• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລົງກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ຢູ່ ແຂວງ ດົ່ງນາຍ

      ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມສະເໜີໃຫ້ແຂວງດົ່ງນາຍໃນໄລຍະຈະມາເຖິງສົ່ງສືບຕໍ່ຄວບຄຸມບັນດາສະຖານທີ່ພັກເຊົ່າຮັບໃຊ້ການທ່ອງທ່ຽວໃຫ້ເປັນຢ່າງດີ, ພິເສດ, ຕ້ອງຄວບຄຸມທຸກຮາກຖານຜະລິດ ທັງຢູ່ພາຍໃນ ແລະ ນອກບັນດາເຂດອຸດສາຫະກຳໃຫ້ເປັນຢ່າງດີ.
 

ຄະນະປະຕິບັດງານຂອງ ລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມເປັນຫົວໜ້າໄດ້ມີການເຮັດວຽກກັບການນຳບໍລິສັດ  Taekwang Vina  ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 (ພາບ: TTXVN)
      ຕອນບ່າຍວັນທີ 23 ພະຈິກ, ຄະນະປະຕິບັດງານຂອງ ລັດຖະບານໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນຫົວໜ້າຄະນະໄດ້ມີການເຮັດວຽກ, ກວດກາວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19 ຢູ່ ແຂວງດົ່ງນາຍ. ຄະນະປະຕິບັດງານ ໄດ້ລົງກວດກາວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19 ຢູ່ບໍລິສັດ Nestle, ບໍລິສັດ Teakwan Vina ແລະ ໂຮງໝໍມະຫາວິທະຍາໄລແພດສາດແລະການຢາ ShingMark. ທີ່ການເຮັດວຽກ, ທ່ານ ຫວູດຶກດາມ ເນັ້ນໜັກວ່າ ດົ່ງນາຍ ຄວນສືບຕໍ່ຮັກສາບັນດາທິມງານປະຕິກິລິຍາໄວ, ບໍ່ປະໃຫ້ເກີດມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ໃໝ່ໃນຊຸມຊົນ. ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຕ້ອງກວດກາວຽກງານປ້ອງກັນໂລກລະບາດ ຢູ່ບັນດາບ່ອນເຕົ້າໂຮມຫຼາຍຄົນ, ບັນດາຮາກຖານຜະລິດ, ໂຮງຮຽນ, ໂຮງໝໍຢ່າງເປັນປະຈຳ, ຕັ້ງໜ້າໂຄສະນາຍົກສູງສະຕິໃຫ້ແກ່ປະຊາຊົນ, ບໍ່ປະໃຫ້ເກີດໂລກລະບາດໃນໂຮງໝໍຢ່າງເດັດຂາດ, ຫ້ອງປິ່ນປົວພະຍາດ. ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມສະເໜີໃຫ້ແຂວງດົ່ງນາຍໃນໄລຍະຈະມາເຖິງສົ່ງສືບຕໍ່ຄວບຄຸມບັນດາສະຖານທີ່ພັກເຊົ່າຮັບໃຊ້ການທ່ອງທ່ຽວໃຫ້ເປັນຢ່າງດີ, ພິເສດ, ຕ້ອງຄວບຄຸມທຸກຮາກຖານຜະລິດ ທັງຢູ່ພາຍໃນ ແລະ ນອກບັນດາເຂດອຸດສາຫະກຳໃຫ້ເປັນຢ່າງດີ.
(ແຫຼ່ງຄັດຈາກ VOV)

 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top