• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ: ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ໃນໄລຍະປັດຈຸບັນ, ໜ້າທີ່ຂອງນະຄອນໂຮ່ຈີມິນ ແມ່ນຮັບປະກັນການປະຕິບັດຂໍ້ກຳນົດຮັກສາໄລຍະຫ່າງໃນສັງຄົມ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ, ປົກປ້ອງຄວາມປອດໄພໃຫ້ແກ່ພະນັກງານການແພດ ທີ່ແມ່ນແຫຼ່ງກຳລັງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 .
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງເຮັດວຽກ, ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ໂຮງໝໍເສນາຮັກ 175 (ພາບ: TTXVN)

ຕ້ອງຖືປະສິດທິຜົນເໜືອກ່ວາສິ່ງໃດໝົດ ແລະ ລະດົມທຸກແຫຼ່ງກຳລັງສາທາລະນະສຸກ ເພື່ອຕ້ານໂລກລະບາດໂຄວິດ - 19, ບໍ່ຈຳແນກວຽກງານສາທາລະນະ ຫຼື ເອກະຊົນ, ກອງທັບ ຫຼື ພົນລະເຮືອນ, ສູນກາງ ຫຼື ທ້ອງຖິ່ນ. ກ່າວຄຳເຫັນທີ່ການເຮັດວຽກ, ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ໂຮງໝໍເສນາຮັກ 175 (ນະຄອນໂຮ່ຈີມິນ), ຕອນເຊົ້າວັນທີ 27 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເນັ້ນໜັ້ກວ່າ ນະຄອນໂຮ່ຈີມິນ ຕ້ອງຍູ້ແຮງວຽກງານຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນກ່ວາອີກ, ຂົນຂວາຍ ແລະ ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ບັນດາການເຄື່ອນໄຫວທຳການກູ້ສົນຂອງ ອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ໄດ້ຮັບການຜັນຂະຫຍາຍຢ່າງປອດໄພ, ລົງຮອດມືຂອງປະຊາຊົນທີ່ຕ້ອງການການໜູນຊ່ວຍ, ບັນດາຂະແໜງການ, ທ້ອງຖິ່ນຕ້ອງເພີ່ມທະວີປະສິດທິຜົນຂອງວຽກງານເບິ່ງແຍງດູແລ, ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອ, ກຳນົດໄດ້ເປົ້າໝາຍບຸລິມະສິດຢ່າງລະອຽດ ໃຫ້ແກ່ແຕ່ລະຊັ້ນໃນຮູບແບບປິ່ນປົວພະຍາດໂຄວິດ - 19 ຕາມ 5 ຊັ້ນ ຢູ່ນະຄອນ ໂຮ່ຈີມິນໃນປັດຈຸບັນ. ໃນໄລຍະປັດຈຸບັນ, ໜ້າທີ່ຂອງນະຄອນໂຮ່ຈີມິນ ແມ່ນຮັບປະກັນການປະຕິບັດຂໍ້ກຳນົດຮັກສາໄລຍະຫ່າງໃນສັງຄົມ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຂັ້ມງວດ, ປົກປ້ອງຄວາມປອດໄພໃຫ້ແກ່ພະນັກງານການແພດ ທີ່ແມ່ນແຫຼ່ງກຳລັງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຍົກສູງປະສິດທິຜົນຂອງວຽກງານປະສານງານ, ຮ່ວມມືລະຫວ່າງບັນດາຂະແໜງການ, ທ້ອງຖິ່ນ, ໜ່ວຍງານໃນການ ຂົນສົ່ງ, ວິໄຈຫາເຊື້ອ, ຮັບປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ລະຫວ່າງບັນດາສາຍ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top