• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ທ່ານໝໍ ຫງວຽນຖ໋າຍຮ່າ “ເຂັມຄໍາ” ໃນການບໍາບັດຮັກສາ ດ້ວຍການປັກເຂັມ

ເປັນເວລາກວ່າ 40 ປີ ແຫ່ງການສືບທອດ ແລະ ພັດທະນາ ວິທີການ ປິ່ນປົວ ແບບພື້ນເມືອງ ຂອງ ວົງຕະກຸນ, ທ່ານໝໍ ຫງວຽນຖ໋າຍຮ່າ ຜູ້ທີ່ອຸທິດຕົນ ໃຫ້ແກ່ວົງການແພດພື້ນເມືອງ ຫວຽດນາມ ຢ່າງຫຼວງຫຼາຍ ກໍຄືສ້າງຈຸດເດັ່ນ ຂອງ ການແພດ ແຜນຕາເວັນອອກ ໃນການ ປິ່ນປົວພະຍາດ ໃຫ້ແກ່ວົງ ຄະນາຍາດ. ປັດຈຸບັນ ທ່ານເປັນຫົວໜ້າ ສະຖາບັນ ຄົ້ນຄວ້າ ໝູນໃຊ້ ການແພດພື້ນເມືອງ ແລະ ຮັກສາສຸຂະພາບ ເພື່ອອາຍຸຍືນ ຫວຽດ, ປະທານສະພາຄຸ້ມຄອງ ການແພດ ແລະ ການຢາ ຊາວເຟືອງດົງ.
ໃຫຍ່ຂຶ້ນໃນຄອບຄົວມີມູນເຊື້ອເປັນໝໍຢາພື້ນເມືອງ ທ່ານ ຫງວຽນ ຖ໋າຍຮ່າ ເປັນຫຼານຮຸ່ນທີ 14 ຂອງ ບັນພະບູລຸດ ທີ່ເປັນທ່ານໝໍ ຮັບ ໃຊ້ ເຈົ້າຊີວິດ ຄື ຖ໋າຍໂບກ ດ້າຍເຖິ່ນ ເລຈ່ຽວ ຫງວຽນກຸຍກົງ. ພໍ່ ເປັນ ໝໍຢາພື້ນເມືອງ ຫງວຽນວັນກິມ ຜູ້ມີຊື່ສຽງ ດ້ວຍການ ເຮັດອາຊີບ ເປັນໝໍຢາ ພື້ນເມືອງ. ຕະຫຼອດ 400 ປີ ຜ່ານມາ, ວົງຕະກຸນເພິ່ນ ຍັງເກັບຮັກສາໄດ້ ເອກະສານ ການແພດແຜນ  ບູຮານ ໄວ້ເປັນຈໍານວນຫຼາຍ, ທີ່ພົ້ນເດັ່ນແມ່ນເອກະສານ ກ່ຽວກັບ ການປັກເຂັມ, ຕົ້ນສະບັບ ເປັນໜັງສື ຈີນ ບູຮານ, ສະຕະວັດທີ XVII). 

ເປັນເວລາ 10 ກວ່າປີ ຜ່ານມາ, ທ່ານໝໍ ຫງວຽນຖ໋າຍຮ່າ ແລະ ວົງ ການແພດ ຊາວເຟືອງດົງ ໄດ້ຮ່ວມມືກັບ ຮສຈ ຟານຕວ່ານຖັ໋ງ, ຜູ້ ຊ່ຽວຊານ ເຕັກໂນໂລຊີຈຸລັງຕົ້ນກຳເນີດ ຢູ່ ສິງກະໂປ, ເບື້ອງຕົ້ນ ໝູນໃຊ້ທາດ ບຳລຸງຈຸລັງຕົ້ນກຳເນີດ ໂດຍ ຍີ່ປຸ່ນ ເປັນຜູ້ຜະລິດ ໃນ ການປິ່ນປົວພະຍາດ ດ້ວຍວິທີສັກ ໂດຍກົງໃສ່ຈຸດສຳຄັນ ໃນຮ່າງ ກາຍ ເພື່ອປິ່ນປົວ ພະຍາດຕ່າງໆ (ຄວາມຜິດປົກກະຕິ, ຄວາມເສຍ ຫາຍ ທາງຮ່າງກາຍ ໃນເບື້ອງຕົ້ນ, ການຟື້ນຟູຮ່າງກາຍ). 
ທ່ານໝໍ ຫງວຽນຖ໋າຍຮ່າ ເລົ່າສູ່ຂ້າພະເຈົ້າຟັງ ກ່ຽວກັບ ການທີ່ເພິ່ນ ເຂົ້າສູ່ຂະແໜງການແພດ ແຕ່ຍັງໜຸ່ມ. ປີ 1975 ກັບຄືນບ້ານເກີດ ຈາກສະໜາມຮົບ B2, ທ່ານ ຫງວຽນຖ໋າຍຮ່າ ໄດ້ຮັບບາດເຈັບ ປອດຢ່າງແຮງ ແລະ ພ້ອມກັບເຊື້ອໄຂ້ຍຸງ. ໃນເວລານັ້ນ, ທ່ານ ມີ ນໍ້າໜັກ ປະມານ 39 ກິໂລກຣາມ ແລະ ຕາມຄໍາເຫັນຂອງ ບັນດາ ທ່ານໝໍ ກໍຄື ທ່ານ ບໍ່ສາມາດ ອອກແຮງງານໜັກໄດ້. ແຕ່ພໍ່ ເພິ່ນ, ໝໍຢາພື້ນເມືອງ ຫງວຽນວັນກິມ(1915- 1995), ໄດ້ປິ່ນປົວ ດ້ວຍ ຢາພື້ນເມືອງ ແລະ ການປັກເຂັມ, ຊ່ວຍໃຫ້ ທ່ານ ຫງວຽນຖ໋າຍຮ່າ ຄ່ອຍໆ ຫາຍດີ ເປັນປົກກະຕິ. 

ສຸຂະພາບຄ່ອຍໆ ກັບຄືນສະພາບເດີມ, ທ່ານ ຫງວຽນຖ໋າຍຮ່າ ໄດ້ ຕິດຕາມການຮຽນ ໂຢຄະ ຈາກ ທ່ານໝໍ ຫງວຽນຄັກວ້ຽນ (ຜູ້ອຳ ນວຍການ ສຳນັກພິມຈຳໜ່າຍ ພາສາຕ່າງປະເທດ) ແລ້ວ ໝັ່ນຝຶກ ແອບ. ບາງມື້ທ່ານຝຶກສະມາທິ ເຖິງ 6 ຊ່ົ່ວໂມງ, ສຸຂະພາບທັງກາຍ ແລະ ໃຈ ຂອງທ່ານ ໄດ້ຄ່ອຍໆ ປັບປຸງໃຫ້ດີຂຶ້ນຢ່າງແຈ້ງຊັດ. ເລື່ອງ ເຄີຍຜ່ານ ການເຈັບປ່ວຍໜັກ ຍາກທີ່ຈະຜ່ານໄດ້ໃນອະດີດ ໄດ້ປຸກ ຄວາມຫຼົງໄຫຼເມົາມົວ ກັບການຄົ້ນຄວ້າ ແລະ ປະຕິບັດຕົວຈິງ ໃນ ດ້ານການແພດ. ທ່ານ ຫງວຽນຖ໋າຍຮ່າ ໄດ້ຮຽນອາຊີບເປັນໝໍຢາ ພື້ນເມືອງ ໂດຍກົງຈາກພໍ່. ຫຼາຍປີຫຼັງນັ້ນ ເຖິງວ່າ ຍັງບໍ່ທັນ ໄດ້ຮັບ ອະນຸຍາດຈາກພໍ່, ແຕ່ໃນຕອນຄ່ຳ ທ່ານມັກ ລັກຖີບລົດອອກ ໄປ ນອກ ເພື່ອປິ່ນປົວ ໃຫ້ເພື່ອນມິດສະຫາຍ ດ້ວຍຄວາມ ປາດຖະໜາ ໄດ້ລອງເຮັດວຽກຕົວຈິງ. 

ເມື່ອເດືອນ ສິງຫາ ປີ 1983, ທ່ານ ຫງວຽນຖ໋າຍຮ່າ ປິ່ນປົວໃຫ້ ທ່ານ ຫງວຽນວັນຈຸງ, ອາຍຸ 29 ປີ ຢູ່ ຮ່າໂນ້ຍ ກ່ຽວກັບພະຍາດຕາ ເຄີຍຜ່ານການຜ່າຕັດສອງຄັ້ງແລ້ວ ແຕ່ບໍ່ດີຂຶ້ນ. ພາຍຫຼັງໄດ້ ທ່ານ ຫງວຽນຖ໋າຍຮ່າ ປັກເຂັມເປັນເວລາ 9 ວັນ, ທ່ານ ຫງວຽນວັນຈຸງ ສາມາດ ອ່ານໜັງສືພິມ (ສະມັດຕະພາບຂອງສາຍຕາ 8/10) ຊຶ່ງ ສ້າງຄວາມແປກໃຈ ໃຫ້ກັບຫຼາຍໆ ຄົນ. ໃນເວລານັ້ນ ຂ່າວພາບ ຫວຽດນາມ ກໍລົງບົດຂຽນໃນ ວາລະສານ ກ່ຽວກັບກໍລະນີນີ້.  


ທ່ານໝໍ, ນັກຄົ້ນຄວ້າ ກ່ຽວກັບວົງການແພດພື້ນເມືອງ ຫງວຽນ ຖ໋າຍຮ່າ, ຜູ້ທີ່ໃຊ້ເວລາ 40 ປີ ສະໜິດຕິດພັນ ກັບອາຊີບໝໍຢາ ພື້ນ ເມືອງ ເພື່ອການ ປິ່ນປົວໃຫ້ຄົນເຈັບ...


... ດ້ວຍການປັກເຂັມ, ທ່ານໝໍ ຫງວຽນຖ໋າຍຮ່າ ໄດ້ມີ ຫຼາຍ ເທື່ອ ທຳການປິ່ນປົວພະຍາດໃຫ້ຄົນເຈັບດ້ວຍການແພດພື້ນເມືອງ. 


ທ່ານໝໍ ຫງວຽນຖ໋າຍຮ່າ ໄດ້ນຳໃຊ້ວິທີການປັກເຂັມ ປິ່ນປົວພະ ຍາດ ທີ່ກ່ຽວພັນກັບເສັ້ນປະສາດ ກະດູກສັນຫຼັງ ດ້ວຍເຕັກນິກ ໃຊ້ມື ໂດຍບໍ່ໃຊ້ຢາ ແລະ ບໍ່ຕ້ອງຜ່າຕັດ.


ທ່ານຖືກຂະໜານນາມວ່າ ເປັນ “ເຂັມຄຳ” ໃນການປິ່ນປົວພະຍາດ ກ່ຽວກັບອາການຊຶມເສົ້າ, ຄວາມຜິດປົກກະຕິ ຂອງລະບົບລະລາຍ ດ້ວຍການປັກເຂັມ.


ສືບທອດມູນເຊື້ອ ການແພດພື້ນເມືອງ ຂອງ ວົງຕະກຸນ, ທ່ານໝໍ  ຫງວຽນຖ໋າຍຮ່າ ໄດ້ເຂົ້າຮ່ວມການປິ່ນປົວ ໂດຍກົງໃຫ້ແກ່ ຄົນເຈັບ ຢູ່ລະບົບກວດ ແລະ ປິ່ນປົວພະຍາດ ຊາວ ເຟືອງດົງ. 


ທ່ານໝໍ ຫງວຽນຖ໋າຍຮ່າ ພ້ອມກັບເພື່ອນຮ່ວມງານໜຸ່ມ ຢູ່ລະບົບ ການແພດ ແລະ ປິ່ນປົວ ແບບແຜນ ຕາເວັນອອກ.


ທ່ານໝໍ ຫງວຽນຖ໋າຍຮ່າ ພ້ອມກັບບັນດາທ່ານໝໍ ແລະ ນັກວິທະ ຍາສາດໜຸ່ມ ຈຳນວນໜຶ່ງທີ່ຫຼົງໄຫຼ ກັບວົງການແພດ ພື້ນເມືອງ ໄດ້ ຕັ້ງກຸ່ມ ຄົ້ນຄວ້າ ປັກເຂັມ ແບບແຜນຕາເວັນອອກ. ນີ້ແມ່ນໜຶ່ງ ໃນ ບັນດາພື້ນຖານການແພດພື້ນເມືອງ ເອກະຊົນແຫ່ງທຳອິດ ຢູ່ຫວຽດ ນາມ ໄດ້ລົງທຶນ ກ່ຽວກັບພື້ນຖານວັດຖຸ ກໍຄືຊັບພະຍາກອນມະນຸດ.


ພໍ່ ແລະ ລູກຊາຍ ທ່ານໝໍ ຫງວຽນຖ໋າຍຮ່າ ແລະ ປທ ທ່ານໝໍ ຫງວຽນຖ໋າຍບ໊າວ ເປັນຜູ້ຫຼົງໄຫຼ ໃນການປິ່ນປົວພະຍາດ ດ້ວຍວິທີການແພດ ພື້ນເມືອງ. 


ເມື່ອເດືອນ ສິງຫາ ປີ 1983, ທ່ານໄດ້ປິ່ນປົວ ທ່ານ ຫງວຽນວັນຈຸງ, ອາຍຸ 29 ປີ ຢູ່ຮ່າໂນ້ຍ ເປັນພະຍາດ ກ່ຽວກັບຕາ ເຄີຍຜ່ານການຜ່າ ຕັດສອງຄັ້ງ ແຕ່ບໍ່ໄຄ. ພາຍຫຼັງໄດ້ທ່ານໝໍ ຫງວຽນຖ໋າຍຮ່າ ປັກເຂັມເປັນເວລາ 9 ວັນ, ທ່ານ ຫງວຽນວັນຈຸງ ສາມາດອ່ານໜັງສື ພິມ (ການເບິ່ງເຫັນ ຂອງ ສາຍຕາ 8/10). ພາບ: ເອກະສານ

ຕົ້ນປີ 1983, ທ່ານໝໍ ຫງວຽນຖ໋າຍຮ່າ ໄດ້ເຕົ້າໂຮມທ່ານໝໍ ແລະ ນັກວິທະຍາສາດໝຸ່ມ ຜູ້ມີໃຈ ອຸທິດຕົນ ຈຳນວນໜຶ່ງ ຕໍ່ຂະແໜງ ການແພດມູນເຊື້ອ ຕັ້ງກຸ່ມຄົ້ນຄວ້າ ປັກເຂັມ ຊາວເຟືອງດົງ. ສະມາຊິກ ທັງໝົດໃນກຸ່ມ ຕ່າງກໍ່ສາມາດນຳໃຊ້ໄດ້ 5 ພາສາເຊັ່ນ: ຫວຽດ, ອັງ ກິດ, ລັດເຊຍ, ຝຣັ່ງ ແລະ ຈີນ. ເຂົາເຈົ້າໄດ້ແປ ເອກະສານທີ່ມີຄ່າ ຫຼາຍສະບັບ ກ່ຽວກັບ ການປັກເຂັມ ໃນໂລກ ແລະ ຈັດການຮຽບຮຽງປຶ້ມ. ນອກຈາກນັ້ນ, ທ່ານໝໍ ຫງວຽນຖ໋າຍຮ່າ ຍັງມີຄວາມໂຊກດີທີ່ໄດ້ຮັບເອົາຄວາມຮູ້ໂດຍກົງ ກ່ຽວກັບ ທິດສະດີການແພດຕາເວັນອອກ ຈາກ ສຈ ທ່ານໝໍ ຮວ່າງບ໊າວເຈົາ, ອະດີດຫົວໜ້າສະຖາບັນການແພດພື້ນເມືອງ ຫວຽດນາມ ແລະ ສຈ ທ່ານໝໍ ເຈິ່ນຖຸ໋ຍ, ອະດີດ ຮອງຫົວໜ້າ ສະຖາບັນການແພດພື້ນເມືອງ ຫວຽດນາມ.

ທ້າຍປີ 1984, ທ່ານຮັບກຽດໄດ້ເປັນ ຜູ້ຂຽນຮ່ວມກັບ ສຈ ທ່ານໝໍ ຮວ່າງບ໊າວເຈົາ ກ່ຽວກັບ ຂົງເຂດ ປັກເຂັມ ໃນປຶ້ມສະບັບໜຶ່ງ ທີ່ໃສ່ ຊື່ “ຄວາມຮູ້ສັບພະວິຊາ”, ໂດຍສະຖາບັນວັດຈະນານຸກົມ ສັບພະວິ ຊາ ຫວຽດນາມ ເປັນຜູ້ຈຳໜ່າຍ. ເດືອນກັນຍາ 1990, ຊາວເຟືອງ ດົງ ໄດ້ຮ່ວມງານກັບ ຫ້ອງການເສນາຮັກ ກົມໃຫຍ່ການເມືອງ (ກະ ຊວງປ້ອງກັນປະເທດ) ພິມຈຳໜ່າຍປຶ້ມຫົວໜຶ່ງ ທີ່ໃສ່ຊື່ “ປັກເຂັມ ຂັ້ນພື້ນຖານ” ແລະ ຊຸດພາບຖ່າຍ “ປັກເຂັມເທິງສາຍໂລຫິດ ແລະ ຈຸດສຳຄັນ” ເປັນ 5 ພາສາ ເຊັ່ນ: ຫວຽດນາມ, ອັງກິດ, ລັດເຊຍ, ຝຣັ່ງ ແລະ ເຢຍລະມັນ ໂດຍສຳນັກພິມຈຳໜ່າຍກອງທັບເປັນ ຜູ້ ຈຳໜ່າຍ.

ນີ້ແມ່ນຂີດໝາຍທຳອິດ ໃນພັດທະນາ ຂອງ ຊາວເຟືອງດົງ ຊຶ່ງທ່ານ ໝໍ ຫງວຽນຖ໋າຍຮ່າ ເປັນຜູ້ສ້າງຕັ້ງ, ພຽງສອງປີ ຄື 1990 -1992, ປຶ້ມ “ປັກເຂັມຂັ້ນພື້ນຖານ” ໄດ້ຈຳໜ່າຍ 20.000 ຫົວ, ສ້າງສະຖິຕິ ກ່ຽວກັບການພິມຈຳໜ່າຍ. ໃນທົດສະວັດ 90 ຂອງສະຕະວັດກ່ອນ, ພື້ນຖານການແພດ ຊາວ ເຟືອງດົງ ໄດ້ສ້າງແສງສະຫວ່າງ ກ່ຽວກັບ ການແພດພື້ນເມືອງ ໃນຊີວິດປັດຈຸບັນ ກັບການກຳນົດທິດ ລວບ ລວມເອົາແພດແຜນຕາເວັນອອກ ແລະ ແພດແຜນຕາເວັນຕົກ. ນີ້ແມ່ນໜຶ່ງໃນບັນດາ ພື້ນຖານການແພດ ພື້ນເມືອງເອກະຊົນ ແຫ່ງ ທຳອິດ ຢູ່ ຫວຽດນາມ ໄດ້ລົງທຶນ ກ່ຽວກັບ ດ້ານພື້ນຖານວັດຖຸ ກໍຄື ສັບພະຍາກອນມະນຸດ.


ດ້ວຍຄໍາຂວັນທ່ີວ່າ “ຮ່ວມມື ແລະ ແບ່ງປັນ”, ຊາວ ເຟືອງດົງ ໄດ້ ປະສານ ສົມທົບ ກັບໂຮງງານຜະລິດຢາ ສູນກາງ ຫຼາຍແຫ່ງ ເພື່ອ ຜະລິດ ຜະລິດຕະພັນຢາ ທີ່ມີຕົ້ນກຳເນີດ ຈາກທຳມະຊາດ ເຊັ່ນ: ວິທະຍາຄານ ເສນາຮັກ 103, ສະຖາບັນ ອາຍຸລະກຳ, ສູນຜະລິດ ຢາ Phylamin. ນີ້ ແມ່ນຄັ້ງທໍາອິດ ຫວຽດນາມ ມີຜະລິດຕະພັນ ຊ່ວຍ  ປິ່ນປົວພະຍາດ ມະເຮັງ ມີຕົ້ນກຳເນີດຈາກຢາພື້ນເມືອງ ຫວຽດນາມ. 
ເດືອນມິຖຸນາ 1992, ພາຍໃຕ້ການນຳພາ ດ້ານວິຊາສະເພາະ ຂອງ ສຈ ເຈິ່ນຖຸ໋ຍ, ກຸ່ມແພດແຜນຕາເວັນອອກ ຂອງ ພາກວິຊາການ ແພດ ພື້ນເມືອງ, ມະຫາວິທະຍາໄລການແພດ ຮ່າໂນ້ຍ ໄດ້ຮ່ວມມື ກັບ ທ່ານໝໍ ຫງວຽນຖ໋າຍຮ່າ ກໍ່ຕັ້ງພື້ນຖານການແພດພື້ນເມືອງ ຊາວເຟືອງດົງ ທີ່ເຮືອນເລກທີ 109 ຖະໜົນ ເຈິ່ນຮຶງດ້າວ, ຮ່າໂນ້ຍ ຂຶ້ນ. ໃນຫຼາຍປີ, ມີຄົນເຈັບຈຳນວນຫຼາຍໝື່ນຄົນໄດ້ມາປິ່ນປົວ ກັບຫຼາຍພະຍາດປົວຍາກເຊັ່ນ: ພະຍາດຂີ້ຂະຍື, ເສັ້ນເລືອດສະໝອງຕີບ, ຂໍ້ອັກເສບ ແລະ ພະຍາດຈຳນວນ ໜຶ່ງ ກ່ຽວ ກັບອະໄວຍະວະທັງຫ້າ, ອະໄວຍະວະພາຍໃນ ແລະ ອື່ນໆ... ໄດ້ຮັບການປິ່ນປົວ ຫາຍດີຢ່າງເຫັນໄດ້ຊັດ.

ປີ 2020, ຈາກປຶ້ມ “ປັກເຂັມຂັ້ນພື້ນຖານ, ຊາວເຟືອງດົງ ໄດ້ປະ ສານສົມທົບ ກັບພະແນກ ການແພດພື້ນເມືອງ ມະຫາວິທະຍາໄລ ແພດສາດ ຮ່າໂນ້ຍ ພິມຈຳໜ່າຍປຶ້ມ “ປັກເຂັມສັງລວມ (ສຳນັກພິມ ຈຳໜ່າຍການແພດ). ຈາກນັ້ນ, ປີ 2015, ປຶ້ມຫົວນີ້້ ໄດ້ຮັບການ ພິມຄັ້ງໃໝ່ ພ້ອມກັບສ່ວນເນື້ອໃນໄດ້ເພີ່ມຕື່ມຫຼາຍຢ່າງ. ໃນພາກ ຄຳນຳ ຮສຈ.ປອ ຟ້າມຫວູແຄ໋ງ, ຫົວໜ້າກົມຄຸ້ມຄອງການແພດ ການຢາພື້ນເມືອງ (ກະຊວງສາທາລະນະສຸກ) ໄດ້ຕີລາຄາວ່າ: “ປັກ ເຂັມສັງລວມ ເປັນປຶ້ມຫົວໜຶ່ງ ທີ່ມີຄຸນຄ່າຕົວຈິງສູງ, ເປັນເຂັມທິດ ໃຫ້ແກ່ ບັນດາ ແພດແຜນຕາເວັນອອກ, ໂດຍສະເພາະຢ່າງຍິ່ງ ແມ່ນ ບັນດາ ທ່ານໝໍ ຢູ່ຂັ້ນພື້ນຖານ...”.

ທ່ານໝໍ ຫງວຽນຖ໋າຍຮ່າ ໄດ້ເລີ່ມເຄື່ອນໄຫວຫຼາຍ ໂຄງການຮ່ວມ ມືສາກົນ, ໃນນັ້ນມີການຮ່ວມມື ກັບບັນດາທ່ານໝໍ ທີ່ມີຊື່ສຽງເຊັ່ນ: Seo Hyo Seok, ຫົວໜ້າ ສະຖາບັນແພດແຜນຕາເວັນອອກ Pyunkang ສ ເກົາຫຼີ ຈັດຕັ້ງການສົນທະນາສາກົນ ດ້ວຍຫົວຂໍ້ “Pyunkang ນໍາໜ້າ ເທິງຖະໜົນ ຂອງ ເຕັກໂນໂລຊີ ການຢາ ທົ່ວ ໂລກ” ຊຶ່ງດຶງດູດການເຂົ້າຮ່ວມຂອງບັນດາແພດໝໍແຖວໜ້າຫຼາຍ ທ່ານຂອງ ຫວຽດນາມ. ທ້າຍສະຕະວັດທີ XX ເຕັກໂນໂລຊີ ຈຸລັງ ຕົ້ນກຳເນີດ ໄດ້ຂະຫຍາຍຕົວເປັນສະເພາະຂະແໜງການແພດ ໃໝ່.

ທ່ານໝໍ ຫງວຽນຖ໋າຍຮ່າ ເປັນຜູ້ສ້າງຜົນງານ ກັບຫຼາຍວິທີ ການປົວ ພະຍາດເຊັ່ນ: ດັດປັບກະດູກສັນຫຼັງ, ປິ່ນປົວພະຍາດ ທີ່ກ່ຽວພັນ ເຖິງເສັ້ນປະສາດ ກະດູກສັນຫຼັງ ດ້ວຍເຕັກນິກໃຊ້ມື, ບໍ່ໃຊ້ຢາ ແລະ ບໍ່ຕ້ອງຜ່າຕັດ. ທ່ານ ແມ່ນ “ເຂັມຄຳ” ໃນການປິ່ນປົວພະຍາດ ກ່ຽວ ກັບ ອາການຊຶມເສົ້າ, ຄວາມຜິດປົກກະຕິຂອງລະບົບລະລາຍ ດ້ວຍການປັກເຂັມ...

ເມື່ອມໍ່ໆ ນີ້, ໃນຖານະຫົວໜ້າສະຖາບັນຄົ້ນຄວ້າ ໝູນໃຊ້ການ ແພດ ພື້ນເມືອງ ແລະ ຮັກສາສຸຂະພາບ ເພື່ອອາຍຸຍືນຫວຽດ, ທ່ານ ໝໍ ຫງວຽນຖ໋າຍຮ່າ ໄດ້ປະສານສົມທົບ ກັບສະມາຄົມການແພດ ພື້ນເມືອງ ຫວຽດນາມ ຜັນຂະຫຍາຍໂຄງການ ສວນຢາພື້ນເມືອງ ເຕ້ວຕິ໊ງ ເຕັກໂນໂລຊີສູງ. ໂຄງການ ເລີ່ມໄດ້ຜັນຂະຫຍາຍ ຢູ່ແຂວງ ບັກຢາງ ແລະ ຕ່ຽນຢາງ ດ້ວຍເປົ້າໝາຍ ປະກອບສ່ວນຟື້ນຟູ ຕົ້ນ ຢາສະໝຸນໄພ ທີ່ມີຄ່າ ຂອງ ຫວຽດນາມ ເພື່ອເປັນຢາ ປົວພະຍາດ.

ທຸກໆ ວັນ, ທ່ານໝໍ ຫງວຽນຖ໋າຍຮ່າ ໄດ້ໃຊ້ເວລາ ສ່ວນຫຼາຍເພື່ອ ການກວດ ແລະ ປິ່ນປົວພະຍາດ ຢູ່ ຊາວເຟືອງດົງ ແລະ ເຂົ້າຮ່ວມ ການເຄື່ອນໄຫວກວດ ແລະ ປິ່ນປົວພະຍາດ ໃຫ້ພໍ່ ແມ່ປະຊາຊົນ ຢູ່ເຂດພູສູງໂດຍບໍ່ຄິດຄ່າ. ສຳລັບເພິ່ນແລ້ວ, ແຕ່ລະເທື່ອເມື່ອ ເຫັນ ຄົນເຈັບມີສຸຂະພາບແຂງແຮງດີ, ພະຍາດຫາຍດີຂຶ້ນ, ນັ້ນແມ່ນ ຄວາມສຸກ, ຄວາມດີໃຈ ຂອງ ຜູ້ເປັນທ່ານໝໍ.

 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ ແລະ ເອກະສານ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top