• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ນະຄອນ ໂຮ່ຈີມິນ ໃນປັດຈຸບັນ

ພາຍຫຼັງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ໂຮມປະເທດຊາດເປັນເອກະພາບ, ນະຄອນ ໂຮ່ຈີມິນ ໄດ້ມີບາດກ້າວພັດທະນາຢ່າງ ເຂັ້ມແຂງ, ມີກິດຈະກຳພິເສດຫຼາຍແຫ່ງເຊິ່ງສ້າງຄວາມ ປະທັບ ໃຈເປັນຢ່າງຍິ່ງ, ປະກອບສ່ວນເຮັດໃຫ້ໂສມໜ້າຂອງນະຄອນ ໂຮ່ຈີມິນ ມີການປ່ຽນແປງ ດີຂຶ້ນຢ່າງຕໍ່ເນື່ອງ.
ດ້ວຍເນື້ອທີ່ກວ່າ 2.000 ກິໂລຕະລາງແມັດ ພ້ອມກັບພົນລະ ເມືອງກວ່າ 10 ລ້ານຄົນ, ກວມເອົາ 20% ຈີດີພີ ຂອງ ທົ່ວປະ ເທດ, ນະຄອນ ໂຮ່ຈີມິນ ເປັນໃຈກາງທາງດ້ານເສດຖະກິດ ໃຫຍ່ ທີ່ສຸດ ຫວຽດນາມ. ການພັດທະນາໂດຍໄວ ເປັນພື້ນຖານເພື່ອ ເຮັດໃຫ້ ໄຊງ່ອນ ສາມາດກາຍເປັນໜຶ່ງໃນບັນດານະຄອນທີ່ ຈະ ເລີນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຜ່ານບັນດາພາບຖ່າຍຈາກມູມສູງ, ໄຊງ່ອນ ຍິ່ງສວຍງາມ ຂຶ້ນໃນ ຍາມຮຸ່ງອະລຸນ, ຍາມຄ້ອຍຄໍ່າລົງແລງ ແລະ ຍາມລາຕີ. ຂ່າວ ພາບ ຫວຽດນາມ ຖືເປັນກຽດ ນຳມາສະເໜີຕໍ່ທ່ານຜູ້ອ່ານ ໂສມ ໜ້າໃໝ່ ຂອງ ນະຄອນ ໂຮ່ຈີມິນ ຜ່ານຮູບພາບ ທີ່ໄດ້ຖ່າຍ ຈາກ ມູມສູງ ຂອງ ຊ່າງພາບ ຢາງເຊີນດົງ. 


ທ່າກໍາປັ່ນ ຍ່າຣົ່ງ ເປັນທ່າກໍາປັ່ນການຄ້າ ຂະໜາດໃຫຍ່ຢູ່ພາກໃຕ້, ໄດ້ກໍ່ສ້າງເມື່ອປີ 1864 ເທິງແມ່ນຳ້ ໄຊງ່ອນ. ທ່າກໍຳປັ່ນ ຍ່າຣົ່ງ-ສະຖານທີ່ ເຊິ່ງປະທານ ໂຮ່ຈີມິນ ອອກເດີນທາງ ໄປຊອກຫາເສັ້ນທາງກູ້ຊາດ. ປັດຈຸບັນ, ທ່າກໍາປັ່ນ ຍ່າຣົ່ງ ເປັນສະຖານທີ່ດຶງດູດນັກທ່ອງທ່ຽວ. ພາບ: ຢາງເຊີນດົງ


ທ່າກຳປັ່ນ ກາດຫຼາຍ ນອນຢູ່ເທິງແມ່ນຳ້ ດົ່ງນາຍ ເປັນໜຶ່ງໃນ
ບັນດາທ່າກຳປັ່ນາສຳຄັນຂອງລະບົບທ່າກຳປັ່ນໃນຂົງເຂດນະຄອນ ໂຮ່ຈີມິນ, ເຄື່ອນໄຫວພາຍໃຕ້ການຄຸ່ມຄອງຂອງ
ສະຫະບໍລິສັດ ເຕິນກາງ ໄຊງ່ອນ. 
ພາບ: ຢາງເຊີນດົງ


ຂົວອູ່ ຝູ໋ໝີ ເຊື່ອມຕໍ່ເມືອງ 2 ກັບເມືອງ 7  ແລະ ເມືອງ 9, ໄດ້ເປີດນຳໃຊ້ເມື່ອປີ 2009. ຂົວແຫ່ງນີ້ ເປັນໜຶ່ງ ໃນບັນດາສາຍທາງທີ່ເຊື່ອມຕໍ່ເຂດເມືອງໃຫຍ່ໃໝ່ ຖຸທຽມ ແລະ ເຂດເມືອງໃຫຍ່ ຝູ໋ໝີຮຶງ. ພາບ: ຢາງເຊີນດົງ


ກໍ່ສ້າງສາຍທາງລົດໄຟ metro 1 ຢູ່ເມືອງ 1. ສາຍທາງລົດໄຟ metro ເຊື່ອມຕໍ່ລະຫວ່າງ Depot ລອງບິ່ງ (ເມືອງ 9 ແລະ ບິ່ງເຢືອງ) ກັບສະຖານີລົດໄຟ ເບັນແທ່ງ (ເມືອງ 1). ພາບ: ຢາງເຊີນດົງ


ຖະໜົນ ຟ້າມວັນດົ່ງ ເຊື່ອມຕໍ່ລະຫວ່າງສະໜາມບິນສາກົນ ເຕິນເຊີນເຍີດ ກັບສີ່ແຍກ ລິງຊວນ​, ເມືອງ ຖຸດຶກ. ເສັ້ນທາງດັ່ງກ່າວ ສຳເລັດການກໍ່ສ້າງເມື່ອປີ 2015 ດ້ວຍຍອດທຶນປະມານ 340 ລ້ານໂດລາສະຫະລັດ, ໂດຍບໍລິສັດ GS (Engineering Contruction - ສ ເກົ່າຫຼື ເປັນຜູ້ລົງທຶນກໍ່ສ້າງ. ພາບ: ຢາງເຊີນດົງ


ສະຫະບໍລິສັດ ເຕິນກາງ ໄຊງ່ອນ ໄດ້ກາຍເປັນຜູ້ຂຸດຄົ້ນ ທ່າກໍາປັ່ນcontainerແບບມືອາຊີບ, ທັນສະໄໝ ແລະ ມີຂະໜາດໃຫຍ່ທີສຸດ ຫວຽດນາມ ດ້ວຍການບໍລິການເຊັ່ນ: ບໍລິການຈັດ ແລະ ຂົນສົ່ງສິນຄ້າຂຶ້ນ-ລົງກໍາປັ່ນ, ບໍລິການ Logistics, ບໍລິການ ການເດີນທະເລ, ກູ້ຊີບ, ກູ້ໄພ, ນຳທາງ, ກໍ່ສ້າງອາຄານ, ຫ້ອງການ, ກິດຈະກຳຮັບໃຊ້ພົນລະເຮືອນ, ກິດຈະກຳຮັບໃຊ້ການທະຫານ... ແລະ ຂົນສົ່ງສິນຄ້າດ້ວຍຫຼາຍຮູບແບບ. 


ສາມແຍກ ກາດຫຼາຍ, ເສັ້ນທາງເຂົ້ານະຄອນ ໂຮ່ຈີມິນ ໄດ້ກໍ່ສ້າງແບບທັນສະໄໝ ດ້ວຍຫຼາຍເລນລົດແລ່ນ. 


ຖະໜົນ ຫງວຽນວັນລິງ ມີລວງຍາວ 17,8 ກິໂລແມັດ, ເຊື່ອມຕໍ່ລະຫວ່າງຖະໜົນ ຮວິ່ງເຕິນຟາດ, ເມືອງ 7  ກັບຖະໜົນ 1A. ເສັ້ນທາງດັ່ງກ່າວ ມີຄວາມໝາຍສຸດທີ່ສຳຄັນ ຕໍ່ການພັດທະນາດ້ານເສດຖະກິດຢູ່ທິດໃຕ້ຂອງນະຄອນ ໂຮ່ຈີມິນ, ເຊື່ອມຕໍ່ບັນດາກິດຈະກຳສຳຄັນຄື: ເຂດປຸງແຕ່ງຜະລິດຕະພັນ ເຕິນຖ້ວນ, ເຂດເມືອງໃຫຍ່ ຝູ໋ໝີ໋ຮືງ, ເຂດອຸດສາຫະກຳ ຮຽບເຟືອງ, ເຂດເມືອງໃຫຍ່ ຮຽບເຟຶອກ, ທ່າກຳປັ່ນ ຮຽບເຟຶອງ, ຂົວ ຝູ໋ໝີ໋ ແລະ ເຂດເມືອງໃໝ່ ຖຸທຽມ. ພາບ: ຢາງເຊີນດົງ


ນະຄອນ ໂຮ່ຈີມິນ ໃນຍາມຄຳ່ຖືນ. ພາບ: ຢາງເຊີນດົງ


ເມືອງ 2 ເປັນເມືອງໜຶ່ງນອນຢູ່ທິດຕາເວັນອອກຂອງນະຄອນ
ໂຮ່ຈີມິນ. ເຊື່ອມຕໍ່ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາແຂວງ ດົ່ງນາຍ, ບິ່ງເຢືອງ, ບ່າເຮ້ຍ-ຫວູງເຕົ່າ ດ້ວຍທາງບົກ, ທາງລົດໄຟ ແລະ ທາງນຳ້. ພາບ: ຢາງເຊີນດົງ



ລະບົບຖະໜົນຂອງນະຄອນ ໂຮ່ຈີມິນ ມີລວງຍາວທັງໝົດ ກວ່າ 4.000 ກິໂລແມັດ, ເປັນນະຄອນທ່ີມີລະບົບການຄົມມະນາຄົມທາງບົກໃຫຍ່ທີສຸດ
ໃນບັນດາເມືອງໃຫຍ່ຢູ່ ຫວຽດນາມ. 
ເມືອງ 2 ເປັນເມືອງໜຶ່ງນອນຢູ່ທິດຕາເວັນອອກຂອງນະຄອນໂຮ່ຈີມິນ. ເຊື່ອມຕໍ່ລະຫວ່າງນະຄອນ ໂຮ່ຈີມິນ 
ກັບບັນດາແຂວງ ດົ່ງນາຍ, ບິ່ງເຢືອງ, ບ່າເຮ້ຍ-ຫວູງເຕົ່າ ດ້ວຍທາງບົກ, ທາງລົດໄຟ ແລະ ທາງນຳ້. ພາບ: ຢາງເຊີນດົງ


ນະຄອນ ໂຮ່ຈີມິນ ເບິ່ງມາຈາກນະຄອນ ໄຊງ່ອນ. ພາບ: ຢາງເຊີນດົງ


ເມືອງ 1 ຫຼື ເມືອງ ເຍີດ ເປັນເມືອງໃຈກາງຂອງນະຄອນ ໂຮ່ຈີມິນ. ມີສຳນັກງານເຮັດວຽກຂອງລັດຫຼາຍ, ສະຖານທູດບັນດາປະເທດ ໄດ້ຕັ້ງຢູ່ທີ່ນີ້. ພາບ: ຢາງເຊີນດົງ


ສຳນັກງານເຮັດວຽກຂອງຄະນະກຳມະການປົກຄອງນະຄອນ ໂຮ່ຈີມິນ ເປັນໜຶ່ງໃນບັນດາກິດຈະກຳ ທີ່ມີສະຖາບັດຕະຍະກຳ ທີ່ເກົ່າແກ່, ໄດ້ກໍ່ສ້າງແຕ່ປີ 1898-1909 ຕາມແບບແຜນຂອງ Rococo ໂດຍທ່ານ Femand Gardès ເປັນຜູ້ອອກແບບ. ພາບ: ຢາງເຊີນດົງ

ຊ່າງພາບ ຢາງເຊີນດົງ ເກີອປີ 1973, ບ້ານເກີດຢູ່ຕາແສງ ອານດົ່ງ, ເມືອງ ອານເຢືອງ (ຫາຍຟ່ອງ), ປັດຈຸບັນ ພວມດຳລົງຊີວິດຢູ່ນະຄອນ ໂຮ່ຈີມິນ. ຊ່າງພາບ ຢາງເຊີນດົງ ໄດ້ຮັບລາງວັນຈຳນວນໜຶ່ງຢູ່ພາຍໃນ ແລະ ຕ່າງປະເທດຄື: ຫຼຽນເງິນ Vapa VN 2017, ຫຼຽນທອງ Vapa ແຫ່ງຊາດ 2017, ຫຼຽນເງິນ ຫວຽດນາມ ເບິ່ງມາຈາກມູມສູງ 2019...
 
 ປະຕິບັດ: ຢາງເຊີນດົງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top