• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ

ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບ ບ້ານເດັກ SOS, ສະໜັບສະໜູນວຽກງານເບິ່ງແຍງ, ລ້ຽງດູຕາມຮູບແບບຄອບຄົວປ່ຽນແທນ ຂອງ ບ້ານເດັກ SOS ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາການເຄື່ອນໄຫວໄດ້ຮັບການຜັນຂະຫຍາຍ.

ວັນທີ 12 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ ໂດຍ ທ່ານ Gunther Platter, ຜູ້ວ່າການລັດ Tyrol (ໂອຕາລິດ) ແລະ ປະທານກຽດຕິມະສັກ ບ້ານເດັກ SOS ສາກົນ ໂດຍທ່ານ Helmut Kuntin ນໍາໜ້າ.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບ້ານເດັກ SOS ສາກົນ  (ພາບ: TTXVN)|

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ັງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືກັບ ບ້ານເດັກ SOS, ສະໜັບສະໜູນວຽກງານເບິ່ງແຍງ, ລ້ຽງດູຕາມຮູບແບບຄອບຄົວປ່ຽນແທນ ຂອງ ບ້ານເດັກ SOS ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາການເຄື່ອນໄຫວໄດ້ຮັບການຜັນຂະຫຍາຍ. ພ້ອມທັງປາດຖະໜາວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ຄະນະຜູ້ແທນຈະມີີການເຄື່ອນໄຫວຫຼາຍຢ່າງຕື່ມອີກ ເພື່ອຊ່ວຍເຫຼືອເດັກນ້ອຍຫວຽດນາມ ໃນຊຸມປີຈະມາເຖິງ.

        ໃນໄລຍະເວລາຢູ່ຫວຽດນາມ, ນອກຈາກການເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງແລ້ວ, ຄະນະຜູ້ແທນ ບ້ານເດັກ SOS ສາກົນ ຈະໄປຢ້ຽມຢາມ ແລະ ສໍາຫຼວດຮູບແບບການເຄື່ອນໄຫວທີ່ມີປະສິດທິຜົນຂອງ ບ້ານເດັກ SOS ຫວຽດນາມ, ເພື່ອແນໃສ່ຮຽກຮ້ອງການຊ່ວຍເຫຼືອ ຈາກບັນດາສ່ວນບຸກຄົນ, ອົງການຈັດຕັ້ງສາກົນໃນອະນາຄົດຕື່ມອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top