• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານກ່ຽວ​ກັບວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ບັນດາອົງການສື່ມວນຊົນສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທຸກພາຫະນະ, ດ້ວຍຫຼາຍຮູບການທີ່ເປັນຫຼາຍຮູບແບບ, ອຸດົມສົມບູນ, ແທດຈິງ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຟ້າມມິງຈິ້ງໄດ້ເນັ້ນໜັກເຖິງການຕິດຕາມ ສິດອຳນາດຕາມຂໍ້ກຳນົດຢ່າງໃກ້ຊິດເພື່ອຈັດຕັ້ງການເລືອກຕັ້ງໃຫ້ດີທີ່ສຸດ, ກະຊວງສາທາລະນະສຸກສ້າງບັນດາມາດຖານ, ເງື່ອນໄຂສຳລັບບັນດາທ້ອງຖິ່ນຄືແນວໃດແມ່ນມີໂລກລະບາດແລະບັນດາມາດຕະການຢ່າງລະອຽດຕິດຄັດໄປນຳ, ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານທີ່ກ່ຽວຂ້ອງເປັນເຈົ້າການໃນການສ້າງແຜນເພື່ອແນໃສ່ຜັນຂະຫຍາຍວຽກງານເລືອກຕັ້ງໃນເງື່ອນໄຂທີ່ເກີດໂລກລະບາດໂຄວິດ - 19 ນີ້.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ ແລະ ບັນດາອົງການສື່ມວນຊົນສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່ກ່ຽວກັບການເລືອກຕັ້ງ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນທຸກພາຫະນະ, ດ້ວຍຫຼາຍຮູບການທີ່ເປັນຫຼາຍຮູບແບບ, ອຸດົມສົມບູນ, ແທດຈິງ ແລະ ມີປະສິດທິຜົນ. ຄະນະກຳມະການປະຊາຊົນ ທຸກຂັ້ນ ປະສານສົມທົບກັນຊີ້ນຳຢ່າງແໜ້ນແຟ້ນ ກັບບັນດາອົງການຮັບຜິດຊອບການເລືອກຕັ້ງຢູ່ທ້ອງຖິ່ນ, ຮັບປະກັນບັນດາອຸປະກອນເພື່ອຮັບໃຊ້ໃຫ້ແກ່ວຽກງານເລືອກຕັ້ງ, ສຸມສະຕິຢູ່ລະດັບສູງໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top