• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ: ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ເຫັນ​ເປັນ​ສັງ​ຄົມ, ເບິ່ງ​ແຍງ​ດູ​ແລ ຜູ້​​ອາ​ຍຸ​ສູງ

ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຢັ້ງຢືນວ່າ: ໃນປະຫວັດສາດແຫ່ງການພັດທະນາ ຂອງຊາດ ຫວຽດນາມ, ຜູ້ອາຍຸສູງມີການປະກອບສ່ວນຫຼາຍຢ່າງທີ່ຍິ່ງໃຫຍ່ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ການພົບປະ 

ຕອນບ່າຍວັນທີ 13 ມັງກອນ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ມີການພົບປະກັບບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມຜູ້ມີອາຍຸສູງ  ຫວຽດນາມ ຄັ້ງທີ VI. ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງຢັ້ງຢືນວ່າ: ໃນປະຫວັດສາດແຫ່ງການພັດທະນາ ຂອງຊາດ ຫວຽດນາມ, ຜູ້ອາຍຸສູງມີການປະກອບສ່ວນຫຼາຍຢ່າງທີ່ຍິ່ງໃຫຍ່ເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ມູນເຊື້ອອັນລ້ຳຄ່າຂອງ ຜູ້ອາຍຸສູງ ຫວຽດນາມສືບຕໍ່ໂດຍພັກ ແລະ ປະທານໂຮ່ຈີມິນເສີມຂະຫຍາຍ.

ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ໃນສະພາບການໃໝ່ຄືໃນປັດຈຸບັນ, ຜູ້ອາຍຸສູງຢູ່ຫວຽດນາມ ມີນັບມື້ນັບເພີ່ມຂຶ້ນໂດຍໄວ, ພ້ອມກັນນັ້ນ ອາຍຸຍືນໄລ່ສະເລ່ຍນັບມື້ນັບສູງຂຶ້ນ, ກຳລັງຜູ້ມີອາຍຸສູງນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນ, ທ່ານສະເໜີໃຫ້ສະມາຄົມຜູ້ມີອາຍຸສູງ ສືບຕໍ່ກໍ່ສ້າງສະມາຄົມໃຫ້ນັ້ບມື້ນັບໝັ້ນຄົງເຂັ້ງແຂງຮອບດ້ານ, ເພີ່ມທະວີການພັດທະນາສະມາຊິກ, ຍົກສູງຄຸນນະພາບໃນການເຄື່ອນໄຫວ, ການປະຕິບັດງານ ເປັນຕົ້ນແມ່ນສະມາຄົມຂັ້ນຮາກຖານ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top