• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບຜູ້ມີສິດເລືອກຕັ້ງ ຮ່າໂນ້ຍ

ສືບຕໍ່ການຕໍ່ສູ້, ຕ້ານການສໍ້ລາດບັງຫຼວງໃນພັກ, ໃນລະບົບການເມືອງ, ໃນສັງຄົມ.

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບາດິ່ງ)

ວັນທີ 15 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ພ້ອມກັບບັນດາສະມາຊິກສະພາແຫ່ງຊາດ ຫົວໜ່ວຍເລືອກຕັ້ງເລກ 1, ນະຄອນຮ່າໂນ້ຍ, ພົບປະກັບຜູ້ມີສິດເລືອກຕັ້ງບັນດາເມືອງ ບາດິ່ງ, ໄຕໂຮ່, ຮ່ວານກ໊ຽມ ເປັນຈຳນວນຫຼາຍ, ເພື່ອແຈ້ງເນື້ອໃນ, ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ສືບຕໍ່ການຕໍ່ສູ້, ຕ້ານການສໍ້ລາດບັງຫຼວງໃນພັກ, ໃນລະບົບການເມືອງ, ໃນສັງຄົມ. ໃນການປ້ອງກັນຕ້ານການສໍ້ລາດບັງຫຼວງໃນໄລຍະຜ່ານມາ ກໍ່ມີຄວາມມານະພະຍາຍາມຫຼາຍຢ່າງ, ບັນລຸໝາກຜົນທີ່ດີ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຫາງສຽງສາກົນກໍ່ໄດ້ຊົມເຊີຍ, ແຕ່ຍັງມີວຽງານຫຼາຍຢ່າງຕ້ອງເຮັດ.

        ເມື່ອເຕື້ອງເຖິງການພົວພັນທາງການທູດເວົ້າລວມ, ໃນນັ້ນມີບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ພ້ອມທັງຢຶດໝັ້ນການຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ກ່ອນອື່ນໝົດແມ່ນຕ້ອງວາງຜົນປະໂຫຍດຂອງຊາດ, ບໍ່ປະນິປະນອມ ແລະ ຕ້ອງຮັກສາຫຼັກການເອກະລາດອະທິປະໄຕ, ໂຮມປະເທດຊາດເປັນເອກະພາບຢ່າງໝັ້ນຄົງ, ແຕ່ຍັງຮັກສາສະຖຽນລະພາບເພື່ອພັດທະນາ.

(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top