• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ນັກການທູດ” ເຊື່ອມຕໍ່ດົນຕີ ຫວຽດນາມ ແລະ ສາກົນ

ດ້ວຍຄວາມມານະພະຍາຍາມ ຢ່າງບໍ່ຢຸດຢັ້ງ ໃນວຽກງານໂຄສະ ນາ ດົນຕີ ຫວຽດນາມ, ຜູ້ບັນຊາວົງດົນຕີ ດົ່ງກວາງວິງ ໄດ້ຮັບຂະ ໜານນາມວ່າ ເປັນ “ນັກການທູດ” ຜູ້ເຊື່ອມຕໍ່ດົນຕີ ຫວຽດນາມ ແລະ ດົນຕີສາກົນ. 
 
ທ່ານ ດົ່ງກວາງວິງ ເກີດເມື່ອປີ 1984, ໄດ້ສືບທອດ ພອນສະ ຫວັນ ດ້ານສິລະປະ ຂອງ ຄອບຄົວ ທີ່ມີມູນເຊື້ອ ກ່ຽວກັບດົນຕີ. ພໍ່ ເປັນນັກສິລະປິນດີເດັ່ນ ດົ່ງວັນມິງ - ນັກສິລະປິນສະແດງດົນຕີ ພື້ນເມືອງ, ແມ່ ເປັນນັກສິລະປິນດີເດັ່ນ ມາຍລາຍ - ຄູສອນຂິມ ຂອງ ສະຖາບັນດົນຕີແຫ່ງຊາດ ຫວຽດນາມ.

ທ່ານ ດົ່ງກວາງວິງ ເລີ່ມຮຽນເປົ່າຂຸ່ຍ ແຕ່ອາຍຸ 9 ປີ (1993) ຢູ່ສະ ຖາບັນດົນຕີແຫ່ງຊາດ ຫວຽດນາມ, 12 ປີ, ທ່ານ ໄດ້ຮັບເຊີນ ໄປ ສະແດງດົນຕີເທິງເວທີຂອງ ຍີ່ປຸ່ນ. ອາຍຸ 20 ປີ (2004) ທ່ານ ວິງ ຖືກແຕ່ງຕັ້ງ ໄປຮຽນ ສະເພາະຂະແໜງການ ບັນຊາວົງດົນຕີພື້ນ ເມືອງ ທີ່ສະຖະບັນດົນຕີ ຊຽງໄຮ (ສປ ຈີນ) ແລະ ໄດ້ຮັບທຶນການ ສຶກສາ ສະຫງວນໃຫ້ແກ່ ນັກສຶກສາ ດີເດັ່ນ ທີ່ສຸດ ຂອງກອງທຶນ ແຫ່ງຊາດ ຈີນ.

 ທ່ານ ດົ່ງກວາງວິງ ເປັນແຂກຮັບເຊີນ ຂອງ ວົງດົນຕີປະສານສຽງ ຫຼາຍແຫ່ງເຊ່ັນ: ໂຮງມະໂຫລະສົບ ຊຽງໄຮ, ສະຖາບັນດົນຕີ ຊຽງ ໄຮ, ມະຫາວິທະຍາໄລ ຊຽງໄຮ, ໂຮງລະຄອນ ຊຽງໄຮ, ວົງດົນຕີ ມູນເຊື້ອ ສປ ຈີນ... 

ພິເສດ, ທ່ານ ດົ່ງກວາງວິງ ເຄີຍບັນຊາວົງດົນຕີໜຸ່ມ ຫຼາຍຄະນະ ຢູ່ ຊຽງໄຮ ທີ່ເຂົ້າຮ່ວມ ການແຂ່ງຂັນ ຢູ່ ສປ ຈີນ ແລະໄດ້ຮັບລາງ ວັນທີໜຶ່ງ ຈຳນວນໜ່ຶງ. ໃນຊ່ວງເວລາ 9 ປີ ທຳການສຶກສາ ຢູ່ ສປ ຈີນ, ທ່ານ ດົ່ງກວາງວິງ ໄດ້ປະສານສົມທົບ ການຫຼິ້ນດົນຕີ ກັບ ບັນດານັກສິລະປິນຄື: Chen Xiao dong, ນັກດົນຕີ ປີອາໂນ ຈີນ Mo Shuangshuan ແລະ ປະຕິບັດຫຼາຍ ໂຄງການປະສານ ສົມທົບ ລະຫວ່າງ ດົນຕີ ຫວຽດນາມ ແລະ ດົນຕີ ຈີນ ເໝືອນດັ່ງ ເປັນສ່ວນໜຶ່ງ ໃນຄວາມມານະພະຍາຍາມ ຊຸກຍູ້ ຄວາມຮູ້ ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນສອງປະເທດ ໄດ້ດີຍິ່ງຂຶ້ນ. 


ທ່ານ ດົ່ງກວາງວິງ ປ່ອຍອາລົມໄປຕາມຈັງຫວະເພງ ໃນການ ຫຼິ້ນ ປີອາໂນ. ພາບ: ເຈິ່ນແທງຢາງ


ທ່ານ ດົ່ງກວາງວິງ ບັນຊາວົງດົນຕີ ປະສານສຽງ ໂຮງລະຄອນ ແລະ ນາດຕະສິນ ຫວຽດນາມ ໃນການສະແດງ ຢູ່ໂຮງ ມະໂຫ ລະສົບ ຮ່າໂນ້ຍ. ພາບ: ເຈິ່ນແທງຢາງ


ທ່ານ ດົ່ງກວາງວິງ ຝຶກແອບ ພ້ອມກັບເພື່ອນຮ່ວມງານ ຂອງ ໂຮງ ລະຄອນ ແລະ ນາດຕະສິນ ຫວຽດນາມ ເພື່ອກະກຽມໃຫ້ບົດລະ ຄອນ “ຜູ້ຄົນທີ່ລຳບາກຍາກເຂັນ” ພາບ: ເຈິ່ນແທງຢາງ


ທ່ານ ດົ່ງກວາງວິງ ບັນຊາວົງດົນຕີ ໃນການສະແດງລະຄອນ “ຜູ້ ຄົນ ທີ່ລຳບາກຍາກເຂັນ” ຢູ່ ໂຮງໝໍລະສົບ ຮ່າໂນ້ຍ. ພາບ: ເຈິ່ນ ແທງຢາງ


ນາທີຂຶ້ນໃຈ ຂອງ ດົ່ງກວາງວິງ ເທິງເວທີສະແດງ. ພາບ: ເຈິ່ນແທງ ຢາງ


ທ່ານ ດົ່ງກວາງວິງ ແລະ ເພື່ອນຮ່ວມງານ ໄດ້ຮັບການຕ້ອນ ຮັບ ຢ່າງອົບອຸ່ນ ຈາກມວນຊົນ ໃນແຕ່ລະຄືນການສະແດງ ທີ່ ປ່ຽມລົ້ນ ໄປດ້ວຍພະລັງແຮງ. ພາບ: ເຈິ່ນແທງຢາງ


ພ້ອມກັບ ບັນດານັກສິລະປິນ ຂອງ ໂຮງລະຄອນ ແລະ ນາດຕະ ສິນ ຫວຽດນາມ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງຄືນ ສະແດງ. ພາບ: ເຈິ່ນແທງຢາງ


ທ່ານ ດົ່ງກວາງວິງ ໄດ້ຖ່າຍທອດແຮງບັນດານໃຈ ໃຫ້ໝູ່ມະຫາ ຊົນ ດ້ວຍຄວາມສາມາດ ດ້ານການດົນຕີ ຢູ່ເທິງເວທີສະແດງ. ພາບ: ເຈິ່ນແທງຢາງ

ປີ 2013, ຫຼັງຈາກຮຽນຈົບປະລິນຍາໂທ ດ້ວຍຄະແນນສູງສຸດ ທີ່ ສະຖາບັນດົນຕີ ຊຽງໄຮ, ທ່ານ ດົ່ງກວາງວິງ ໄດ້ກັບຄືນປະເທດ ເປັນຜູ້ບັນຊາວົງດົນຕີ, ຄູສອນ ບັນຊາວົງດົນຕີ ຂອງ ສະຖາບັນ ດົນຕີແຫ່ງຊາດ ຫວຽດນາມ (VNAM); ຜູ້ກຳກັບສິລະປະ ການ ສະແດງ ແລະ ຜູ້ບັນຊາວົງດົນຕີ ປະສານສຽງ Hanoi Voices (HNV); ຜູ້ອຳນວຍການ ສິລະປະ “ວົງດົນຕີ ໄມ້ໄຜ່ ໄມ້ຊອດ ພະລັງຊີວິດໃໝ່” ແລະ “ຄະນະສິລະປະຂັບໄມ້ໄຜ່” ຍີ່ປຸ່ນ Waraku…
ທ່ານ ດົ່ງກວາງວິງ ໄດ້ລັດຖະບານ ສ ອາເມລິກາ ເລືອກເປັນ ຜູ້ ຕາງໜ້າໜຶ່ງດຽວ ຂອງ ອາຊຽນ ເຂົ້າຮ່ວມໂຄງການ “ຊຸກຍູ້ການ ປ່ຽນແປງສັງຄົມ ໂດຍຜ່ານສິລະປະ”. 

ທ່ານ ດົ່ງກວາງວິງ ສັງເກດເຫັນວ່າ ດົນຕີ ຫວຽດນາມ ຍັງມີ ພະ ລັງແຮງ ຈາກອຸປະກອນສະແດງທຳມະຊາດເຊັ່ນ ໄມ້ໄຜ່, ໄມ້ ຊອດ. ນັ້ນແມ່ນເຫດຜົນທີ່ພາໃຫ້ ທ່ານ ສ້າງຕັ້ງວົງດົນຕີ ໄມ້ໄຜ່, ໄມ້ຊອດ ວົງທຳອິດຂຶ້ນ ຢູ່ ຫວຽດນາມ. ຄວາມແປກໃໝ່ຈາກນໍ້າ ສຽງທີ່ດັງຂຶ້ນ ຈາກອຸປະກອນສະແດງ ຈາກໄມ້ໄຜ່, ໄມ້ຊອດ ແລະ ຄວາມລະທຶກໃຈ ຂອງ ຜູ້ບັນຊາວົງດົນຕີ ທີ່ມີແຫຼ່ງວິຊາຄວາມຮູ້ ສູງ ບັນຊາວົງດົນຕີ ໄດ້ນຳມາ ຊຶ່ງບັນດາຄວາມຮູ້ສຶກທີ່ໃໝ່ອ່ຽມ ຢູ່ ເທິງເວທີສະແດງດົນຕີຫຼາຍແຫ່ງ ຢູ່ ຫວຽດນາມ. 
ທ່ານ ດົ່ງກວາງວິງ ໄດ້ສຳນັກຂ່າວ ຊິນຮົວ ເຊີດຊູວ່າເປັນຜູ້ເຊື່ອມ ຕໍ່ ໄມຕີຈິດມິດຕະພາບ ດ້ານດົນຕີ ລະຫວ່າງ ຊາວໜຸ່ມ ສອງປະ ເທດ ຫວຽດນາມ-ສປ ຈີນ. 

ວົງດົນຕີ ໄມ້ໄຜ່ ໄມ້ຊອດ ພະລັງແຮງໃໝ່ ຂອງ ທ່ານ ວິງ ໄດ້ຮັບ ການເຊື້ອເຊີນໄປສະແດງ ຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ຮັບ ການເຊີດຊູວ່າ ເປັນວົງດົນຕີ ຖ່າຍທອດແຮງບັນດານໃຈ ເຖິງ ໝູ່ ມະຫາຊົນ ຫວຽດນາມ ແລະ ໂລກ. ພ້ອມກັບຜົນສຳເລັດ ຂອງ ວົງດົນຕີ ໄມ້ໄຜ່ ໄມ້ຊອດ ຢູ່ ຫວຽດນາມ, ເມື່ອເດືອນ ມັງກອນ 2018, ທ່ານ ດົ່ງກວາງວິງ ໄດ້ລັດຖະບານ ສ ອາເມລິກາ ເລືອກ ເປັນຜູ້ຕາງໜ້າໜຶ່ງດຽວ ຂອງ ອາຊຽນ ເຂົ້າຮ່ວມໂຄງການ “ຊຸກຍູ້ ການປ່ຽນແປງສັງຄົມ ໂດຍຜ່ານ ສິລະປະ”. ທ່ານ ດົ່ງກວາງວິງ ໄດ້ນຳດົນຕີ ຫວຽດນາມ ໄປເຜີຍແຜ່ຢູ່ນະຄອນໃຫຍ່ ຫຼາຍແຫ່ງ ຂອງ ສ ອາເມລິການ ແລະ ໄດ້ຮັບຄວາມຊົມເຊີຍ... ທ່ານ ດົ່ງ ກວາງວິງ ເປັນໜຶ່ງ ໃນສອງຜູ້ຕາງໜ້າ ຂອງ ອາຊີ ເຂົ້າຮ່ວມງານ ສຳມະນາ International visitor leadership project (IVLP). ທ່ານ ວິງໄດ້ບັນລະຍາຍຫົວຂໍ້ “ນຳດົນຕີ ຫວຽດນາມ ໄປສູ່ສາກົນ” ດ້ວຍຄວາມໝັ້ນໃຈຕົນເອງ. ທ່ານ ວິງ ໄດ້ເປົ່າຂຸ່ຍ, ຫຼິ້ນພິນ ແລະ ເຮັດໃຫ້ບັນຍາກາດ ເວທີການສະແດງຢູ່ທີ່ນີ້ ມີ ບັນຍາກາດ ຟົດຟື້ນ ດ້ວຍທຳນອງດົນຕີ ມູນເຊື້ອ ຂອງ ຫວຽດນາມ ເຊິ່ງນຳມາ ແຫຼ່ງພະລັງແຮງໃໝ່. 

ວົງດົນຕີ ໄມ້ໄຜ່ ໄມ້ຊອດ ພະລັງແຮງໃໝ່ ແມ່ນແຮງບັນດານໃຈ ທີ່ບໍ່ມີວັນສິ້ນສຸດ ໂດຍທ່ານ ດົ່ງກວາງວິງ ສ້າງຂຶ້ນຊຶ່ງນຳມາຄວາມ ຮູ້ ສຶກທີ່ໜ້າດຶງດູດໃຈ
ຈາກ ບັນດາອຸປະກອນສະແດງ ທີ່ເຮັດຈາກ ໄມ້ໄຜ່ ແລະ ໄມ້ຊອດ.  ພາບ: ຂ້ໍມູນໂດຍ ຜູ້ກ່ຽວສະ ໜອງໃຫ້



ທ່ານ ດົ່ງກວາງວິງ ແລະ ວົງດົນຕີ ໄມ້ໄຜ່ ໄມ້ຊອດ ພະລັງແຮງ    ໃໝ່ທຳການສະແດງ ກັບນັກດົນຕີ ສປ ຈີນ ໃນ ຄືນສະແດງດົນຕີ ຊຶ່ງສະແດງຄວາມໄມຕີຈິດ ມິດຕະພາບ
ລະຫວ່າງສອງຊາດ ຫວຽດນາມ - ຈີນ. ພາບ: ຂ້ໍມູນໂດຍຜູ້ກ່ຽວ ສະໜອງໃຫ້



ຕອນໜຶ່ງ ໃນການບັນຊາວົງດົນຕີປະສານສຽງ ຂອງ ທ່ານ ດົ່ງ ກວາງວິງ. ພາບ: ເຈິ່ນແທງຢາງ
 

ທ່ານ ດົ່ງກວາງວິງ ອ່ານບົດ ກ່ອນຂຶ້ນຫ້ອງສອນ. ພາບ: ເຈິ່ນ ແທງຢາງ


ທ່ານ ດົ່ງກວາງວິງ ໃນຊົ່ວໂມງຂຶ້ນຫ້ອງສອນ ວິຊາ ບັນຊາວົງດົນຕີ ປະສານສຽງ. ພາບ: ເຈິ່ນແທງຢາງ


ທ່ານ ດົ່ງກວາງວິງ ໂອ້ລົມ ກັບສະມາຊິກ ຂອງ Hanoi Voices - ວົງດົນຕີີທີ່ທ່ານ ດົ່ງກວາງວິງ ເປັນຜູ້ກໍ່ຕັ້ງ. ພາບ: ເຈິ່ນແທງຢາງ

ມີຜູ້ຊົມຈຳນວນຫຼາຍ ທີ່ຫຼົງໄຫຼກັບດົນຕີ ໄດ້ສະແດງຄວາມເປັນ ມິດ ແລະ ຄວາມຮັກແພງ ຂອງຕົນຕໍ່ ທ່ານ ດົ່ງກວາງວິງ ພາຍຫຼັງ ການສະແດງແຕ່ລະຄັ້ງ. ພາບ: ເຈິ່ນແທງຢາງ

ທ່ານ ດົ່ງກວາງວິງ ມີພອນສະຫວັນຫຼາຍຢ່າງ, ສາມາດຫຼິ້ນເຄື່ອງ ດົນຕີ ພື້ນເມືອງໄດ້ຫຼາຍຊະນິດ, ນຳໃຊ້ພາສາ ອັງກິດ ແລະ ພາສາ ຈີນ ໄດ້ຢ່າງຄ່ອງແຄ້ວ. ທ່ານ ເຮັດວຽກຢ່າງບໍ່ຮູ້ອິດ ຮູ້ເມື່ອຍ, ປ່ຽມລົ້ນໄປດ້ວຍແນວຄວາມຄິດໃໝ່ໆ ແລະ ພະລັງແຮງໃໝ່ ເພື່ອຖ່າຍທອດ ແຮງບັນດານໃຈ ໃຫ້ໝູ່ມະຫາຊົນ ມີຄວາມຮັກຍິ່ງຂຶ້ນ ຕໍ່ດົນຕີພື້ນເມືອງ ຫວຽດນາມ.
ບົດ: ບິກເວິນ - ພາບ: ແທງຢາງ, ຂ້ໍມູນ ໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top