• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະຄອນ ໂຮ່ຈີມິນ ສຸມໃສ່ພັດທະນາເສດຖະກິດທະເລ

      ເລື່ອງສ້າງລະບົບຊີວະພາບຕົວເມືອງທະເລແບບຍືນຍົງ, ສາມາດແກ້ງແຍ້ງກັບບັນດາຕົວເມືອງທະເລອື່ນໃນພາກພື້ນ, ກາຍເປັນສູນຂອງການເດີນເຮືອ ແລະ ເຊື່ອມຕໍ່ກັບໂລກນັ້ນ ແມ່ນໜ້າທີ່ສຳຄັນຂອງນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ. ດ້ວຍບົດບາດເປັນນະຄອນນຳໜ້າຂອງເຂດເສດຖະກິດຈຸດສຸມທາງພາກໃຕ້ ຫວຽດນາມ. ທາງນະຄອນ ໂຮ່ຈີມິນ ໄດ້ເປັນເຈົ້າການສ້າງແຜນການພັດທະນາເສດຖະກິດທະເລ ເຊື່ອມຕໍ່ກັບລະບົບຕົວເມືອງສາກົນ, ປະກອບສ່ວນເຂົ້າໃນຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງໃນປີ 2030, ວິໄສທັດຮອດປີ 2045 ຂອງປະເທດຊາດ.
 
 
ພັດທະນາເສດຖະກິດຢູ່ເຂດອ່າວ ເກີ່ນເຢີ ແມ່ນ ຍຸດທະສາດພັດທະນາເສດຖະກິດຂອງ ນະຄອນໂຮ່ຈີມິນ (ພາບ: VOV)
      ເລື່ອງວາງຍຸດທະສາດເພື່ອໃຫ້ເສດຖະກິດ ນະຄອນ ໂຮ່ຈີມິນ ພັດທະນາຢ່າງກະໂດດຂັ້ນໃນອະນາຄົດ ແມ່ນກຳນົດສຸມແຫຼ່ງກຳລັງເພື່ອພັດທະນາເສດຖະກິດຢູ່ເຂດອ່າວ ເກີ່ນເຢີ. ລະອຽດແມ່ນ ເຂດອ່າວ ເກີ່ນເຢີ ຈະພັດທະນາເສດຖະກິດທະເລຕາມທິດອະນຸລັກຮັກສາຄຸນຄ່າຂອງສະພາບແວດລ້ອມຊີວະພາບ, ເຊື່ອມຕໍ່ກັບບັນດາແຂວງໃກ້ຄຽງ, ແຜ່ຂະຫຍາຍບັນດາຮູບແບບເສດຖະກິດໃໝ່, ປະດິດຄິດສ້າງ, ເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ ແລະ ສາກົນເທື່ອລະກ້າວ. ເຂດທະເລ ເກີ່ນເຢີ ຈະເຊື່ອມຕໍ່ກັບເຂດທະເລທາງທິດຕາເວັນອອກ ແລະ ທິດຕາເວັນຕົກຂອງບັນດາແຂວງໃກ້ຄຽງຄື: ນະຄອນ ຫວູງເຕົາ, ລະບົບທ່າກ່ຳປັ່ນ ກ໊າຍແມບ - ທິຫວາຍ (ບ່າເຣ້ຍ - ຫວູງເຕົາ), ບັນດາເຂດຕົວເມືອງໃໝ່ທີ່ທັນສະໄໝ ແລະ ທ່າອາກາດສະຍານສາກົນ ລອງແທັ່ງ (ດົ່ງນາຍ), ເມືອງ ຢໍ່ກົງດົງ (ຕ່ຽນຢາງ), ທ່າກ່ຳປັ່ນ ຫຽບເຟືອກ. ທ່ານຮອງສາດສະດາຈານ, ປະລິນຍາເອກ ລຶວເຖ໊ແອັງ, ຫົວໜ້າສະຖາບັນຊັບພະຍາກອນ - ສິ່ງແວດລ້ອມ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ຖືວ່າ ຖ້າຫາກວ່າສ້າງໄດ້ຮູບແບບຕົວເມືອງຊີວະພາບ ເກີ່ນເຢີ, ນີ້ຈະແມ່ນຮູບແບບຕົວເມືອງທະເລທີ່ມີລັກສະນະສະເພາະ, ເປັນເອກະລັກຂອງນະຄອນ ໂຮ່ຈີມິນ, ພິເສດຂອງ ຫວຽດນາມ ເມື່ອທຽບໃສ່ບັນດາປະເທດອື່ນໃນໂລກ. 
            “ຕົວເມືອງດັ່ງກ່າວ ຕິດພັນກັບເຂດອະນຸລັກຮັກສານິເວດ ກໍແມ່ນຄຸນຄ່າທີ່ອຳນາດການປົກຄອງນະຄອນ ໂຮ່ຈີມິນ ປະຕີບັດການອະນຸລັກຮັກສາ. ມາຮອດປັດຈຸບັນ ສິ່ງແວດລ້ອມຂຽວສະອາດຢູ່ນະຄອນ ໄດ້ຊ່ວຍປົກປ້ອງໃຫ້ແກ່ບັນຫາພັດທະນາເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ຢ່າງໃຫຍ່ຫຼວງ”.
ການພັດທະນາເສດຖະກິດທະເລ ແມ່ນຕິດພັນກັບການອະນຸລັກຮັກສານິເວດ (ພາບ: VOV)
      ທ່ານຮອງສາດສະດາຈານ ປະລິນຍາເອກ ຫງວຽນຈູໂຮ່ຍ, ອະດີດຮອງຫົວໜ້າກົມໃຫຍ່ ທະເລໝູ່ເກາະ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການສຸມໃສ່ທະເລ, ອີງໃສ່ທະເລເພື່ອພັດທະນາເສດຖະກິດ ສຳລັບ ນະຄອນ ໂຮ່ຈີມິນ ຈະຊ່ວຍໃຫ້ນະຄອນປ່ຽນແປງຮູບແບບພັດທະນາ, ແມ່ນພື້ນຖານແກ່ການຂຸດຄົ້ນແຫຼ່ງຊັບພະຍາກອນທຳມະຊາດໄດ້ຢ່າງເໝາະສົມ ແລະ ກົມກຽວ.
            “ສິ່ງດັ່ງກ່າວທັງສ້າງທ່ວງທ່າພັດທະນາ ທັງສ້າງຄວາມດຸນດ່ຽງ ເພື່ອຍາດແຍ່ງບັນດາທ່າໄດ້ປຽບຂອງການພັດທະນາຂອງພາກພື້ນໃນໄລຍະຈະມາເຖິງ. ກົງກັນຂ້າມ, ນີ້ກໍແມ່ນບັນດາພາກສ່ວນສຳຄັນ ແລະ ຈຳເປັນໃນການຕິດພັນການພັດທະນາເສດຖະກິດກັບການຮັບປະກັນຄວາມໝັ້ນຄົງ ແລະ ອະທິປະໄຕແຫ່ງຊາດ”.
            ປີ 2020, ນະຄອນ ໂຮ່ຈີມິນ ກວມເອົາເຖິງ 37,2% ລວມຍອດຜະລິດຕະພັນ (GRDP) ຂອງບັນດາແຂວງ, ນະຄອນເຂດແຄມທະເລ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ກວມເອົາ 25,1% ຍອດດຶງດູດເງິນລົງທຶນ FDI ຂອງບັນດາແຂວງ, ນະຄອນເຂດແຄມທະເລ ແລະ 10,8% ຂອງທົ່ວປະເທດ. ຕາມ ທ່ານສາດສະດາຈານ ດັ້ງຮຸ່ງຫວໍ ອະດີດຮອງລັດຖະມົນຕີ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລ້ວ, ໃນການພັດທະນາເສດຖະກິດທະເລ, ຖ້າຫາກວ່າ ມີບາດກ້າວເດີນທີ່ຖືກທິດ ແນ່ນອນວ່າ ຈະສ້າງທ່າໄດ້ປຽບຢ່າງໃຫຍ່ຫຼວງມາໃຫ້ແກ່ນະຄອນ ໂຮ່ຈີມິນ.
     ນະຄອນ ໂຮ່ຈີມິນ ໄດ້ເປີດປະຕູອອກສູ່ທະເລ, ກໍ່ສ້າງພື້ນຖານໂຄງລ່າງເສດຖະກິດທະເລໄດ້ເປັນຢ່າງດີ ສິ່ງນີ້ແນ່ນອນວ່າຈະແມ່ນມາດຕະການເສີມສ້າງທີ່ດີທີ່ສຸດ. ພວກເຮົານຳໃຊ້ທີ່ດິນ ແລະ ນຳໃຊ້ໜ້ານ້ຳທະເລຢ່າງມີປະສິດທິຜົນ. ນີ້ແມ່ນມາດຕະການເພື່ອສ້າງ ນະຄອນ ໂຮ່ຈີມິນ ກາຍເປັນຕົວເມືອງທັນສະໄໝ”.
      ທ່ານຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຫວໍວັນຮວານ ຢັ້ງຢືນວ່າ ການກຳນົດທິດຍຸດທະສາດເພື່ອໃຫ້ ນະຄອນມີພື້ນຖານເສດຖະກິດທະເລ ແລະ ລະບົບຕົວເມືອງທະເລພັດທະນາ, ເຊື່ອມຕໍ່ກັບສາກົນ ແລະ ພາກພື້ນນັ້ນ ໄດ້ກາຍເປັນຄວາມຕ້ອງການທີ່ຈຳເປັນ ແລະ ຮີບດ່ວນຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ. ໃນໄລຍະຈະມາເຖິງ, ນະຄອນຈະຫັນປ່ຽນເສດຖະກິດທະເລຢູ່ເຂດ ເກີ່ນເຢີ ຕາມທິດອະນຸລັກຮັກສາຄຸນຄ່າຂອງສິ່ງແວດລ້ອມຊີວະພາບ. ພ້ອມກັນນັ້ນ, ກໍເສີມຂະຫຍາຍທ່າແຮງບົ່ມຊ້ອນ, ກຳລັງໜູນພັດທະນາ, ການຮ່ວມສຳພັນລະຫວ່າງເຂດ ໃຫ້ມີປະສິດທິຜົນ, ເຊື່ອມຕໍ່ກັບພາກພື້ນ ແລະ ສາກົນເທື່ອລະກ້າວ ແມ່ນບາດກ້າວບຸກທະລຸຂອງນະຄອນ ໂຮ່ຈີມິນ ໃນວິວັດການມຸ່ງໄປສູ່ທະເລ. ທ່ານ ຫວໍວັນຮວານ ຖືວ່າ ເຂດນະຄອນ ໂຮ່ຈີມິນ ຄວນສ້າງຮູບແບບຮວ່ມສຳພັນ, ເຊື່ອມຕໍ່ໂຄງລ່າງລະຫວ່າງບັນດາທ້ອງຖິ່ນ. ນະຄອນ ໂຮ່ຈີມິນ ຈະບໍ່ສ້າງ ເກີ່ນເຢີ ເປັນເມືອງ ຫາກມຸ່ງໄປເຖິງການສ້າງເປັນນະຄອນຜັກຜ່ອນບຳລຸງສຸຂະພາບ ແລະ ທ່ອງທ່ຽວຊີວະພາບ ເພື່ອເປັນໄມ້ງັດແກ່ການພັດທະນາເສດຖະກິດ./
(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top