• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າ​ຢ້ຽມ​​ຂ່ຳນັບລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ

ຕອນບ່າຍວັນທີ 14 ມັງກອນ 2021 ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ  ສະຫາຍ ຫງວຽນ ຈີ່ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດມາດຳລົງຕໍາແໜ່ງເປັນເອກະອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ສສ ຫວຽດນາມ.
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ (ພາບ: ໂອລຳ)

ສະຫາຍ ຫງວຽນ ຈີ່ ຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ພ້ອມທັງເຊື່ອໝັ້ນວ່າ ສະຫາຍຈະປະສົບຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສສ ຫວຽດນາມ .ໃນການເປັນຂົວຕໍ່ໃຫ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ, ໂດຍສະເພາະແມ່ນລະຫວ່າງສອງກະຊວງແຜນການ ແລະ ການລົງທຶນຫວຽດນາມ-ລາວ ພ້ອມທັງອວຍພອນໃຫ້ ສປປ ລາວ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວປະສົບຜົນສຳເລັດຢ່າງຈົບງາມ.

ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງ, ຮອບດ້ານ, ເລິກເຊິ່ງທີ່ກະຊວງແຜນການ ແລະ ການລົງທຶນ ຍາດມາໄດ້ໃນໄລຍະຜ່ານມາ. ໂດຍສະເພາະແມ່ນໃນປີ 2020, ເຖິງແມ່ນວ່າຖືກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແຕ່ພັກ ແລະ ລັດຖະບານຫວຽດນາມ ກໍໄດ້ນຳພາປະຊາຊົນຫວຽດນາມຜ່ານຜ່າທຸກຄວາມຫຍຸ້ງຍາກນາໆປະການ, ຊີວິດການເປັນຢູ່ມີຄວາມສະຫງົບ, ເສດຖະກິດຫວຽດ ນາມ ສືບຕໍ່ພັດທະນາຢ່າງໝັ້ນທ່ຽງ, ສາມາດຮັກສາຈັງຫວະຂະຫຍາຍຕົວເປັນບວກໃນຂະນະທີ່ຫຼາຍປະເທດໃນໂລກລ້ວນແຕ່ມີຕົວເລກຂະຫຍາຍຕົວເປັນລົບ. ສະເພາະປີ 2020 ຜ່ານມາ, ຫວຽດນາມ ໄດ້ດຳເນີນການຈັດຕັ້ງກອງປະຊຸມໃຫຍ່ຄະນະພັກຂັ້ນຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອກ້າວໄປເຖິງການຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ທີ່ຈະໄຂຂຶ້ນໃນທ້າຍເດືອນມັງກອນ 2021 ນີ້, ສຳເລັດໜ້າທີ່ການເປັນປະທານອາຊຽນດ້ວຍຜົນສຳເລັດອັບຈົບງາມ, ປະຕິບັດໜ້າທີ່ການເປັນສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງບົດບາດອິດທິພົນຂອງຫວຽດນາມ ໃນເວທີສາກົນ ແລະ ພາກພື້ນ.

ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ຢືນຢັນວ່າ ຈະພະຍາຍາມສຸດຄວາມສາມາດຂອງຕົນ ເພື່ອຜັນຄະຫຍາຍຜົນຂອງກອງປະຊຸມຄັ້ງທີ 43 ຂອງຄະນະກຳມະການຮ່ວມມືທະວິພາຄີລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ປະຈຳປີ 2021, ຈະປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ,  ສອງລັດ ແລະ ປະຊາຊົນຂອງສອງປະເທດລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ນັບມື້ຈະເລີນງອກງາມຕະຫຼອດໄປ ແລະ ກໍໄດ້ອວຍພອນໃຫ້ຫວຽດນາມ ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top