• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນຫຼວງ ຮ່າໂນ້ຍ ປະຕິບັດການແຍກຫ່າງໃນສັງຄົມ

      ຮ່າໂນ້ຍ ຈະປະຕິບັດການແຍກຫ່າງສັງຄົມພາຍໃນ 15 ວັນ ໃນຂອບເຂດທົ່ວນະຄອນຕາມຫຼັກການ ຄອບຄົວແຍກຫ່າງກັບຄອບຄົວ, ຄຸ້ມຖະໜົນແຍກຫ່າງກັບຄຸ້ມຖະໜົນ; ບ້ານແຍກຫ່າງກັບບ້ານ;ເມືອງແຍກຫ່າງກັບເມືອງ; ນະຄອນແຍກຫ່າງກັບແຂວງ. ບັນດາຮາກຖານດຳເນີນທຸລະກິດການບໍລິການທີ່ຈຳເປັນ, ໂຮງຈັກໂຮງງານ, ຮາກຖານຜະລິດຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.
ນະຄອນຫຼວງ ຮ່າໂນ້ຍ ເລີ່ມປະຕິບັດການແຍກຫ່າງໃນສັງຄົມ ແຕ່ເວລາ 6 ໂມງ ເຊົ້າວັນທີ 24 ກໍລະກົດ (ພາບ: TTXVN)
      ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນໃນບໍລິເວນນະຄອນ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດ, ດ້ວຍໄວຣັດສາຍພັນ Delta ມີລະດັບແຜ່ລະບາດຢ່າງໄວວາ, ສັບສົນ ແລະ ອັນຕະລາຍ, ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ນະຄອນຫຼວງ, ຄວາມປອດໄພ ແລະ ສຸຂະພາບໃຫ້ແກ່ປະຊາຊົນ, ຕອນຄ່ຳວັນທີ 23 ກໍລະກົດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ຄຳສັ່ງກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມ ຕາມເນື້ອໃນຈິດໃຈຂອງຄໍາສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ. ຕາມນັ້ນແລ້ວ, ຮ່າໂນ້ຍ ຈະປະຕິບັດການແຍກຫ່າງສັງຄົມພາຍໃນ 15 ວັນ ໃນຂອບເຂດທົ່ວນະຄອນຕາມຫຼັກການ ຄອບຄົວແຍກຫ່າງກັບຄອບຄົວ, ຄຸ້ມຖະໜົນແຍກຫ່າງກັບຄຸ້ມຖະໜົນ; ບ້ານແຍກຫ່າງກັບບ້ານ;ເມືອງແຍກຫ່າງກັບເມືອງ; ນະຄອນແຍກຫ່າງກັບແຂວງ. ບັນດາຮາກຖານດຳເນີນທຸລະກິດການບໍລິການທີ່ຈຳເປັນ, ໂຮງຈັກໂຮງງານ, ຮາກຖານຜະລິດຕ້ອງຮັບປະກັນຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ.
        ຄຳສັ່ງສະບັບດັ່ງກ່າວໄດ້ຊີ້ແຈ້ງວ່າ: ທົ່ວລະບົບການເມືອງ ແລະ ອຳນາດການປົກຄອງທຸກຂັ້ນ ຕ້ອງກຳນົດວ່າ ໜ້າທີ່ປ້ອງກັນ, ຕ້ານໂລກລະບາດແມ່ນໜ້າທີ່ມີຄວາມຮີບດ່ວນແຖວໜ້າ; ຢຸດຕິບັນດາການເຄື່ອນໄຫວ, ກອງປະຊຸມທີ່ບໍ່ຈຳເປັນ; ບັນດາກອງປະຊຸມທີ່ຈຳເປັນ ແມ່ນຈັດຕັ້ງຕາມຮູບແບບທາງໄກ; ຈັດຕັ້ງການກວດກາ, ຕິດຕາມການຜັນຂະຫຍາຍບັນດາເນື້ອໃນຂອງຄຳສັ່ງສະບັບນີ້ໃຫ້ທັນການ, ມີປະສິດທິຜົນ ແລະ ປັບໄໝລົງໂທດບັນດາກໍລະນີລະເບີດຢ່າງເຂັ້ມງວດ. ອຳນາດການປົກຄອງນະຄອນ ກໍຮຽກຮ້ອງໃຫ້ປະຊາຊົນທຸກຄົນບໍ່ອອກຈາກເຮືອນຖ້າບໍ່ມີຄວາມຈຳເປັນ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top