫະກຳຜະລິດ, ປຸງແຕ່ງຍັງບໍ່ທັນຫຼາຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແກ້ໄຂບັນຫາດັ່ງກ່າວໃນໄລຍະຈະມາເຖິງ. ນອກນັ້ນ, ທາງນະຄອນກໍ່ຄວນເອົາໃຈໃສ່ເຖິງບັນດາບັນຫາສັງຄົມ, ກະສິກຳ, ການພັດທະນາຊົນນະບົດ, ສິ່ງແວດລ້ອມ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top