• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່າອາກາດສະຍານສາກົນ ເວິນໂດນກັບຄືນສູ່ເຄື່ອນໄຫວໃນມື້ທຳອິດ

      ຜູ້ໂດຍສານທຸກຄົນ ໄປມາ ເຮັດລະບຽບການຢູ່ສະໜາມບິນລ້ວນແຕ່ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ, ຂ້າເຊື້ອເຄື່ອງຂອງ.
ທ່າອາກາດສະຍານສາກົນ ເວິນໂດນກັບຄືນສູ່ເຄື່ອນໄຫວໃນມື້ທຳອິດ (ພາບ: laodong.vn)
      ຕອນເຊົ້າວັນທີ 3 ມີນາ, ທ່າອາກາດສະຍານ ສາກົນ ເວິນໂດນ ໄດ້ກັບຄືນສູ່ເຄື່ອນໄຫວເປີດປະຕູຕ້ອນຮັບຜູ້ໂດຍສານຢ່າງເປັນທາງການ. ຖ້ຽວບິນໝາຍເລກ VJ 230 ຂອງບໍລິສັດການບິນ Vietjet ໄດ້ເລີ່ມເດີນທາງແຕ່ນະຄອນ ໂຮ່ຈີມິນ ໄປຍັງທ່າອາກາດສະຍານ ສາກົນ ເວິນໂດນ ດ້ວຍຜູ້ໂດຍສານ 41 ຄົນ. ຜູ້ໂດຍສານທຸກຄົນ ໄປມາ ເຮັດລະບຽບການຢູ່ສະໜາມບິນລ້ວນແຕ່ຜ່ານການວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ, ຂ້າເຊື້ອເຄື່ອງຂອງ. ທ່ານ ຟ້າມງອກເສົ໊າ, ຜູ້ອຳນວຍການໃຫຍ່ ທ່າອາກາດສະຍານ ເວິນໂດນໃຫ້ຮູ້ວ່າ:
            ໃນໄລຍະຈະມາເຖິງ ຖ້າຫາກວ່າ ລັດຖະບານສືບຕໍ່ມອບໜ້າທີ່ຕ້ອນຮັບບັນດາຖ້ຽວບິນ “ນຳສົ່ງພົນລະເມືອງ ຫວຽດນາມ ຈາກຕ່າງປະເທດກັບຄືນປະເທດ”, ຕ້ອນຮັບນັກຊ່ຽວຊານຕ່າງປະເທດ ພວກຂ້າພະເຈົ້າຍາມໃດກໍ່ຈະປະຕິບັດບັນດາເປົ້າໝາຍ ເພື່ອຮັບປະກັນການປ້ອງກັນ, ຕ້ານການຕິດແປດເຊື້ອພະຍາດໂຄວິດ - 19 ໃຫ້ແກ່ກຳລັງພະນັກງານ ຢູ່ລະດັບສູງສຸດ ແລະ ບັນຫານີ້ ຍາມໃດກໍ່ໄດ້ຖືຮັບເປັນຖືສຳຄັນແຖວໜ້າ. ພະນັກງານໝົດທຸກຄົນລ້ວນແຕ່ຕ້ອງປະຕິບັດຄຳຮຽກຮ້ອງນີ້ຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top