• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບບັນດາເຈົ້າໜ້າທີ່ຂັ້ນສູງ EU

      ວັນທີ 17 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ໃຫ້ການຕ້ອນຮັບທ່ານ Bernd Lange, ປະທານກຳມາທິການການຄ້າສາກົນ ຂອງລັດຖະສະພາ ເອີຣົບ (EP), ເຊິ່ງເປັນອົງການທີ່ມີບົດບາດສຳຄັນໃນການຊຸກຍູ້ສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA).
ເມື່ອແລກປ່ຽນ ກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ, ທ່ານ Bernd Lange ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງ ຍູ້ສັນຍາການຄ້າເສລີ ຫວຽດນາມ - ເອີຣົບ (EVFTA) ເຫັນດີເປັນເອກະພາບຈາກຄະນະກຳມະການ ເອີຣົບຍື່ນສະເໜີ ຕໍ່ສະພາເອີຣົບ ເພື່ອລົງນາມ, ນີ້ແມ່ນບາດກ້າວສຳຄັນເພື່ອໃຫ້ ລັດຖະສະພາ ເອີຣົບ ເລີ່ມຕົ້ນຂັ້ນຕອນພິຈາລະນາ ໃຫ້ສັດຕະຍາບັນ, ຕອບສະໜອງໄດ້ຄວາມຄອງຄອຍຂອງທັງສອງຝ່າຍ, ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ ລະຫວ່າງ EU ແລະ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ ປາຊີຟິກ. ປະທານກຳມາທິການ ການຄ້າສາກົນ ຂອງ EP ຢັ້ງຢືນວ່າຈະສືບຕໍ່ສະໜັບສະໜູນ ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - EU ໃນທຸກຂົງເຂດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ພົບປະກັບປະທານລັດຖະສະພາ ເອີຣົບ (EP) Antonio Tajani (ພາບ:TTXVN) 
      ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ພົບປະກັບປະທານລັດຖະສະພາ ເອີຣົບ (EP) Antonio Tajani. ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມື ລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ EP ເປັນເສົາຄ້ຳສຳຄັນໃນການພົວພັນຮ່ວມມືຮອບດ້ານຫວຽດນາມ - EU. ສ່ວນທ່ານປະທານ EP ກໍ່ເນັ້ນໜັກວ່າ EP ຈະມານະພະຍາຍາມເພື່ອໃຫ້ສຳເລັດ ເລື່ອງໃຫ້ສັດຕະຍາບັນ ບັນດາສັນຍາ EVFTA ແລະ IPA ໃນຕົ້ນປີ 2019. ທ່ານ Antonio Tajani ກໍ່ຢັ້ງຢືນວ່າ EP ສະໜັບສະໜູນ ສືບຕໍ່ຜັນຂະຫຍາຍບັນດາລາຍການຮ່ວມມືພັດທະນາ ລະຫວ່າງ EU ແລະ ຫວຽດນາມ, ໜູນຊ່ວຍໃຫ້ແກ່ການພັດທະນາແບບຍືນຍົງ ຂອງ ຫວຽດນາມ ພ້ອມກັນນັ້ນ ກໍ່ຊົມເຊີຍການຮ່ວມມືຫຼາຍຝ່າຍ ແລະ ການປະສານສົມທົບລະຫວ່າງ EU ແລະ ຫວຽດນາມ ໃນບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ; ຢັ້ງຢືນສະໜັບສະໜູນບັນດາຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງ, ຫຼີກລ້ຽງຄວາມເຄັ່ງຕຶງປີນຂັ້ນໄດ, ເຄົາລົບຜົນປະໂຫຍດຂອງແຕ່ລະຝ່າຍ ຢູ່ທະເລຕາເວັນອອກ ບົນພື້ນຖານກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top