• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

“ທ່ານໝໍປື້ມ” ຜູ້ສຸດທ້າຍຢູ່ ໄຊງ່ອນ

ທ່ານ ຫວໍວັນຣ້າງ (ອາຍຸ 60 ປີ) ຊຶ່ງລູກຄ້າໃຫ້ຂະໜານນາມ ວ່າ “ທ່ານໝໍປຶ້ມ”. ປັດຈຸບັນ ເພິ່ນເປັນຜູ້ສຸດທ້າຍຢູ່ ໄຊງ່ອນ ຍັງຮັກສາອາຊີບສ້ອມແປງປຶ້ມເກົ່າ. ກວ່າ 40 ປີຜ່ານມາ, ເພິ່ນ ສຳເລັດການສ້ອມແປງປຶ້ມເກົ່າ ໄດ້ຫຼາຍລ້ານຫົວ, ຮັກສາ ໄວ້ ສາງບັນຈຸຄວາມຮູ້ ສຸດທີ່ລໍ້າຄ່າ ໃຫ້ແກ່ຊາວນະຄອນ ໂຮ່ຈີມິນ.
ຈາກການແນະນຳຂອງໝູ່ເພື່ອນ, ຂ້າພະເຈົ້າ ນຳປຶ້ມຫົວໜຶ່ງທີ່ມີຊື່ວ່າ ບັນຫາກ່ຽວກັບຫຼັກເກນ ການແຕ່ງກອນ Dostoievski ຂອງ Bakhtin ມາຍັງ ຮ່ອມໜຶ່ງ ຢູ່ຖະໜົນ ຫຼີຈີນຖ໋ັງ, ເມືອງ 3, ທີ່ນີ້ເປັນບ່ອນຢູ່, ທັງເປັນບ່ອນເຮັດວຽກ ຂອງທ່ານ ຫວໍວັນຣ້າງ. ຫາກໍ່ເຫັນຫົວປຶ້ມທີ່ຂ້າພະເຈົ້າເອົາມາ, ທ່ານ ຣ້າງ ໃຫ້ຮູ້ວ່າ: “ປຶ້ມຫົວນີ້ ໄດ້ພິມຈຳໜ່າຍເມື່ອປີ 1985, ເອົາມາ ແຕ່ພາກເໜືອ, ທົ່ວປະເທດ ຫວຽດນາມ ຍັງມີພຽງ 100 ຫົວ ເທົ່ານັ້ນ”. ຂ້າພະເຈົ້າຮູ້ສຶກ ປະຫຼາດໃຈ ຢ່າງຍິ່ງ ກ່ຽວກັບຄວາມຮູ້ ຂອງ ທ່ານ ກ່ຽວກັບປຶ້ມ. 

ພາຍຫຼັງການໂອ້ລົມກັນ, ຂ້າພະເຈົ້າຈິ່ງຮູ້ວ່າ ເມື່ອອາຍຸ 15 ປີ, ເພິ່ນຮູ້ຈັກກັບອາຊີບນີ້ໃນເວລາມາຊ່ວຍວຽກ ຢູ່ໂຮງພິມ ຂອງ ຄອບຄົວໝູ່ຄົນໜຶ່ງ. ປີ 1978, ເພິ່ນຮຽນຈົບ ມັດທະຍົມຕອນ ປາຍ ແຕ່ບໍ່ເສັງເຂົ້າມະຫາວິທະຍາໄລ. ແຕ່ນັ້ນມາ, ເພ່ິນກາຍ ເປັນພະນັກງານຢູ່ໂຮງພິມຂອງ ສະຫະກອນ, ຮັບຜິດຊອບ ຫຍິບ, ຜະລິດປຶ້ມຫົວໃໝ່ ແລະ ສ້ອມແປງປຶ້ມເກົ່າ. ເພິ່ນໃຫ້ ຮູ້ວ່າ “ເມື່ອອາຍຸ ພຽງ 2 ປີ ເພິ່ນເປັນໄຂ້ ເຮັດໃຫ້ຕີນເບື້ອງຂວາ ຂອງ ຂ້າພະເຈົ້າພິການ, ສະນັ້ນ ບໍ່ສາມາດເປັນອາຈານສອນ ວັນນະຄະດີ ຕາມຄວາມມຸ່ງຫວັງໄດ້. ຂ້າພະເຈົ້າເລືອກອາຊີບ ຜະລິດປຶ້ມ ຍ້ອນເຫັນ ອາຊີບນີ້ເໝາະກັບສຸຂະພາບ ຂອງຕົນ”. 

ປຶ້ມເກົ່າທີ່ລູກຄ້າເອົາມາ, ຂຶ້ນກັບຄວາມເປ່ເພຂອງປຶ້ມແຕ່ລະຫົວ ເພິ່ນຈະມີວິທີການສ້ອມແປງແຕກຕ່າງກັນ. ແຕ່ວ່າ ປຶ້ມທີ່ເອົາມານີ້ ສ່ວນຫຼາຍແມ່ນເປ່ເພຢ່າງໜັກ. ສຳລັບປຶ້ມ ຈຳນວນ ໜຶ່ງ ເພິ່ນຕ້ອງແກະເຈ້ຍແຕ່ລະໜ້າອອກ ຢ່າງລະມັດລະວັງ, ອະນາໄມໃຫ້ສະອາດ, ຈັດເຂົ້າຄືເກົ່າ ແລ້ວຕັດ 2 ເສັ້ນຢູ່ ຫຼັງ ປຶ້ມ, ເຈາະຮູເພື່ອສອດເຂັມຫຍິບເຂົ້າ. 

ທ່ານ ຣ້າງ ເລົ່າໃຫ້ຂ້າພະເຈົ້າຟັງວ່າ ອາຊີບ ສ້ອມແປງປຶ້ມເກົ່າ ພັດທະນາຫຼາຍໃນຍຸກປີ 1980-1990. ເວລານັ້ນ ມີຫຼາຍຄົນ ນິຍົມອ່ານປຶ້ມ, ຮັກສາປຶ້ມ, ປຶ້ມເປ່ເພ ແມ່ນເອົາໄປແປງ. ຫຼັງ ຈາກມີ ອິນເຕີເນັດ, ຄວາມນິຍົມ ອ່ານປຶ້ມຫຼຸດລົງ, ລູກຄ້າ ຂອງ ເພ່ິນ ກໍ່ໜ້ອຍ. ເຖິງວ່າ ໃນໄລຍະມີລູກຄ້າມາສ້ອມແປງປຶ້ມ ເປັນຈຳນວນຫຼາຍ ກໍ່ບໍ່ເຮັດໃຫ້ເພິ່ນກາຍເປັນຄົນຮັ່ງມີ. ເພິ່ນ ໃຫ້ຮູ້ວ່າ: “ທຸກໆ ​ຂັ້ນຕອນລ້ວນແຕ່ຕ້ອງເຮັດດ້ວຍມື, ສະນັ້ນ ຢາກເຮັດຫຼາຍກໍ່ບໍ່ສາມາດເຮັດໄດ້, ມື້ໜຶ່ງ ເຮັດໄດ້  2-3 ຫົວ ເທົ່ານັ້ນ”. 


ທ່ານ ຫວໍວັນຣ້າງ (ອາຍຸ 60 ປີ) ຊຶ່ງລູກຄ້າໃຫ້ຂະໜານນາມ ວ່າ “ທ່ານ ໝໍປຶ້ມ” ຜູ້ສຸດທ້າຍຢູ່ ໄຊງ່ອນ. ພາບ: ທົງຫາຍ/VNP


 ເຮືອນຫຼັງໜຶ່ງຢູ່ຖະໜົນ ຫຼີຈີນຖ໋ັງ, ເມືອງ 3 ທັງເປັນບ່ອນຢູ່, ທັງເປັນບ່ອນເຮັດວຽກ ຂອງທ່ານ ຫວໍວັນຣ້າງ.ພາບ: ທົງຫາຍ/VNP


ປຶ້ມຫຼາຍຫົວທີ່ເກົ່າແກ່ ໄດ້ທ່ານ ຣ້າງ ສ້ອມແປງ ແລະ ຫຍິບເຂົ້າຢ່າງລະມັດລະວັງ. ພາບ: ທົງຫາຍ/ VNP


ຊື່ຂອງລູກຄ້າໄດ້ຕິດໄປພ້ອມເພື່ອບໍ່ໃຫ້ຖຶກຫຼົງລືມ. ​ພາບ: ທົງຫາຍ/VNP


ຢາງກາວທີ່ນຳໃຊ້ໃນການສ້ອມແປງປື້ມ ໄດ້ເຮັດດ້ວຍແປ້ງມັນເຄືອ. ພາບ: ທົງຫາຍ/VNP


ເຄື່ອງມືຮັບໃຊ້ໃຫ້ແກ່ການສ້ອມແປງປື້ມ. ພາບ: ທົງຫາຍ/VNP


ປຶ້ມຫຼາຍຫົວທີ່ເກົ່າແກ່ ໄດ້ທ່ານ ຣ້າງ ສ້ອມແປງ ແລະ ຫຍິບເຂົ້າຢ່າງລະມັດລະວັງ. ພາບ: ທົງຫາຍ/ VNP


ປຶ້ມຫຼາຍຫົວທີ່ເກົ່າແກ່ ໄດ້ທ່ານ ຣ້າງ ສ້ອມແປງ ແລະ ຫຍິບເຂົ້າຢ່າງລະມັດລະວັງ. ພາບ: ທົງຫາຍ/ VNP


ປຶ້ມຫຼາຍຫົວທີ່ເກົ່າແກ່ ໄດ້ທ່ານ ຣ້າງ ສ້ອມແປງ ແລະ ຫຍິບເຂົ້າຢ່າງລະມັດລະວັງ. ພາບ: ທົງຫາຍ/ VNP


ປຶ້ມຫຼາຍຫົວທີ່ເກົ່າແກ່ ໄດ້ທ່ານ ຣ້າງ ສ້ອມແປງ ແລະ ຫຍິບເຂົ້າຢ່າງລະມັດລະວັງ. ພາບ: ທົງຫາຍ/ VNP


ໄວໜຸ່ມຫຼາຍຄົນມາຫາທ່ານ ຣ້າງ ເພື່ອສ້ອມແປງປື້ມ. ພາບ: ທົງຫາຍ/VNP

ອາຊີບສ້ອມແປງປຶ້ມເກົ່າ ຮຽກຮ້ອງຕ້ອງມີຄວາມລະມັດລະວັງ ແລະ ຄວາມອົດທົນ. ເພິ່ນໃຫ້ຮູ້ວ່າ: “ປຶ້ມຫຼາຍຫົວໄດ້ ພິມຈຳ ໜ່າຍແຕ່ປີ 1960, ເຈ້ຍ ໄດ້ຊໍາລຸດຊຸດໂຊມໝົດແລ້ວ, ຖ້າເຮັດ ແຮງໜ້ອຍໜຶ່ງກໍ່ຈະຂາດ”. 
ຂ້າພະເຈົ້າ ນຳປຶ້ມຫົວໜຶ່ງທີ່ມີຊື່ວ່າ ບັນຫາກ່ຽວກັບຫຼັກເກນ ການແຕ່ງກອນ Dostoievski ຂອງ Bakhtin ມາຍັງ ຮ່ອມໜຶ່ງ ຢູ່ຖະໜົນ ຫຼີຈີນຖ໋ັງ, ເມືອງ 3, ທີ່ນີ້ເປັນບ່ອນຢູ່, ທັງເປັນບ່ອນເຮັດວຽກ ຂອງທ່ານ ຫວໍວັນຣ້າງ. ຫາກໍ່ເຫັນຫົວປຶ້ມທີ່ຂ້າພະເຈົ້າເອົາມາ, ທ່ານ ຣ້າງ ໃຫ້ຮູ້ວ່າ: “ປຶ້ມຫົວນີ້ ໄດ້ພິມຈຳໜ່າຍເມື່ອປີ 1985, ເອົາມາ ແຕ່ພາກເໜືອ, ທົ່ວປະເທດ ຫວຽດນາມ ຍັງມີພຽງ 100 ຫົວ ເທົ່ານັ້ນ”.

ລູກຄ້າຂອງທ່ານ ຣ້າງ ສ່ວນຫຼາຍແມ່ນຜູ້ເຖົ້າ, ຜູ້ທຳການຄ້າ ຂາຍປຶ້ມເກົ່າ ຫຼື ຜູ້ສະສົມປື້ມ. ເມື່ອ 5 ປີກ່ອນ, ມີລູກຄ້າຄົນ ໜຶ່ງໄດ້ເຮັດໃຫ້ເພິ່ນ ຕ້ອງຈື່ຕະຫຼອດ, ກໍຄື ເດັກນ້ອຍຄົນໜຶ່ງ ມາກັບພໍ່ ຂໍໃຫ້ເພິ່ນ ສ້ອມແປງປຶ້ມຫົວໜຶ່ງ ມີເສັ້ນໄໝຫຍິບ ຂາດ. ເພິ່ນຖາມວ່າ: “ປຶ້ມປະເພດນີ້ ມີຈຳໜ່າຍຫຼາຍ ເປັນຫຍັງ ຄືບໍ່ໄປຊື້ປຶ້ມຫົວໃໝ່, ຊື້ປຶ້ມຫົວໃໝ່ ລາຄາບໍ່ແພງ”. ເດັກນ້ອຍ ຄົນນັ້ນຕອບວ່າ: “ເພາະວ່າ ປຶ້ມຫົວນີ້ ແມ່ນຂອງຂວັນທີ່ ອາ ຈານ ມອບໃຫ້, ສະນັ້ນລູກຢາກ ຮັກສາມັນຕະຫຼອດໄປ”. 

ແຕ່ລະມື້, ທ່ານ ຣ້າງ ສ້ອມແປງປຶ້ມເກົ່າໄດ້ 3-5 ຫົວ, ຫົວໜຶ່ງ ມີລາຄາແຕ່ 20.000-50.000 ດົ່ງ, ຂຶ້ນກັບຄວາມເປ່ເພ ຂອງ ມັນ. ເພິ່ນເວົ້າວ່າ: “ອາຊີບນີ້ ກໍ່ມີຈຸດດີຫຼາຍຢ່າງ, ຂ້າພະເຈົ້າມີ ໂອກາດໄດ້ອ່ານປຶ້ມຫຼາຍຫົວທີ່ມີເນື້ອໃນມ່ວນໆ, ໄດ້ຮູ້ຫຼາຍ ສິ່ງຫຼາຍຢ່າງກວ່າ”.  

ອາດຈະແມ່ນແນວະນັ້ນ, ຫົວປຶ້ມກ່ຽວກັບຫຼັກເກນ ການແຕ່ງ ກອນ ແລະ ທິດສະດີວັນນະຄະດີ ທີ່ມີເນື້ອໃນ ແຂງກະດ້າງ ຄືກັບປຶ້ມ ຫຼັກເກນການແຕ່ງກອນ Dostoievski ທີ່ຂ້າພະເຈົ້າເອົາມາ ໄດ້ທ່ານ ຣ້າງ ສ້ອມແປງຈົນເສັດສົມບູນ. ກ່ອນຈະກັບ, ເພິ່ນ ເວົ້ານຳຂ້າພະເຈົ້າວ່າ: “ປຶ້ມທີ່ມີຄ່າ, ໄດ້ອ່ານ, ໄດ້ເຂົ້າໃຈ, ຮັກສາໄດ້ ຍິ່ງດົນ ຍິ່ງມີຄ່າ”. 
 
ປະຕິບັດ: ທົງຫາຍ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top