• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ້ອງຖິ່ນຕ່າງໆເດັດດ່ຽວປ້ອງກັນ, ຕ້ານເຊື້ອໂຄວິດ-19

      ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ມີເອກະສານກ່ຽວກັບການສ້າງຕັ້ງໜ່ວຍປະຕິບັດງານໂຄວິດ-19 ໃນຊຸມຊົນ.

(ປະຕິບັດການແຍກຫ່າງສັງຄົມ)
      ວັນທີ 02 ສິງຫາ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ມີເອກະສານກ່ຽວກັບການສ້າງຕັ້ງໜ່ວຍປະຕິບັດງານໂຄວິດ-19 ໃນຊຸມຊົນ. ຕາມນັ້ນແລ້ວ, ບັນດາເມືອງໄດ້ສ້າງຕັ້ງໜ່ວຍປະຕິບັດງານໂຄວິດ-19 ຢູ່ຊຸມຊົນ, ສົມທົບກັບພະແນກສາທາລະນະສຸກ ເປີດຊຸດຝຶກອົບຮົບ, ແນະນຳ, ຜັນຂະຫຍາຍການຕິດຕາມ, ຕິດຕາມອາການສຸຂະພາບປະຊາຄົມຢ່າງຮີບເຮັ່ງ.
        ພາຍຫຼັງມີຜູ້ຕິດເຊື້ອໂຄວິດ- 19 2 ຄົນໃນບໍລິເວນນະຄອນ ບວນມາທວດ, ຄະນະກຳມະການປະຊາຊົນແຂວງ ດັ໊ກລັ໊ກ ກໍ່ໄດ້ປະຕິບັດການແຍກຫ່າງສັງຄົມໃນບໍລິເວນນະຄອນ ບວນມາທວດ ເປັນເວລາ 14 ວັນ, ເລີ່ມແຕ່ເວລາ 0 ໂມງຂອງວັນທີ 03 ສິງຫາ 2020 ຮອດວັນທີ 16 ສິງຫາ 2020.
        ຕອນຄ່່ຳວັນທີ 02 ສິງຫາ, ຄະນະຊີ້ນຳການປ້ອງກັນ, ຕ້ານເຊື້ອໂຄວິດ-19 ແຂວງ ຮ່ານາມ ໄດ້ປະກາດເອກະສານຊີ້ນຳກ່ຽວກັບການປ້ອງກັນ, ຕ້ານເຊື້ອໂຄວິດ-19 ທີ່ກ່ຽວຂ້ອງເຖິງຄົນເຈັບທີ 620 (ຕາແສງ ລາມຮະ, ນະຄອນ ຟຸລິ໊) ເຊິ່ງກະຊວງສາທາລະນະສຸກຫວຽດນາມ ປະກາດໃນຕອນບ່າຍວັນທີ 02 ສິງຫາ. ຕາມນັ້ນແລ້ວ, ກໍ່ຢຸດຕິການເຄື່ອນໄຫວຊົ່ວຄາວໃນບາງຂົງເຂດດຳເນີນທຸລະກິດການບໍລິການໃນບໍລິເວນແຂວງນັບແຕ່ເວລາ 7 ໂມງຂອງວັນທີ 03 ສິງຫາ 2020 ຈົ່ນຮອດເວລາມີແຈ້ງການໃໝ່.
            ກະຊວງສາທາລະນະສຸກຫວຽດນາມ ຫາກໍປະກາດ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 7 ຄົນ ເຊິ່ງລ້ວນແຕ່ເປັນສະມາຊິກໃນຄອບຄົວດຽວກັນ ຢູ່ເທດສະບານເມືອງ ຮ່າລາມ, ເມືອງ ແທັງບິ່ງ, ແຂວງກວ໋າງນາມ. ບັນດາຄົນເຈັບດັ່ງກ່າວ ແມ່ນຖືກຕິດແປດຈາກຜູ້ຕິດເຊື້ອຄົນທີ 522,  ເຊິ່ງມີອາຍຸ 67 ປີ, ແມ່ນຜົວ, ພໍ່ ແລະ ພໍ່ຕາ, ພໍ່ປູ່ຂອງບັນດາສະມາຊິກໃນຄອບຄົວ. ນັບແຕ່ວັນທີ 3 ສິງຫາ, ອໍານາດການປົກຄອງແຂວງ ກວ໋າງນາມ ໄດ້ຕົກລົງປິດບໍລິເວນຄຸ້ມຖະໜົນທີ່ມີເຮືອນຂອງຄອບຄົວດັ່ງກ່າວ.
        ຕໍ່ໜ້າສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ - 19, ຂະແໜງການທ່ອງທ່ຽວນະຄອນເທື່ອທຽນ - ເຫວ ໄດ້ປະຕິບັດບັນດາຂໍ້ກໍານົດຂອງແຂວງກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ. ປັດຈຸບັນ, ທາງແຂວງກໍຢຸດຕິບັນດາການເຄື່ອນໄຫວດໍາເນີນທຸລະກິດ ຂອງບັນດາຮ້ານບັນເທິງ; ບັງຄັບປະຊາຊົນຕ້ອງໃສ່ຜະອັດປາກໃນເວລາອອກໄປຂ້າງນອກ ແລະ ຢູ່ສະຖານທີ່ສາທາລະນະ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top